ອິດສະຣາແອນ-ເຢຍລະມັນ ລົງນາມການຮ່ວມມືດ້ານພະລັງງານ
March 30, 2022 - 1:58 PM
ສຳນັກຂ່າວ ຊິນຮວາ ໄດ້ລາຍງານຂ່າວ ໃຫ້ຮູ້ວ່າ: ອິດສະຣາແອນ ແລະ ເຢຍລະມັນ ໄດ້ອອກຖະແຫລງ ການຮ່ວມລະຫວ່າງ ທ່ານຄາຣີນ ເອລຮາຣາ ລັດຖະມົນຕີ ກະຊວງພະລັງງານອິສຣາແອນ ແລະ ທ່ານ ໂອລິເວີຄາຣີສເຊີ ລັດຖະມົນຕີ ກະຊວງເສດຖະກິດ ແລະ ພະລັງງານ ເຢຍລະມັນ ແລະ ໄດ້ລົງນາມຂໍ້ຕົກລົງວ່າດ້ວຍການຮ່ວມມືດ້ານ ພະລັງງານ. ການລົງນາມດັ່ງກ່າວໄດ້ເກີດຂຶ້ນພາຍຫລັງ ກອງປະຊຸມຄູ່ຮ່ວມມືລະຫວ່າງ ອິສຣາແອນ ແລະ ເຢຍລະມັນ ທີ່ຈັດຂຶ້ນໃນລະຫວ່າງ ກອງປະຊຸມຄະນະລັດຖະມົນຕີ ປະຈຳປີ ຂອງອົງການພະລັງງານ ສາກົນ (IEA) ຢູ່ ນະຄອນຫຼວງ ປາຣີ ປະເທດຝຣັ່ງ. ຖະແຫລງການລະບຸວ່າ: ຄວາມເປັນຫຸ້ນສ່ວນເບື້ອງຕົ້ນແມ່ນເພື່ອຜົນປະໂຫຍດຮ່ວມໃນການພັດທະນາເຕັກໂນໂລຊີ ເພື່ອຈັດສັນພະລັງ ງານທີ່ໜ້າເຊື່ອຖື ແບບຍືນຍົງ ແລະ ລາຄາ ທີ່ສາມາດ ຊື້ໄດ້, ໂດຍໃຫ້ຄວາມສຳຄັນກັບການຂະຫຍາຍປະລິມານ ພະລັງງານໝູນວຽນ ແລະ ການໃຊ້ເຕັກໂນໂລຊີ ພະລັງງານໃໝ່.