ເຕືອນສະຕິໄດ້ດີຫລາຍ ຢ່າຄາດຫວັງຫຍັງກັບລູກໆ ເຖິງເຮົາຈະລ້ຽງເຂົາມາກໍຕາມ.

ຢ່າໄປຄາດຫວັງຫຍັງຈາກລູກໆ ເຖິງຈະລ້ຽງເຂົາມາຕັ້ງແຕ່ເກີດ ທ່ານທີ່ອາຍຸເກີນ 50 ປີ ຄວນທຳຄວາມເຂົ້າໃຈ ເຄີຍໄດ້ຍິນຄົນທີ່ເຂົາເວົ້າກັນວ່າ ຄົນທີ່ບໍ່ມີລູກເຂົາມັກຈະມີບຸນ ເຮົາກໍສົງໄສ ແລະ ຕັ້ງຄຳຖາມຫລາຍໆຂໍ້ ວ່າຄົນທີ່ເຂົາບໍ່ມີລູກນັ້ນມີບຸນແທ້ຫລືບໍ່ ? ເປັນຫຍັງຈຶ່ງເປັນແບບນັ້ນ ? ມື້ນີ້ຈຶ່ງໄດ້ນຳເອົາບົດຄວາມໜຶ່ງທີ່ເພິ່ນໄດ້ກ່າວໄວ້ວ່າ : ຢ່າຄາດຫວັງຫຍັງຫລາຍຈາກລູກໆ ເຖິງທ່ານຈະລ້ຽງເຂົາໄວ້ເບິ່ງແຍງທ່ານຍາມແກ່ເຖົ້າ ເຂົາກໍວຸ້ນວາຍກັບວຽກງານ ແລະ ພາລະຜູກພັນຕ່າງໆເກີນກ່ວາຈະມີເວລາມາຊ່ວຍເຫລືອເບິ່ງແຍງຫຍັງທ່ານໄດ້ຫລາຍປານນັ້ນ. ຄົນອາຍຸ 50 ປີຄືທ່ານຕ້ອງຢຸດເອົາສຸຂະພາບໄປແລກກັບຄວາມຮັ່ງມີໄດ້ແລ້ວ ເພາະມີເງິນຫລາຍປານໃດກໍຊື້ສຸຂະພາບຄືນມາບໍ່ໄດ້. ອາຍຸຫລາຍແລ້ວ ທ່ານຢາກຈະມີຄວາມສຸກກັບຊີວິດທີ່ເຫລືອຫລືບໍ່ ? ຫລື ຢາກຈະຈົມຢູ່ກັບຄວາມທຸກຕ່າງໆນາໆ ? ຊີວິດຂອງທ່ານ ທ່ານເອງກໍມີສິດຈະຄວບຄຸມມັນ ແລະ ກໍຄືກັນ ທ່ານຈະໄປຄວບຄຸມຊີວິດຄົນອື່ນໃຫ້ເປັນດັ່ງທີ່ໃຈຂອງທ່ານຄິດຄົງບໍ່ໄດ້ ລູກຂອງທ່ານຕອນຍັງນ້ອຍ ທ່ານເອງກໍຫວັງໃຫ້ພວກເຂົາເຕີບໃຫຍ່ມາເບິ່ງເອງຕົນເອງໄດ້ ແລະ ມີຄວາມສຸກແມ່ນບໍ່ ? ຖ້າທ່ານຍັງຈະໃສ່ຄວາມຄາດຫວັງຂອງຕົນເອງລົງໄປໂດຍທີ່ເຂົາບໍ່ໄດ້ຢາກຈະເຮັດມັນ ທ່ານຄິດວ່າລູກຈະມີຄວາມສຸກຫລືບໍ່ ? ດັ່ງນັ້ນ, ຕາບໃດທີ່ທ່ານຍັງມີເຂົ້າປາອາຫານກິນຢ່າງພຽງພໍ, ມີເງິນພໍໃຊ້ສອຍໄດ້ທຸກມື້ ພຽງເທົ່ານີ້ກໍດີເຫລືອຫລາຍແລ້ວ ອາຍຸເທົ່ານີ້ແລ້ວທ່ານຄວນຢູ່ຢ່າງເປັນສຸກ, ທຸກເຮືອນລ້ວນແຕ່ມີບັນຫາຂອງຕົນເອງ, ຢ່າເມົາແຕ່ໄປຄິດປຽບທຽບຊີງດີຊີງເດັ່ນກັນເລີຍ ບໍ່ວ່າຊື່ສຽງ ຖານະໃນສັງຄົມ ຫລື ຄວາມກ້າວໜ້າຂອງລູກໆ. ສິ່ງທີ່ຄວນຈະແຂ່ງຂັນກັນແທ້ໆນັ້ນແມ່ນແຂ່ງກັນມີຄວາມສຸກ, ມີສຸຂະພາບດີ ແລະ ມີອາຍຸຍືນຍາວ. ສ່ວນອັນໃດທີ່ເຮົາປ່ຽນມັນບໍ່ໄດ້ ກໍຢ່າໄປຝັງຈິດຝັງໃຈໃຫ້ເສຍເວລາ ແລະ ທຳລາຍສຸຂະພາບຕົນເອງເລີຍ ອາຍຸເທົ່ານີ້ແລ້ວກໍຍັງປ່ຽນມັນບໍ່ໄດ້ເລີຍ ແລ້ວຈະເສຍເວລາຕື່ມຫຍັງອີກ.
ຄົນທີ່ບໍ່ມີລູກ ເອີ້ນວ່າ ຄົນມີບຸນ ແທ້ຫລືບໍ່ ?
- ນາງ ກ ຖາມ : ຂ້ານ້ອຍບໍ່ມີລູກເປັນຂອງຕົນເອງ ທີ່ເປັນແບບນີ້ຍ້ອນຂ້ານ້ອຍບໍ່ມີບຸນແມ່ນບໍ່ ?
- ຄູບາ ຕອບ : ມີບຸນແລ້ວ, ຄົນບໍ່ມີລູກຈະບໍ່ມີບຸນໄດ້ແນວໃດ ? ຄົນມີລູກນັ້ນເປັນຄົນມີກຳ ລອງໄປຖາມຄົນມີລູກເບິ່ງເດີ້.
- ນາງ ກ ຖາມ ຕື່ມ : ຍ້ອນຫຍັງຄົນມີລູກຈຶ່ງມີກຳ ? ຄູບາ.
- ຄູບາ ຕອບ : ເພາະວ່າລ້ຽງລູກມັນອຸກໃຈ ຍ້ອນລູກດື້, ລູກບໍ່ຟັງຄວາມ, ບອກຫຍັງສອນຫຍັງກໍບໍ່ເອົາ ຫລື ລູກໄປເຮັດຫຍັງທີ່ເກີດຄວາມເສຍຫາຍຂຶ້ນມາ ພໍ່ແມ່ກໍຕ້ອງອຸກໃຈ, ລູກໄປທຳລາຍສິ່ງຂອງຄົນອື່ນ ພໍ່ແມ່ກໍຕ້ອງຮັບຜິດຊອບຫາເງິນມາຊົດໃຊ້ແທນຄືນຄ່າເສຍຫາຍຕ່າງໆ ເຊິ່ງການລ້ຽງລູກມັນບໍ່ແມ່ນເລື່ອງມ່ວນ ຕ້ອງຫາເງິນຫາຄຳມາໃຫ້ມີໃຊ້ຢູ່ຕະຫລອດເວລາ ເຊິ່ງລູກບໍ່ຕ້ອງຫາເງິນເລີຍ ຢາກຈະໄດ້ຫຍັງກໍແບມືຢ່າງດຽວ ຂໍຢ່າງດຽວ ແລະ ພໍ່ແມ່ກ່ວາຈະຫາເງິນມາໄດ້ຕ້ອງລຳບາກເມື່ອຍຍາກ, ແຕ່ຫາກບໍ່ມີລູກ ກໍບໍ່ຕ້ອງດິ້ນລົນຫາເງິນມາລ້ຽງລູກໃຫ້ເມື່ອຍຫລາຍ ນີ້ລະເຂົາຈຶ່ງເອີ້ນວ່າອຸກໃຈ, ຄົນທີ່ບໍ່ມີລູກ ເຂົາຈຶ່ງເອີ້ນວ່າ ເປັນຄົນມີບຸນ. ເຮົາເປັນລູກໄດ້ ແຕ່ຢ່າໄປມີລູກໃຫ້ອຸກໃຈ.
- ນາງ ກ ຖາມ : ຖ້າມີຄົນ 2 ຄົນ, ຄົນໜຶ່ງມີລູກ ອີກຄົນໜຶ່ງບໍ່ມີ, ຄົນທີ່ມີລູກ ເຂົາກໍລ້ຽງລູກໄປດ້ວຍຄວາມອຸກໃຈ ແລ້ວກໍເຖົ້າໄປທັງສອງ ແລ້ວຕອນບັ້ນປາຍຊີວິດ ຄົນທີ່ມີລູກ ເຂົາໄດ້ລູກດີ ກໍຈະເບິ່ງແຍງພໍ່ແມ່ຍາມເຈັບໄຂ້ໄດ້ປ່ວຍ, ແຕ່ຄົນທີ່ບໍ່ມີລູກກໍບໍ່ມີຄົນເບິ່ງແຍງດູແລ ແລ້ວໃຜຈະມີກຳຫລາຍກ່ວາກັນ ?
- ຄູບາ ຕອບ : ຄົນທີ່ບໍ່ມີລູກນັ້ນສະບາຍ ເພາະຈະໄດ້ເພີ່ງຕົນເອງໄດ້, ຈະຮູ້ຈັກເພິ່ງພາຕົນເອງ ຖ້າເພິ່ງບໍ່ໄດ້ກໍຕາຍ ກໍບໍ່ເປັນຫຍັງ ແນວໃດກໍຕ້ອງຕາຍຄືເກົ່າ ແລະ ໂອກາດທີ່ຈະໄດ້ລູກດີນັ້ນມີໜ້ອຍ, ໂອກາດທີ່ຈະໄດ້ລູກບໍ່ມີນັ້ນມີຫລາຍກ່ວາ ເຊິ່ງຈະເສຍໃຈຫລາຍກ່ວາຄົນທີ່ບໍ່ມີລູກແນ່ນອນ. ສ່ວນຄົນທີ່ບໍ່ມີລູກ ເຂົາກໍຈະກຽມໂຕເພື່ອເພິ່ງພາໂຕເຂົາເອງ ເມື່ອເຂົາບໍ່ມີໃຜໃຫ້ເພິ່ງແລ້ວ ເຂົາກໍຢູ່ກັນໄດ້. ຄືກັບຄູບານີ້ທີ່ບໍ່ມີລູກ ກໍຕ້ອງຮູ້ຈັກເພິ່ງພາຕົນເອງໃຫ້ຫລາຍ, ຝຶກຊ່ວຍເຫລືອຕົນເອງໄວ້ ເພາະມີລູກກໍບໍ່ແມ່ນວ່າລູກຈະຢູ່ລ້ຽງດູເຮົາສະເໝີໄປ. ຍິ່ງເຮົາລ້ຽງເຂົາມາດີ ເຮົາຍິ່ງຄາດຫວັງກັບເຂົາໄວ້ຫລາຍ ວ່າເມື່ອເຮົາແກ່ໂຕລົງ ເຂົາຕ້ອງກັບມາລ້ຽງດູເຮົາ, ແຕ່ຖ້າເຂົາບໍ່ມາ ຈະຍິ່ງທຸກໃຈຫລາຍກ່ວາເກົ່າແມ່ນບໍ່ ? ບາງຄົນຍິ່ງບໍ່ສົນນຳພໍ່ແມ່ ເມື່ອມີລູກ ແລະ ມີຫລານ ກໍຕ້ອງລ້ຽງຫລານ ເປັນພາລະຕໍ່ໄປອີກ ເຊິ່ງລູກບາງຄົນບໍ່ມາສົນໃຈລູກຂອງຕົນເອງເລີຍ ປ່ອຍໃຫ້ພໍ່ແມ່ລ້ຽງຫລານລຳພັງກໍມີ. ສິ່ງທີ່ເຮັດໃຫ້ເຮົາເປັນທຸກຫລາຍທີ່ສຸດກໍຄື ຄວາມຄາດຫວັງ. ສະນັ້ນແລ້ວ ບໍ່ຕ້ອງຄາດຫວັງຫຍັງແຕ່ທຳອິດ ກໍບໍ່ອຸກໃຈ, ເພິ່ງພາຕົນເອງໃຫ້ໄດ້ຫລາຍທີ່ສຸດກໍພໍ. ຫລັງອາຍຸ 50 ປີແບບນີ້ ເຈົ້າຕ້ອງຄົ້ນຫາຫົນທາງຂອງຕົນເອງທີ່ຈະສ້າງຊີວິດທີ່ເປັນຢູ່ດີໆ ແລະ ເປັນສຸກໃຫ້ໄດ້ ຕາບໃດທີ່ມັນເຮັດໃຫ້ເຈົ້າອາລົມດີ, ຄິດເຖິງແຕ່ສິ່ງທີ່ເຮັດໃຫ້ມີຄວາມສຸກ, ມ່ວນກັບມັນຢູ່ທຸກມື້ ນັ້ນກໍໝາຍຄວາມວ່າ ເຈົ້າໄດ້ຜ່ານວັນເວລາຢ່າງເປັນສຸກແລ້ວ.