ຄະນະສະເພາະກິດ ເພື່ອຄົ້ນຄວ້າລະບຽບການຄຸ້ມຄອງລົດ ບໍລິຫານຂອງລັດ ເຜີຍແຜ່ ດໍາລັດວ່າດ້ວຍ ລົດຂອງລັດ

ຄະນະສະເພາະກິດ ເພື່ອຄົ້ນຄວ້າລະບຽບການຄຸ້ມຄອງລົດ ບໍລິຫານຂອງລັດ ເຜີຍແຜ່ ດໍາລັດວ່າດ້ວຍ ລົດຂອງລັດ - 277678418 1858826350987803 671176755162973123 n - ຄະນະສະເພາະກິດ ເພື່ອຄົ້ນຄວ້າລະບຽບການຄຸ້ມຄອງລົດ ບໍລິຫານຂອງລັດ ເຜີຍແຜ່ ດໍາລັດວ່າດ້ວຍ ລົດຂອງລັດ
ຄະນະສະເພາະກິດ ເພື່ອຄົ້ນຄວ້າລະບຽບການຄຸ້ມຄອງລົດ ບໍລິຫານຂອງລັດ ເຜີຍແຜ່ ດໍາລັດວ່າດ້ວຍ ລົດຂອງລັດ - kitchen vibe - ຄະນະສະເພາະກິດ ເພື່ອຄົ້ນຄວ້າລະບຽບການຄຸ້ມຄອງລົດ ບໍລິຫານຂອງລັດ ເຜີຍແຜ່ ດໍາລັດວ່າດ້ວຍ ລົດຂອງລັດ

ວັນທີ 30 ມີນາ 2022 ນີ້, ຄະນະສະເພາະກິດ ເພື່ອຄົ້ນຄວ້າລະບຽບການຄຸ້ມຄອງລົດ ບໍລິຫານຂອງລັດ ໄດ້ເຜີຍແຜ່ ດໍາລັດວ່າດ້ວຍ ລົດຂອງລັດ ສະບັບເລກທີ 599/ລບ, ລົງວັນທີ 29 ກັນຍາ 2021 ແລະ ນິຕິກໍາທີ່ກ່ຽວຂ້ອງ ໂດຍມີ ທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທັງເປັນຫົວໜ້າຄະນະສະເພາະກິດ ເພື່ອຄົ້ນຄວ້າລະບຽບການຄຸ້ມຄອງລົດ ບໍລິຫານຂອງລັດ, ມີບັນດາຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ ຈາກຂະແໜງການ ທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ອາລຸນໄຊ ສູນນະລາດ ກ່າວວ່າ: ການເຜີຍແຜ່ດໍາລັດ ແລະ ນິຕິກຳດັ່ງກ່າວ ເພື່ອຮັບປະກັນ ແລະ ເປັນບ່ອນອີງ ໃຫ້ແກ່ການຈັດຕັ້ງປະຕິບັດ ໃຫ້ມີຄວາມເປັນເອກະພາບ, ໜັກແໜ້ນ ແລະ ໂປ່ງໄສ ເຊິ່ງລັດຖະບານ ໄດ້ມອບໝາຍໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສົມທົບ ກັບກະຊວງການເງິນ ແລະ ບັນດາພາກສ່ວນກ່ຽວຂ້ອງ ຮ່າງດໍາລັດວ່າດ້ວຍລົດຂອງລັດ ຈົນໄດ້ຮັບການຮັບຮອງ ແລະ ປະກາດໃຊ້ ຢ່າງເປັນທາງການ, ພ້ອມດຽວກັນນັ້ນ, ໃຫ້ອົງການຈັດຕັ້ງຂອງ ພັກ-ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ກົມກອງກໍາລັງປະກອບອາວຸດ, ຫົວໜ່ວຍໂຄງການ ແລະ ລັດວິສາຫະກິດ ຂັ້ນສູນກາງ ແລະ ທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ ດຳລັດສະບັບນີ້ ຢ່າງເຂັ້ມງວດ ເພື່ອເຮັດໃຫ້ການນຳໃຊ້ລົດຂອງລັດ ຖືກຕ້ອງຕາມແນວທາງ ແລະ ມີຄວາມໂປ່ງໃສ.

ຄະນະສະເພາະກິດ ເພື່ອຄົ້ນຄວ້າລະບຽບການຄຸ້ມຄອງລົດ ບໍລິຫານຂອງລັດ ເຜີຍແຜ່ ດໍາລັດວ່າດ້ວຍ ລົດຂອງລັດ - Visit Laos Visit SALANA BOUTIQUE HOTEL - ຄະນະສະເພາະກິດ ເພື່ອຄົ້ນຄວ້າລະບຽບການຄຸ້ມຄອງລົດ ບໍລິຫານຂອງລັດ ເຜີຍແຜ່ ດໍາລັດວ່າດ້ວຍ ລົດຂອງລັດ

ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ ໄດ້ຍົກໃຫ້ເຫັນ ຈຸດປະສົງຂອງການສ້າງດຳລັດ ເຊິ່ງດຳລັດສະບັບນີ້, ໄດ້ກຳນົດຫລັກການ, ລະບຽບການກ່ຽວກັບການປະກອບ, ການຄຸ້ມຄອງນຳໃຊ້, ການປົກປັກຮັກສາ ແລະ ການສະສາງ ລົດຂອງລັດ ເພື່ອເປັນບ່ອນອີງໃຫ້ແກ່ ອົງການຈັດຕັ້ງຂອງພັກ-ລັດ, ແນວລາວ ສ້າງຊາດ, ສະຫະພັນນັກຮົບເກົ່າລາວ, ອົງການຈັດຕັ້ງມະຫາຊົນ ແລະ ລັດວິສາຫະກິດທຸກລະດັບ ຕະຫລອດຮອດພະນັກງານຜູ້ທີ່ມີສິດ ນຳໃຊ້ລົດປະຈຳຕຳແໜ່ງການນຳຂັ້ນສູງ ໃນການບໍລິຫານລົດຂອງລັດ ແນໃສ່ສ້າງຄວາມເປັນເອກະພາບສູງໃນການຈັດ ຕັ້ງປະຕິບັດຕົວຈິງ ໃນຂອບເຂດທົ່ວປະເທດ, ທັງຮັບປະກັນ ປະຕິບັດນະໂຍບາຍປະ ຢັດແຫ່ງຊາດ ແລະ ໃຫ້ສອດຄ່ອງກັບເງື່ອນໄຂຕົວຈິງ ຂອງປະເທດເຮົາ.

ທ່ານ ບຸນປອນ ວັນນະຈິດ ຍັງໃຫ້ຮູ້ອີກວ່າ: ລົດຂອງລັດ ແມ່ນຊັບສິນຂອງລັດ ທີ່ໄດ້ມາຈາກການຈັດຊື້ດ້ວຍງົບປະມານແຫ່ງລັດ, ງົບປະມານຂອງ ລັດວິສາຫະກິດ, ທຶນກູ້ຢືມ, ການຊ່ວຍເຫລືອລ້າດ້ວຍຮູບການຕ່າງໆ ຈາກການຈັດຕັ້ງ ຫລື ບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ, ລວມທັງໄດ້ມາຈາກການຮິບຕາມຄຳຕັດສິນຂອງສານ ເຊິ່ງຕ້ອງໄດ້ຂຶ້ນບັນຊີຊັບສິນຂອງລັດ ນຳຂະແໜງການເງິນ, ອອກໃບທະບຽນ ແລະ ຕິດປ້າຍທະບຽນນຳຂະແໜງການທີ່ກ່ຽວຂ້ອງ ຕາມລະບຽບການ ເຊິ່ງລົດຂອງລັດ ຈະຖືກປະກອບໃຫ້ເປົ້າໝາຍສະເພາະເພື່ອຮັບໃຊ້ເຂົ້າໃນວຽກງານບໍລິຫານລັດ, ວິຊາສະເພາະ ແລະ ວິຊາສະເພາະຈຳເພາະ, ລົດປະຈຳຕຳແໜ່ງ ແລະ ລັດວິສາຫະກິດ ຕາມພາລະບົດບາດທີ່ຖືກມອບໝາຍ.

ສຳລັບ ການປະກອບລົດປະຈຳຕຳແໜ່ງການນຳລະດັບສູງ ແລະ ນ້ຳມັນ ແມ່ນມີ 4 ປະເພດ ຄື: ການນຳລະດັບສູງ ປະເພດ I ໄດ້ລົດເກັງ 1 ຄັນ, ລົດສໍາຮອງ ປະເພດລົດຈິບ 1 ຄັນ, ນໍ້າມັນ 200 ລິດຕໍ່ເດືອນ; ປະເພດ II ໄດ້ລົດເກັງ1 ຄັນ, ລົດສໍາຮອງ ປະເພດລົດຈິບ 1 ຄັນ, ນໍ້າມັນ 180 ລິດຕໍ່ເດືອນ, ປະເພດ III ໄດ້ລົດເກັງ 1 ຄັນ, ນໍ້າມັນ 150 ລິດ ຕໍ່ເດືອນ ແລະ ປະເພດ IV ໄດ້ລົດເກັງ 1 ຄັນ, ນໍ້າມັນ 120 ລິດ ຕໍ່ເດືອນ. ສຳລັບ ພາຫານະທີ່ນຳໃຊ້ການເຄື່ອນໄຫວວຽກງານທາງການ ທີ່ຈຳເປັນຂອງການນໍາຂັ້ນສູງ ປະເພດ III ແລະ IV ແມ່ນໃຫ້ນຳໃຊ້ລົດບໍລິຫານລວມ.

ພ້ອມດຽວກັນນັ້ນ, ຫົວໜ້າກົມບໍລິຫານ-ພິທີການ ແລະ ການເງິນ, ພ້ອມດ້ວຍ ຮອງຫົວໜ້າກົມນະໂຍບາຍ ກະຊວງການເງິນ ກໍໄດ້ຜັດປ່ຽນກັນ ເຜີຍແຜ່ ຄຳແນະນຳກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ ລົດບໍລິຫານຂອງລັດ ແລະ ຄຳແນະນໍາ ການ ຈັດຕັ້ງປະຕິບັດດຳລັດ ວ່າດ້ວຍລົດຂອງລັດ ເລກທີ 599/ລບ ສະເພາະລົດປະຈຳຕຳແໜ່ງການນໍາລະດັບສູງ ປະເພດ I ຫາ IV ຕື່ມອີກ.

ຄະນະສະເພາະກິດ ເພື່ອຄົ້ນຄວ້າລະບຽບການຄຸ້ມຄອງລົດ ບໍລິຫານຂອງລັດ ເຜີຍແຜ່ ດໍາລັດວ່າດ້ວຍ ລົດຂອງລັດ - 4 - ຄະນະສະເພາະກິດ ເພື່ອຄົ້ນຄວ້າລະບຽບການຄຸ້ມຄອງລົດ ບໍລິຫານຂອງລັດ ເຜີຍແຜ່ ດໍາລັດວ່າດ້ວຍ ລົດຂອງລັດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!