ຣັງນິກ ຍັງບໍ່ຍອມຕັດໃຈຈາກອັນດັບ 4 ພຣີເມຍລີກ

ຣາຟ ຣັງນິກ ຜູ້ຈັດການທີມ ແມນເຊສເຕີ ຢູໄນເຕັດ ປະກາດຍັງບໍ່ຍອມຕັດໃຈຈາກການຫວັງຢູ່ 1 ໃນ 4 ພຣີເມຍລີກ ເຖິງວ່າສະຖານະການຈະເປັນຮອງຄູ່ແຂ່ງຫລາຍ ຫລັງເຮັດໄດ້ພຽງເປີດບ້ານສະເຫມີກັບ ເລສເຕີ ຊິຕີ 1-1.
ຈາກການສະເຫມີກັບ ເລສເຕີ ຊິຕີ ເຮັດໃຫ້ ແມນເຊສເຕີ ຢູໄນເຕັດ ຢູ່ໃນອັນດັບ 6 ໂດຍຄະແນນຕາມຫລັງອາເຊນອລ ທີມອັນດັບ 4 ຢູ່ 3 ຄະແນນ ແລະ ຍັງແຂ່ງຫລາຍກວ່າເຖິງ 2 ນັດ ນອກຈາກນີ້ຍັງມີ 51 ຄະແນນເທົ່າກັບ ທັອດແນມ ຮັອດສະເປີ ທີມອັນດັບ 5 ແຕ່ຜົນຕ່າງປະຕູໄດ້ເສຍເປັນຮອງ ແລະ ແຂ່ງຫລາຍກວ່າ 1 ນັດນຳອີກ.
ແນວໃດກໍຕາມ ຣັງນິກ ຢືນຢັນວ່າ ຕາບໃດທີ່ຍັງມີຄວາມເປັນໄປໄດ້ໃນທາງຄະນິດສາດ ລາວ ແລະ ລູກທີມກໍຈະບໍ່ຍອມຖອດໃຈແນ່ນອນ.
ໂດຍລະບຸວ່າ : ‘‘ ມັນເປັນານ ແລະ ເປັນຫນ້າທີ່ຂອງເຮົາທີ່ຈະຕ້ອງພະຍາຍາມເຮັດໃຫ້ດີທີ່ສຸດເພື່ອຢູ່ໃນອັນດັບທີ່ດີທີ່ສຸດ ຂ້ອຍເບິ່ງເຫັນພາບຢ່າງຈະແຈ້ງ ເຮາມີການເຈລະຈາເລື່ອງນີ້ເປັນການພາຍໃນ ແຕ່ຂ້ອຍຍັງບໍ່ສາມາດເວົ້າຫຍັງໄດ້ໃນໄລຍະນີ້ ’’.