ປະທານ ສານປະຊາຊົນສູງສຸດ ຢ້ຳ ບໍ່ອະນຸຍາດໃຫ້ ໃຊ້ສິດອໍານາດ ຢູ່ເໜືອກົດໝາຍ-ເໜືອປະຊາຊົນ

- 277800422 1862922517244853 6720031018097517907 n - ປະທານ ສານປະຊາຊົນສູງສຸດ ຢ້ຳ ບໍ່ອະນຸຍາດໃຫ້ ໃຊ້ສິດອໍານາດ ຢູ່ເໜືອກົດໝາຍ-ເໜືອປະຊາຊົນ
- kitchen vibe - ປະທານ ສານປະຊາຊົນສູງສຸດ ຢ້ຳ ບໍ່ອະນຸຍາດໃຫ້ ໃຊ້ສິດອໍານາດ ຢູ່ເໜືອກົດໝາຍ-ເໜືອປະຊາຊົນ

ທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ໄດ້ມີຄຳເຫັນໂອ້ລົມ ໃນໂອກາດເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກ ຢູ່ສານປະຊາຊົນເຂດ III ແຂວງໄຊຍະບູລີ ໃນທ້າຍອາທິດທີ່ຜ່ານມາ ທ່ານກ່າວຢ້ຳວ່າ: ພະນັກງານຫລັກແຫລ່ງ ສານປະຊາຊົນເຂດ III ໃຫ້ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ ຕໍ່ສະມາຊິກພັກ-ພະນັກງານ ໃຫ້ກໍາແໜ້ນທາດແທ້ຊົນຊັ້ນ ແລະ ຄຸນສົມບັດສິນທໍາປະຕິວັດ ໄປຄຽງຄູ່ກັບການປະຕິບັດກົດໝາຍ, ບໍ່ອະນຸຍາດໃຫ້ໃຊ້ສິດ-ອໍານາດແບບອາຍາສິດເຈົ້ານາຍຢູ່ເໜືອກົດໝາຍ, ຢູ່ເໜືອປະຊາຊົນ; ຍົກສູງຄວາມເປັນແບບຢ່າງນໍາໜ້າ ແລະ ເພີ່ມທະວີຄວາມສາມັກຄີເປັນເອກະພາບ, ກໍາຈັດ ແລະ ສະກັດກັ້ນການລະເມີດກົດໝາຍ; ຮັກສາສິດຜົນ ປະໂຫຍດອັນຊອບທໍາ ຂອງພົນລະເມືອງ, ຂອງລັດ ແລະ ຂອງລວມໝູ່ ຕາມທິດສ້າງລັດທີ່ປົກຄອງດ້ວຍກົດໝາຍ

ພ້ອມນີ້, ທ່ານປະທານສານປະຊາຊົນສູງສຸດ ຍັງໄດ້ເນັ້ນໜັກຫລາຍບັນຫາສໍາຄັນ ໃນການປະຕິບັດວຽກງານສານປະຊາຊົນ ເຂດ III ເຊັ່ນ:
– ເພີ່ມທະວີການນໍາພາຂອງພັກໃນການຄົ້ນຄວ້າ, ພິຈາລະນາຕັດສິນ, ພິພາກສາຄະດີ ໃຫ້ຮັບປະກັນຄວາມຖືກຕ້ອງຕາມກົດໝາຍ ແລະ ຖືກຕ້ອງຕາມຄວາມເປັນຈິງ ໂດຍມີການກວດກາ, ຮັບປະກັນຄວາມໂປ່ງໃສ ໃນທຸກຂັ້ນຕອນຂອງການດໍາເນີນຄະດີຢູ່ສານ;
– ເອົາໃຈໃສ່ພັດທະນາການຈັດຕັ້ງພັກຢູ່ສານໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ຮັບປະກັນການກໍ່ສ້າງພັກ ໃຫ້ໄປຕາມກົດລະບຽບຂອງພັກໂດຍຖືຄຸນນະພາບເປັນກົກ, ເອົາໃຈໃສ່ຄຸ້ມຄອງ, ປ້ອງກັນພັກ;
– ສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ;
– ກໍາແໜ້ນເປົ້າໝາຍ ແລະ ກໍານົດເປົ້າໝາຍພະນັກງານໃຫ້ຊັດເຈນ;
– ຄົ້ນຄວ້າແຕ່ງຕັ້ງສັບຊ້ອນ, ຈັດວາງພະນັກງານ ເພື່ອຊຸກຍູ້, ສົ່ງເສີມ, ກໍ່ສ້າງ ແລະຕິດຕາມກວດກາການປະພຶດ ແລະ ການປະຕິບັດໜ້າທີ່ວຽກງານ.

ພ້ອມນັ້ນ ໃຫ້ເອົາໃຈໃສ່ຕິດຕາມ, ກວດກາ ການປະຕິບັດໜ້າທີ່ ຂອງຈ່າສານ, ຜູ້ຊ່ວຍຜູ້ພິພາກສາ ແລະ ຜູ້ພິພາກສາ; ຕ້ອງມີມາດຕະການເຂັ້ມງວດ ແລະ ເດັດຂາດ ຕໍ່ການລະເມີດກົດໝາຍ, ການສວຍໃຊ້ໜ້າທີ່ຕໍາແໜ່ງ ແລະ ຄວາມຮັບຜິດຊອບ ກົດໜ່ວງຖ່ວງດຶງການດຳເນີນຄະດີ, ໃຫ້ຊັກຊ້າ, ສວຍໃຊ້ຊ່ອງວ່າງຂອງກົດໝາຍ, ເຊື່ອງອໍາຂໍ້ມູນຫລັກຖານ ຊອກຫາຜົນປະໂຫຍດທີ່ບໍ່ຊອບທໍາ, ບໍ່ມີຄວາມໂປ່ງໃສໃນການປະຕິບັດໜ້າທີ່ວຽກງານ ກໍຄື: ການຄົ້ນຄວ້າພິ ຈາລະນາຕັດສິນ ຫລື ພິພາກສາຄະດີ; ສູ້ຊົນສ້າງໃຫ້ໄດ້ກົນໄກເຂົ້າຫາການດໍາເນີນຄະດີຂອງສານໃຫ້ສະດວກ ແລະ ງ່າຍຂຶ້ນ ໂດຍຜ່ານລະບົບເອເລັກໂຕຣນິກ; ປະສານງານກັບຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ໃຫ້ແໜ້ນແຟ້ນເພື່ອແກ້ໄຂຄວາມຂັດແຍ່ງຕ່າງໆທີ່ເກີດຂຶ້ນຢູ່ໃນສັງຄົມ.

ໂອກາດນີ້, ທ່ານ ສົມໄວ ຈັນທະຜາລີ ປະທານສານປະຊາຊົນເຂດ III ກໍໄດ້ໃຫ້ຮູ້ວ່າ: ປີ 2021 ຜ່ານມາ ສານປະຊາຊົນເຂດ III ໄດ້ເຄື່ອນໄຫວວຽກງານຢ່າງຕັ້ງໜ້າ ເຊິ່ງມີຄະດີທັງໝົດ 51 ເລື່ອງ ໃນນັ້ນຄະດີແພ່ງ 7 ເລື່ອງ, ອາຍາ 39 ເລື່ອງ ແລະ ຄອບຄົວ 5 ເລື່ອງ (ທຽບໃສ່ປີກ່ອນຄະດີຫລຸດລົງ 18 ເລື່ອງ) ເຊິ່ງເກີດຂຶ້ນຢູ່ 4 ເມືອງຄື: ເມືອງຫົງສາ 40 ເລື່ອງ, ເມືອງເງິນ 6 ເລື່ອງ, ເມືອງຊຽງຮ່ອນ 1 ເລື່ອງ ແລະ ເມືອງຄອບ 4 ເລື່ອງ. ສານປະຊາຊົນເຂດ III ໄດ້ສຸມໃສ່ແກ້ໄຂສຳເລັດແລ້ວ 50 ເລື່ອງ ຫລື ເທົ່າກັບ 98,03% (ລື່ນຄາດໝາຍຂອງແຜນການທີ່ວາງໄວ້) ແລະ ຍັງຄ້າງ 1 ເລື່ອງ ຄື: ຄະດີແພ່ງ. ພ້ອມນີ້, ຍັງໄດ້ສະເໜີຂໍ້ສະດວກ-ຫຍຸ້ງຍາກ ລວມທັງທິດທາງ ແລະ ວິທີການແກ້ໄຂໃນຕໍ່ໜ້າ.

- 4 - ປະທານ ສານປະຊາຊົນສູງສຸດ ຢ້ຳ ບໍ່ອະນຸຍາດໃຫ້ ໃຊ້ສິດອໍານາດ ຢູ່ເໜືອກົດໝາຍ-ເໜືອປະຊາຊົນ
- 3 - ປະທານ ສານປະຊາຊົນສູງສຸດ ຢ້ຳ ບໍ່ອະນຸຍາດໃຫ້ ໃຊ້ສິດອໍານາດ ຢູ່ເໜືອກົດໝາຍ-ເໜືອປະຊາຊົນ
- 5 - ປະທານ ສານປະຊາຊົນສູງສຸດ ຢ້ຳ ບໍ່ອະນຸຍາດໃຫ້ ໃຊ້ສິດອໍານາດ ຢູ່ເໜືອກົດໝາຍ-ເໜືອປະຊາຊົນ