ປະທານສານປະຊາຊົນສູງສຸດ ເນັ້ນໃຫ້ສະມາຊິກພັກ-ພະນັກງານສານປະຊາຊົນແຂວງໄຊຍະບູລີ ປະຕິບັດໜ້າທີ່ດ້ວຍຄວາມໂປ່ງໃສ ແລະ ເປັນທໍ

- 277788527 342606731230249 5947099200184596334 n - ປະທານສານປະຊາຊົນສູງສຸດ ເນັ້ນໃຫ້ສະມາຊິກພັກ-ພະນັກງານສານປະຊາຊົນແຂວງໄຊຍະບູລີ ປະຕິບັດໜ້າທີ່ດ້ວຍຄວາມໂປ່ງໃສ ແລະ ເປັນທໍ
- kitchen vibe - ປະທານສານປະຊາຊົນສູງສຸດ ເນັ້ນໃຫ້ສະມາຊິກພັກ-ພະນັກງານສານປະຊາຊົນແຂວງໄຊຍະບູລີ ປະຕິບັດໜ້າທີ່ດ້ວຍຄວາມໂປ່ງໃສ ແລະ ເປັນທໍ
ໃນລະຫວ່າງວັນທີ31ມີນາ- 02ເມສາ 2022 ຜ່ານມາ, ທ່ານ ສຈ ປອ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກ ແລະ ພົບປະໂອ້ລົມສະມາຊິກພັກ-ພະນັກງານສານປະຊາຊົນແຂວງໄຊຍະບູລີ, ສານປະຊາຊົນເຂດ 1, ເຂດ 2 ແລະ ເຂດ 3 ຂອງແຂວງ ໂດຍທ່ານໄດ້ເນັ້ນໃຫ້ຄະນະປະທານສານແຕ່ລະຂັ້ນ ເອົາໃຈໃສ່ປະຕິບັດວຽກງານວິຊາສະເພາະຂອງຕົນໃຫ້ເຂັ້ມແຂງກວ່າເກົ່າ ໂດຍສະເພາະແມ່ນວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດພະນັກງານສານ ເພື່ອພ້ອມກັນເຮັດສໍາເລັດໜ້າທີ່ຢ່າງມີປະສິດທິຜົນ ແລະ ຍຸຕິທໍາ.
อาจเป็นรูปภาพของ 4 คน  - 277780582 342606824563573 6768194129020771644 n - ປະທານສານປະຊາຊົນສູງສຸດ ເນັ້ນໃຫ້ສະມາຊິກພັກ-ພະນັກງານສານປະຊາຊົນແຂວງໄຊຍະບູລີ ປະຕິບັດໜ້າທີ່ດ້ວຍຄວາມໂປ່ງໃສ ແລະ ເປັນທໍ
ທ່ານ ສຈ ປອ ນາງ ວຽງທອງ ສີພັນດອນ ກ່າວວ່າ: ເພື່ອກໍ່ສ້າງ ແລະ ປັບປຸງພະນັກງານສານແຕ່ລະຂັ້ນໃຫ້ນັບມື້ເຂັ້ມແຂງ ແລະ ເຕີບໃຫຍ່ທາງດ້ານຄຸນນະພາບ ຮຽກຮ້ອງໃຫ້ຄະນະປະທານສານປະຊາຊົນແຂວງໄຊຍະບູລີ, ສານເຂດ 1, 2 ແລະ 3 ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ຜູ້ພິພາກສາ ແລະ ພະນັກງານສານໃຫ້ກຳແໜ້ນ ແລະ ມີຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ໜ້າທີ່ການເມືອງ ທີ່ພັກ-ລັດມອບໝາຍໃຫ້ໃນການປົກປ້ອງແນວທາງນະໂຍບາຍ, ອິດທິພົນ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ, ປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງປະຊາຊົນ, ຮັບໃຊ້ປະຊາຊົນ ແລະ ຮັບປະກັນຄວາມຍຸຕິທຳ; ຕ້ອງມີຄວາມເປັນແບບຢ່າງນຳໜ້າໃນການປະຕິບັດກົດໝາຍ, ການຄົ້ນຄວ້າພິຈາລະນາ ແລະ ແກ້ໄຂຄະດີ ຕ້ອງມີທັດສະນະເບິ່ງບັນຫາຢ່າງຮອບດ້ານ, ຮອບຄອບ, ພາວະວິໄສ ແລະ ເບິ່ງຫຼັກຖານໂຕຈິງ; ຍົກສູງຄຸນນະພາບຂອງການດໍາເນີນຊີວິດການເມືອງ ຕິດພັນກັບການກວດກາ, ຕີລາຄາຄວາມເປັນແບບຢ່າງນໍາໜ້າຂອງແຕ່ລະສະຫາຍໃນຄະນະໜ່ວຍພັກ, ສະມາຊິກພັກ ເພື່ອເພີ່ມທະວີກໍາລັງແຮງໃນການຕໍ່ສູ້ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນກົງຈັກການຈັດຕັ້ງຂອງສານແຕ່ລະຂັ້ນແນໃສ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ; ຕິດຕາມ-ກວດກາການປະຕິບັດ ໜ້າທີ່ຂອງການຈັດຕັ້ງພັກ, ການກໍ່ສ້າງ ແລະ ຂະຫຍາຍພັກ ກໍຄືການປະຕິບັດໜ້າທີ່ຂອງສະມາຊິກພັກ-ພະນັກງານ ຢູ່ສານປະຊາຊົນ ໂດຍສະເພາະຜູ້ທີ່ມີສ່ວນກ່ຽວຂ້ອງກັບການດຳເນີນຄະດີເຊັ່ນ: ຈ່າສານ, ຜູ້ຊ່ວຍຜູ້ພິພາກສາ ແລະ ຜູ້ພິພາກສາ, ຕ້ອງມີມາດຕະການເຂັ້ມງວດ-ເດັດຂາດຕໍ່ສະມາຊິກພັກ-ພະນັກງານທີ່ລະເມີດກົດໝາຍ, ມີການສວຍໃຊ້ໜ້າທີ່ຕໍາແໜ່ງ ແລະ ຄວາມຮັບຜິດຊອບກົດໜ່ວງຖ່ວງດຶງການດຳເນີນຄະດີໃຫ້ຊັກຊ້າ, ສວຍໃຊ້ຊ່ອງຫວ່າງຂອງກົດໝາຍ, ເຊື່ອງອໍາຂໍ້ມູນຫຼັກຖານເພື່ອຊອກຫາຜົນປະໂຫຍດທີ່ບໍ່ຊອບທໍາ, ບໍ່ມີຄວາມໂປ່ງໃສໃນການປະຕິບັດໜ້າທີ່ວຽກງານ ກໍຄືການຄົ້ນຄວ້າພິຈາລະນາຕັດສິນ ຫຼື ພິພາກສາຄະດີ ເພື່ອເຮັດໃຫ້ການສະເໜີຂໍອຸທອນ, ຂໍລົບລ້າງ ຫຼື ຂໍຮື້ຟື້ນຄະດີ ມີອັດຕາສ່ວນຫຼຸດໜ້ອຍຖອຍລົງ; ເອົາໃຈໃສ່ຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານ ໂດຍສະເພາະລາຍຮັບ-ລາຍຈ່າຍຄ່າບໍລິການວິຊາການ ແລະ ຄ່າທຳນຽມ ໃຫ້ຖືກຕ້ອງຕາມກົດໝາຍທີ່ໄດ້ກຳນົດ; ຕ້ອງມີຄວາມບຸກບືນສູ້ຊົນຝຶກຝົນຫຼໍ່ຫຼອມຕົນເອງ ແລະ ອອກແຮງຄົ້ນຄວ້າຮ່ຳຮຽນຍົກລະດັບໃນທຸກດ້ານໂດຍສະເພາະແມ່ນວິຊາສະເພາະທາງດ້ານກົດໝາຍ ແລະ ມີຄວາມສາມາດໝູນໃຊ້ແນວຄິດທິດສະດີ ເຂົ້າໃສ່ພາກປະຕິບັດໂຕຈິງ, ສ້າງໃຫ້ມີການຫັນປ່ຽນໃໝ່ໃນການພິຈາລະນາແກ້ໄຂຄະດີ ເພື່ອນຳເອົາຄວາມຍຸຕິທຳມາໃຫ້ສັງຄົມ. ຄຽງຄູ່ດຽວກັນ, ຕ້ອງເພີ່ມທະວີການພົວພັນ, ການປະສານສົມທົບ, ການປະຕິບັດລະບອບການລາຍງານຕາມໜ້າວຽກໃນຂອບເຂດຄວາມຮັບຜິດຊອບຂອງຕົນລະຫວ່າງສາຍຕັ້ງ-ສາຍຂວາງ ໃຫ້ກົມກຽວ, ທັນເວລາ ແລະ ຖືກຕ້ອງກັບຕົວຈິງ.
ທ່ານໄດ້ເນັ້ນໃຫ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍບົດບັນທຶກການຮ່ວມມືລະຫວ່າງ 4 ພາກສ່ວນ ຄື: ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ກະຊວງຍຸຕິທຳ ແລະ ກະຊວງປ້ອງກັນປະເທດ ທີ່ໄດ້ເປັນເອກະພາບໃນແຕ່ລະໄລຍະໃຫ້ເຂົ້າສູ່ຕົວຈິງຫຼາຍຂຶ້ນ ເພື່ອຮັບປະກັນໄດ້ຄວາມໂປ່ງໃສ ແລະ ເປັນທໍາ.
- 4 - ປະທານສານປະຊາຊົນສູງສຸດ ເນັ້ນໃຫ້ສະມາຊິກພັກ-ພະນັກງານສານປະຊາຊົນແຂວງໄຊຍະບູລີ ປະຕິບັດໜ້າທີ່ດ້ວຍຄວາມໂປ່ງໃສ ແລະ ເປັນທໍ
- 5 - ປະທານສານປະຊາຊົນສູງສຸດ ເນັ້ນໃຫ້ສະມາຊິກພັກ-ພະນັກງານສານປະຊາຊົນແຂວງໄຊຍະບູລີ ປະຕິບັດໜ້າທີ່ດ້ວຍຄວາມໂປ່ງໃສ ແລະ ເປັນທໍ
- 3 - ປະທານສານປະຊາຊົນສູງສຸດ ເນັ້ນໃຫ້ສະມາຊິກພັກ-ພະນັກງານສານປະຊາຊົນແຂວງໄຊຍະບູລີ ປະຕິບັດໜ້າທີ່ດ້ວຍຄວາມໂປ່ງໃສ ແລະ ເປັນທໍ