ຄົນລາວເສຍຊີວິດຈາກການເປັນພະຍາດທີ່ເກີດຈາກຢາສູບ 7.000 ຄົນ/ປີ


ທ່ານ ນາງ ຄັດທະນະພອນ ພັນດວງສີ ຮອງຫົວຫນ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ລາຍງານ ກອງປະຊຸມ ເຜີຍແຜ່ກົດໝາຍ ວ່າດ້ວຍການຄວບຄຸມຢາສູບ ສະບັບປັບປຸງ ວັນທີ 29 ມີນາ 2022 ນີໃຫ້ຮູ້ວ່າ:
ໃນວັນທີ 14 ມີນາ 2022 ຜ່ານມາ, ທ່ານປະທານປະເທດແຫ່ງ ສປປ ລາວ ໄດ້ເຊັນຮັບຮອງ ກົດໝາຍວ່າດ້ວຍການຄວບຄຸມຢາສູບ ສະບັບປັບປຸງ ເຊິ່ງປະກອບດ້ວຍ ມາດຕະການທີ່ເຂັ້ມແຂງ ທີ່ຈະສະໜັບສະໜູນໃຫ້ ວຽກງານການຄວບຄຸມຢາສູບພາຍໃນປະເທດ ມີປະສິດທິຜົນ ແລະ ສອດຄ່ອງກັບ ຂໍ້ແນະນຳສົນທິສັນຍາຂອງອົງການອະນາໄມໂລກ ວ່າດ້ວຍການຄວບຄຸມຢາສູບ ທີ່ ສປປ ລາວ ເປັນພາຄີ.
ກົດໝາຍຄວບຄຸມຢາສູບ ໃນຄັ້ງນີ້ ແມ່ນເພື່ອຫລຸດຜ່ອນການສູບຢາ ຂອງປະຊາຊົນບັນດາເຜົ່າ, ຫລຸດຜ່ອນການເປັນພະຍາດ ແລະ ຄ່າໃຊ້ຈ່າຍທີ່ບໍ່ຈຳເປັນຈາກການຊົມໃຊ້ຢາສູບ ໂດຍສະເພາະແມ່ນເລັ່ງໃສ່ການປົກປ້ອງໄວໜຸ່ມ ທີ່ຈະເປັນອະນາຄົດຂອງຊາດ ຈາກການເຂົ້າສູ່ວົງຈອນການເສບຕິດຢາສູບ ແລະ ສົ່ງເສີມໃຫ້ພົນລະເມືອງທຸກຄົນ ມີສຸຂະພາບແຂງແຮງ ແລະ ອາຍຸຍືນຍາວ.
ກົດໝາຍວ່າດ້ວຍການຄວບຄຸມຢາສູບສະບັບນີ້ ແມ່ນປັບປຸງຈາກ ກົດໝາຍທີ່ປະ ກາດໃຊ້ໃນປີ 2009 ທັງນີ້, ກໍເພື່ອບັນລຸຍຸດທະສາດການຄວບຄຸມຢາສູບ ແນໃສ່ ປົກປ້ອງ ແລະ ສົ່ງເສີມສຸຂະພາບຂອງປະຊາຊົນ, ຮັກສາສະພາບແວດລ້ອມໃຫ້ປອດໄພ, ປະຕິບັດພັນທະຕໍ່ສົນທິສັນຍາ ພາກພື້ນ ແລະ ສາກົນ ແລະ ປະກອບສ່ວນໃນການປ້ອງກັນ ແລະ ການພັດທະນາປະເທດຊາດ ໂດຍໄດ້ມີການປັບປຸງຫລາຍຈຸດ ເປັນຕົ້ນ ນິຍາມຜະລິດຕະພັນຢາສູບ ເພື່ອໃຫ້ຄອບຄຸມເອົາຢາສູບໄຟຟ້າທຸກປະເພດ ເປັນຕົ້ນ ຢາສູບໄຟຟ້າ, ຢາສູບລະເຫີຍອາຍ ແລະ ອື່ນໆ; ກົດໝາຍສະບັບປັບປຸງນີ້, ຍັງເປີດໂອກາດໃຫ້ກະຊວງສາທາ ລະນະສຸກ ສາມາດປັບປຸງຄໍາເຕືອນສຸຂະພາບເປັນຮູບພາບ ທີ່ມີຢູ່ແລ້ວ ໃຫ້ມີປະສິດທິຜົນຍິ່ງຂຶ້ນ ໃຫ້ຊອງຢາສູບປາສະຈາກການໂຄສະນາ ແລະ ຍັງຊ່ວຍຊຸກຍູ້ ສະໜັບສະໜູນໃຫ້ເພີ່ມອາກອນຊົມໃຊ້ຢາສູບໃຫ້ສອດຄ່ອງກັບ ການເຕີບໂຕທາງດ້ານເສດຖະ ກິດ, ຄວາມສາມາດໃນການຊື້ ແລະ ອັດຕາເງິນເຟີ້.
ພ້ອມນີ້, ຍັງໄດ້ກຳນົດ ເຂດປອດຄວັນຢາສູບ ພາຍໃນ ແລະ ພາຍນອກອາຄານ ຢ່າງຈະແຈ້ງ ໂດຍອະນຸຍາດໃຫ້ສູບຢາ ຢູ່ນອກອາຄານເທົ່ານັ້ນ ແລະ ຫ່າງຈາກອາຄານຢ່າງໜ້ອຍ 10 ແມັດ, ສ່ວນບ່ອນອະນຸຍາດໃຫ້ສູບຢາຕ້ອງບໍ່ມີຫລັງຄາ ແລະ ຈັດໃຫ້ມີບ່ອນເຂ່ຍຂີ້ກອກຢາ.
ທ່ານ ຄັດທະນະພອນ ພັນດວງສີ ຍັງໃຫ້ຮູ້ອີກວ່າ: ທົ່ວປະເທດ ຄົນລາວສູບຢາ ປະມານ 824.000 ຄົນ, ຢາສູບ ກໍໃຫ້ເກີດພະຍາດຮ້າຍແຮງຫລາຍຊະນິດ ແລະ ສ້າງພາລະຄ່າໃຊ້ຈ່າຍໃນການປິ່ນປົວພະຍາດທີ່ເກີດຈາກຢາສູບ ສູງເຖິງ 428 ລ້ານໂດລາ ຫລື ກວມເອົາ 2.24% ຂອງ GDP ແລະ ຢາສູບຍັງເຮັດໃຫ້ ຄົນລາວເສຍຊີວິດເຖິງ 7.000 ຄົນຕໍ່ປີ.