ຄົບ 4 ເດືອນ ທາງລົດໄຟ ຈີນ-ລາວ ຂົນສົ່ງຜູ້ໂດຍສານແລ້ວ 2 ລ້ານເທື່ອຄົນ ລຳລຽງສິນຄ້າເຖິງ 1,3 ລ້ານໂຕນ

- e095dcc0 b494 11ec 9b31 f5654d998842 original - ຄົບ 4 ເດືອນ ທາງລົດໄຟ ຈີນ-ລາວ ຂົນສົ່ງຜູ້ໂດຍສານແລ້ວ 2 ລ້ານເທື່ອຄົນ ລຳລຽງສິນຄ້າເຖິງ 1,3 ລ້ານໂຕນ
- kitchen vibe - ຄົບ 4 ເດືອນ ທາງລົດໄຟ ຈີນ-ລາວ ຂົນສົ່ງຜູ້ໂດຍສານແລ້ວ 2 ລ້ານເທື່ອຄົນ ລຳລຽງສິນຄ້າເຖິງ 1,3 ລ້ານໂຕນ

ເສັ້ນທາງລົດໄຟ ຈີນ-ລາວ ຂົນສົ່ງຜູ້ໂດຍສານແລ້ວຫລາຍກວ່າ 2 ລ້ານເທື່ອຄົນ ແລະ ສິນຄ້າອີກຫລາຍກວ່າ 1,3 ລ້ານໂຕນ ນັບແຕ່ເດືອນທັນວາປີຜ່ານມາ.

ວັນທີ 5 ເມສາ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ບໍລິສັດລົດໄຟແຫ່ງປະເທດຈີນ ຈຳກັດ ລາຍງານວ່າ: ທາງລົດໄຟ ຈີນ-ລາວ ໃຫ້ບໍລິການຂົນສົ່ງຜູ້ໂດຍສານແລ້ວຫລາຍກວ່າ 2,25 ລ້ານເທື່ອຄົນ ແລະ ສິນຄ້າອີກຫລາຍກວ່າ 1,31 ລ້ານໂຕນ ເມື່ອນັບແຕ່ເປີດນຳໃຊ້ໃນເດືອນທັນວາ 2021 ຈົນຮອດວັນທີ 3 ເມສານີ້.

- Visit Laos Visit SALANA BOUTIQUE HOTEL - ຄົບ 4 ເດືອນ ທາງລົດໄຟ ຈີນ-ລາວ ຂົນສົ່ງຜູ້ໂດຍສານແລ້ວ 2 ລ້ານເທື່ອຄົນ ລຳລຽງສິນຄ້າເຖິງ 1,3 ລ້ານໂຕນ
- Visit Laos Visit SALANA BOUTIQUE HOTEL - ຄົບ 4 ເດືອນ ທາງລົດໄຟ ຈີນ-ລາວ ຂົນສົ່ງຜູ້ໂດຍສານແລ້ວ 2 ລ້ານເທື່ອຄົນ ລຳລຽງສິນຄ້າເຖິງ 1,3 ລ້ານໂຕນ

ສຳລັບຂະບວນລົດໄຟໃນທາງລົດໄຟເສັ້ນນີ້ ມອບບໍລິການຂົນສົ່ງລະຫວ່າງເມືອງອັນປອດໄພ ແລະ ສະດວກສະບາຍແກ່ຜູ້ຢູ່ອາໄສຕາມແນວເສັ້ນທາງ ໂດຍມີປະລິມານການເດີນທາງຂອງຜູ້ໂດຍສານເຕີບໃຫຍ່ຢ່າງແຂງແຮງ. ອີກທັງຊ່ວຍໃຫ້ຂະແໜງໂລຈິສຕິກດຳເນີນໄປຢ່າງດີ ແລະ ອຳນວຍຄວາມສະດວກແກ່ການຄ້າລະຫວ່າງຈີນກັບກຸ່ມປະເທດສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ ຫລື ອາຊຽນນຳອີກ.

ທາງລົດໄຟ ຈີນ-ລາວ ຮອງຮັບລົດໄຟສິນຄ້າຂ້າມຊາຍແດນແລ້ວຢ່າງໜ້ອຍ 427 ຖ້ຽວ ເຊິ່ງຂົນສົ່ງສິນຄ້າທັງໝົດ 310.000 ໂຕນ ເມື່ອນັບຮອດວັນທີ 3 ເມສາຜ່ານມາ ໂດຍປະກອບມີຜະລິດຕະພັນ 100 ກວ່າຊະນິດເຊັ່ນ: ຢາງ, ປຸ໋ຍ, ລົດຍົນ ແລະ ດອກໄມ້.

ທັງນີ້, ທາງລົດໄຟ ຈີນ-ລາວ ມີຄວາມຍາວທັງໝົດ 1.035 ກິໂລແມັດ ເຊື່ອມລະຫວ່າງນະຄອນຄຸນໝິງ ເມືອງເອກຂອງມົນທົນຢູນໜານ ທາງຕາເວັນຕົກສຽງໃຕ້ຂອງຈີນ ກັບນະຄອນຫລວງວຽງຈັນ ເມືອງຫລວງຂອງລາວ ຖືເປັນໂຄງການສຳຄັນພາຍໃຕ້ແຜນລິເລີ່ມໜຶ່ງແຖບໜຶ່ງເສັ້ນທາງ (BRI) ໂດຍໃຫ້ບໍລິການຢ່າງຕໍ່ເນື່ອງ ນັບແຕ່ວັນທີ 3 ທັນວາປີຜ່ານມາ.

- 5 - ຄົບ 4 ເດືອນ ທາງລົດໄຟ ຈີນ-ລາວ ຂົນສົ່ງຜູ້ໂດຍສານແລ້ວ 2 ລ້ານເທື່ອຄົນ ລຳລຽງສິນຄ້າເຖິງ 1,3 ລ້ານໂຕນ
- 3 - ຄົບ 4 ເດືອນ ທາງລົດໄຟ ຈີນ-ລາວ ຂົນສົ່ງຜູ້ໂດຍສານແລ້ວ 2 ລ້ານເທື່ອຄົນ ລຳລຽງສິນຄ້າເຖິງ 1,3 ລ້ານໂຕນ
- 4 - ຄົບ 4 ເດືອນ ທາງລົດໄຟ ຈີນ-ລາວ ຂົນສົ່ງຜູ້ໂດຍສານແລ້ວ 2 ລ້ານເທື່ອຄົນ ລຳລຽງສິນຄ້າເຖິງ 1,3 ລ້ານໂຕນ