ຜູ້ປະຈຳການຄະນະເລຂາທິການສູນກາງພັກ ເນັ້ນຄະນະພັກກະຊວງເຕັກໂນໂລຊີ ແລະ ການສື່ສານ ພັດທະນາເສດຖະກິດດິຈີຕອນເປັນປາຍແຫລມ


ວັນທີ 5 ເມສາ 2022 ຢູ່ຫໍປະຊຸມແຫ່ງຊາດ, ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ໄດ້ເນັ້ນໃຫ້ຄະນະພັກກະຊວງເຕັກໂນໂລຊີ ແລະ ການສື່ສານຊຸດໃໝ່ຍົກສູງຄວາມຮັບຜິດຊອບການເມືອງ, ເປັນເຈົ້າການສຶກສາອົບຮົມການເມືອງ-ນໍາພາແນວຄິດສະມາຊິກພັກ ແລະ ພະນັກງານ ຄົ້ນຄວ້າ, ເຊື່ອມຊຶມ, ກໍາແໜ້ນມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ກົດລະບຽບຂອງພັກ, ມະຕິ, ຄໍາສັ່ງຂອງພັກ, ກົດໝາຍຂອງລັດ ເພື່ອສ້າງທັດສະນະຫລັກໝັ້ນການເມືອງໃຫ້ໜັກແໜ້ນ, ມີສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ຊື່ສັດບໍລິສຸດ, ມີຈັນຍາບັນທັງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກເປັນແຜນງານ, ໂຄງການຢ່າງລະອຽດເພື່ອສາມາດຄຸ້ມຄອງ, ນໍາໃຊ້ ແລະ ການບໍລິການເຄື່ອງມືເຕັກໂນໂລຊີ ແລະ ການສື່ສານຢ່າງມີຄຸນນະ ພາບ; ຖືເອົາວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈີຕອນເປັນປາຍແຫລມ ແລະ ເປັນວຽກບູລິມະສິດໃນການພັດທະນາເສດຖະກິດ-ສັງຄົມ ສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ, ເອົາໃຈໃສ່ປັບປຸງ ແລະ ນໍາໃຊ້ໂຄງລ່າງພື້ນຖານໂທລະຄົມມະນາຄົມທີ່ມີໃຫ້ມີປະສິດທິ ພາບ, ປະສິດທິຜົນສູງສູດ ແລະ ຂະຫຍາຍໂຄງລ່າງພື້ນຖານ, ອິນເຕີເນັດ ແລະ ເຕັກໂນໂລຊີດິຈີຕອນ, ຮັບປະກັນລະບົບອິນເຕີເນັດຄວາມໄວສູງກວມພື້ນທີ່ເຂດບ້ານໃຫຍ່ ແລະ ຕົວເມືອງ ຢູ່ຊົນນະບົດ ຕິດພັນກັບວຽກສາມສ້າງ ແລະ ລຶບລ້າງຄວາມທຸກຍາກ, ການສຶກສາ ແລະ ສາທາລະນະສຸກ ເພື່ອໃຫ້ປະຊາຊົນສາມາດນໍາໃຊ້ ແລະ ເຂົ້າເຖິງການບໍລິການໂທລະຄົມມະນາຄົມ, ອິນເຕີເນັດໄດ້ຢ່າງທົ່ວເຖິງ ແລະ ລາຄາທີ່ເໝາະສົມ.
ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຍັງເນັ້ນໃຫ້ເພີ່ມທະວີການປັບປຸງ ແລະ ກໍ່ສ້າງພັກໃຫ້ໜັກ ແໜ້ນ ແລະ ເຂັ້ມແຂງດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ແບບແຜນນໍາພາ, ສ້າງມະຫາຊົນກ້າວໜ້າທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກໃໝ່ຮັບປະກັນຄຸນນະພາບ, ສຶກສາອົບຮົມ ແລະ ແກ້ໄຂໃຫ້ທັນການຕໍ່ສາມະຊິກພັກ, ພະນັກງານຜູ້ທີ່ມີພຶດຕິກຳລະເມີດກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດຢ່າງທັນການ, ເດັດຂາດ, ເຂັ້ມງວດ.