ຄາດວ່າການເຕີບໂຕເສດຖະກິດຂອງ ສປປ ລາວ ຈະຕໍ່າກວ່າ 4,5%

ຄາດວ່າການເຕີບໂຕເສດຖະກິດຂອງ ສປປ ລາວ ຈະຕໍ່າກວ່າ 4,5% - Asian Development Bank - ຄາດວ່າການເຕີບໂຕເສດຖະກິດຂອງ ສປປ ລາວ ຈະຕໍ່າກວ່າ 4,5%
ຄາດວ່າການເຕີບໂຕເສດຖະກິດຂອງ ສປປ ລາວ ຈະຕໍ່າກວ່າ 4,5% - kitchen vibe - ຄາດວ່າການເຕີບໂຕເສດຖະກິດຂອງ ສປປ ລາວ ຈະຕໍ່າກວ່າ 4,5%

ອີງຕາມບົດລາຍງານຮ່ວມ ລະຫວ່າງ ທະນາຄານພັດທະນາອາຊີ (ADB) ກັບສະພາການຄ້າ ແລະອຸດສາຫະ ກຳແຫ່ງຊາດລາວ ໃນວັນທີ 31 ມີນາ 2022 ໃຫ້ຮູ້ວ່າ: ສະພາບແວດລ້ອມຂອງລະບຽບການຕໍ່ການພັດທະນາທຸລະກິດ ໄດ້ຮັບການປັບປຸງໃນທົ່ວທຸກແຂວງຂອງ ສປປ ລາວ, ແຕ່ຍັງມີຫລາຍຢ່າງທີ່ຈະຕ້ອງໄດ້ເຮັດເພື່ອເຮັດໃຫ້ປະເທດຟື້ນໂຕຈາກການລະບາດພະຍາດໂຄວິດ-19.

ບົດລາຍງານຮ່ວມນີ້ໄດ້ຊີ້ໃຫ້ເຫັນ 6 ຂົງເຂດບູລິມະສິດເຊັ່ນ: ຄວາມງ່າຍຂອງການເລີ່ມຕົ້ນທຸລະກິດ, ຄວາມໂປ່ງໃສ ແລະ ການເຂົ້າເຖິງຂໍ້ມູນຂ່າວສານ, ພາລະທາງດ້ານລະ ບຽບການ, ຄ່າໃຊ້ຈ່າຍທີ່ບໍ່ເປັນທາງການ, ຄວາມສອດຄ່ອງຂອງການຈັດຕັ້ງປະຕິບັດນະໂຍບາຍ ແລະ ຄວາມເປັນມິດຂອງອົງການປົກຄອງແຂວງຕໍ່ພາກທຸລະກິດ.

ຄາດວ່າການເຕີບໂຕເສດຖະກິດຂອງ ສປປ ລາວ ຈະຕໍ່າກວ່າ 4,5% - Visit Laos Visit SALANA BOUTIQUE HOTEL - ຄາດວ່າການເຕີບໂຕເສດຖະກິດຂອງ ສປປ ລາວ ຈະຕໍ່າກວ່າ 4,5%

ທ່ານ ນາງ ໂຊໂນມິ ທະນາກະ ຜູ້ຕາງໜ້າ ADB ປະຈໍາ ສປປ ລາວ ໄດ້ໃຫ້ຮູ້ວ່າ: ການປະຕິຮູບນັບແຕ່ປີ 2018 ເປັນຕົ້ນມາໄດ້ຊ່ວຍໃຫ້ລັດຖະບານຂັ້ນທ້ອງຖິ່ນກໍາຈັດສິ່ງກີດຂວາງ ຕໍ່ການພັດທະນາທຸລະກິດ ແລະ ຍັງຊຸກຍູ້ຄວາມຫລາກຫລາຍຂອງເສດຖະກິດ. ສ່ວນການປະຕິຮູບຕໍ່ໄປຂ້າງໜ້າ, ການຈັດຕັ້ງປະຕິບັດງານດ້ວຍຄວາມສັດຊື່ ແລະ ມີປະສິດທິພາບແມ່ນຈຳເປັນ ເພື່ອກະຕຸ້ນໃຫ້ເກີດມີໂອ ກາດທາງທຸລະກິດໃໝ່ໆ ແລະ ສ້າງວຽກເຮັດງານທຳທີ່ຊ່ວຍໃຫ້ ສປປ ລາວ ສ້າງເສດຖະກິດຢ່າງມີປະສິດທິຜົນ ແລະ ສາມາດແຂ່ງຂັນໄດ້ຫລາຍຂຶ້ນກວ່າເກົ່າ ພາຍຫລັງວິກິດການການແຜ່ລະບາດພະຍາດໂຄວິດ-19.

ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ໃຫ້ຮູ້ວ່າ: ການຜ່ານຜ່າສິ່ງທ້າທາຍຈາກພະຍາດລະບາດທີ່ບໍ່ເຄີຍມີມາກ່ອນ ມັນຮຽກ ຮ້ອງໃຫ້ລັດຖະບານຈາກສູນກາງ ແລະທ້ອງຖິ່ນ ຮ່ວມມືກັບພາກເອກະຊົນຢ່າງໃກ້ຊິດ ເພື່ອດຶງດູດການລົງທຶນໃໝ່ ທັງຈາກພາຍໃນ ແລະ ຕ່າງປະເທດ. ບົດລາຍງານການສ້າງສີ່ງອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການລົງທຶນຂັັ້ນແຂວງ ໄດ້ສະໜອງຂໍ້ມູນການວິເຄາະລະອຽດກ່ຽວກັບຈຸດແຂງ ແລະ ຈຸດອ່ອນຂອງຂັ້ນຕອນສະພາບແວດລ້ອມທຸລະກິດ ແລະ ການຈັດຕັ້ງປະຕິບັດໃນລະດັບທ້ອງຖິ່ນ. ເສດຖະກິດ ແລະ ຊຸມຊົນທຸລະກິດຂອງ ສປປ ລາວ ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກການແພ່ລະບາດຂອງພະຍາດໂຄວິດ-19.

ບົດລາຍງານຍັງໄດ້ລະບຸວ່າ ການເຕີບໂຕເສດຖະກິດຂອງປະເທດ ຄາດວ່າຈະຕໍ່າກວ່າ 4,5% ໃນປີ 2022 ແລະ 2023, ເມື່ອທຽບກັບການຂະຫຍາຍໂຕສະເລ່ຍປະຈໍາປີ 7% ໃນສອງທົດສະວັດທີ່ຜ່ານມາ. ບົດລາຍງານດັ່ງກ່າວຍັງລະບຸວ່າ ການປະຕິຮູບຂອງລັດຖະບານໃນປີ 2018 ໄດ້ຫລຸດຜ່ອນຄ່າໃຊ້ຈ່າຍແລະ ເວລາການຂໍຂຶ້ນທະບຽນວິສາຫະກິດຫລຸດລົງເຖິງໜຶ່ງສ່ວນສາມ. ແຕ່ການສຳຫລວດໃນຄັ້ງນີ້ພົບວ່າ ມີການປະຕິບັດບໍ່ໄປຕາມລະບຽບຢ່າງຫລວງຫລາຍ ລວມທັງຄ່າໃຊ້ຈ່າຍທີ່ບໍ່ເປັນທາງການໃຫ້ເຈົ້າໜ້າທີ່ລັດ, ການລາຍງານລາຍຮັບຂອງວິສາຫະກິດທີ່ເຊື່ອງອໍາ ແລະ ຄວາມຫຍຸ້ງຍາກໃນການເຂົ້າເຖິງຂໍ້ມູນຂ່າວສານທາງການ.

ພ້ອມກັນນີ້, ລະບຽບການທີ່ມີຄວາມຫຍຸ້ງຍາກ ແລະ ຊັບຊ້ອນສະແດງໃຫ້ເຫັນວ່າ ລັດຖະບານພວມສູນເສຍລາຍຮັບຈາກການເກັບອາກອນຢ່າງຫລວງຫລາຍ ເຊິ່ງຈໍາເປັນຕໍ່ການໃຊ້ຈ່າຍເຂົ້າໃນການບໍລິການພາກລັດທີ່ສຳຄັນຕ່າງໆ.

ຄາດວ່າການເຕີບໂຕເສດຖະກິດຂອງ ສປປ ລາວ ຈະຕໍ່າກວ່າ 4,5% - 3 - ຄາດວ່າການເຕີບໂຕເສດຖະກິດຂອງ ສປປ ລາວ ຈະຕໍ່າກວ່າ 4,5%
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!