ສະຖານທູດຣັດເຊຍປະຈໍາລາວ ຖະແຫລງ ທະຫານຣັດເຊຍເຮັດທຸກຢ່າງເພື່ອຫລີກເວັ້ນການເສຍຊີວິດຂອງປະຊາຊົນ, ບໍ່ໂຈມຕີເປົ້າໝາຍທີ່ເປັນປະຊາຊົນ

ວັນທີ 1 ເມສາ 2022 ນີ້, ທ່ານ ດານິລ ອາ ໂວໂດປີອານອບ ເລຂານຸການຕີ ປະຈຳສະຖານທູດ ສ ຣັດເຊຍ ປະຈຳ ສປປ ລາວ ໄດ້ຖະແຫລງກ່ຽວກັບຄວາມຄືບໜ້າ ການເຄື່ອນໄຫວພິເສດທາງທະຫານໃນຢູເຄຣນວ່າ: ນັບແຕ່ວັນທີ 24 ເດືອນກຸມພາ 2022 ເປັນຕົ້ນມາ, ປັດຈຸບັນ ທະຫານຣັດເຊຍ ພວມເຮັດທຸກຢ່າງເພື່ອຫລີກເວັ້ນການເສຍຊີວິດຂອງປະຊາຊົນ, ບໍ່ໂຈມຕີເປົ້າໝາຍທີ່ເປັນປະຊາຊົນ, ເປີດແລວທາງດ້ານມະນຸດສະທໍາປະຈໍາວັນ ແລະ ຊ່ວຍເຫລືອປະຊາຊົນອອກຈາກເຂດອັນຕະລາຍ.
ທ່ານ ດານິລ ອາ ໂວໂດປີອານອບ ໄດ້ກ່າວວ່າ: ເປັນເວລາໜຶ່ງເດືອນແລ້ວ ນັບແຕ່ວັນທີ 28 ກຸມພາ 2022 ການເຈລະຈາລະຫວ່າງຄະນະຜູ້ແທນຣັດເຊຍ ແລະ ຢູເຄຣນ ພວມດໍາເນີນຢູ່, ບັນຫາທີ່ໄດ້ປືກສາຫາລື ແມ່ນສະຖານະທີ່ເປັນກາງຂອງຢູເຄຣນ ເຊິ່ງແມ່ນສະຖານະທີ່ບໍ່ແມ່ນສະມາຊິກກຸ່ມ ຫລື ອົງການທະຫານ, ການຮັບປະກັນຄວາມໝັ້ນຄົງໃຫ້ແກ່ຢູເຄຣນ, ການປົດປ່ອຍ ຢູເຄຣນ ຈາກອາວຸດ, ການປົດປ່ອຍຢູເຄຣນອອກຈາກອຸດົມການນາຊີ, ການຮັບຮູ້ສະພາບຊາຍແດນ, ການຟື້ນຟູສະຖານະການພາສາຣັດເຊຍ ແລະ ການຟື້ນຟູສິດທິຂອງປະຊາກອນທີ່ເວົ້າ ພາສາຣັດເຊຍ.