ຄິວບາ ສົ່ງນັກມວຍອາຊີບຄືນເວທີ ຫລັງຖືກປິດກັ້ນມາ 60 ປີ

ວົງການມວຍ ຄິວບາ ກຽມຫວນຄືນສູ່ສັງວຽນມວຍສາກົນອາຊີບອີກເທື່ອຫນຶ່ງໃນຮອບ 60 ປີ ຫລັງຖືກແຊ່ແຂງມາຕັ້ງແຕ່ຍຸກສົງຄາມເຢັນ.
ອີເອສພີເອັນ (ESPN) ລາຍງານວ່າ ສະຫະພັນມວຍສາກົນຄິວບາ (FCB) ປະກາດຄວາມປ່ຽນແປງຄັ້ງໃຫຍ່ໃນວົງການມວຍ ໂດຍຈະຮ່ວມມືກັບ ໂກລເດັນຣິງ ໂປຣໂມຊັນ ແລະ ສົ່ງນັກຊົກຂຶ້ນເວທີໃນເມັກຊີໂກ ໂດຍນັກຊົກທີ່ກຽມໄປນັ້ນ ເປັນນັກຊົກລະດັບຫລຽນໂອລິມປິກເກມ ເຊ່ັນ : ແອນດີ ຄຣູສ,ໂຣນຽລ ອີເລຊຽສ, ຮູລີໂອ ເຊຊາ ລາຄຣູສ ແລະ ອາເລນ ໂລເປສ (ຫລຽນຄຳ ໂຕກຽວ 2020) ແລະ ລາຊາໂຣ ອັລວາເຣສ (ຫລຽນທອງ ໂຕກຽວ 2020).
ອັລແບໂຕ ພູອິກ ປະທານສະຫະພັນມວຍຄິວບາ ເຜີຍວ່າ : ໄລຍະ 3 ປີຜ່ານມາ ເຮົາໃຊ້ເວລາພິຈາລະນາທິດທາງກິລາຂອງປະເທດ ແລະ ສະຫະພັນມວຍຄິວບາພ້ອມໂປຣໂມຊັນ ໂກລເດັນ ຣິງ ສຳລັບການເປັນຕົວແທນຂອງຄິວບາໃນການເຂົ້າສູ່ວົງການມວຍອາຊີບ ເພື່ອຊຸກດັນນັກມວຍຄິວບາ ເຮົາມີນັກຊົກທີ່ມີສັກກະຍາພາບພຽງພໍ 6 ຄົນທີ່ຈະຂຶ້ນຊົກມວຍອາຊີບ 6 ຍົກ ໃນ 4 ລາຍການພາຍໃນປີນີ້ ນັບຕັ້ງແຕ່ເດືອນພຶດສະພາເປັນຕົ້ນໄປ.
ມວຍອາຊີບຂອງຄິວບາຖືກຫ້າມຕັ້ງແຕ່ປີ 1962 ໃນຍຸກຂອງ ຟີເດລ ຄາສໂຕຣ ຜູ້ນຳຜະເດັດການທີ່ເບິ່ງວ່າ ກິລາອາຊີບເປັນສິ່ງຜິດກົດຫມາຍ ແລະມີສ່ວນຕໍ່ການສໍ້ໂກງ ແລະເຮັດໃຫ້ມວຍຄິບາຖືກຈຳກັດຢູ່ພຽງການຊົກສະຫມັກຫລິ້ນ ແນວໃດກໍຕາມ ມວຍຄິວບາ ຖືເປັນມະຫາອຳນາດມວຍໃນໂອລິມປິກເກມ ໂດຍຫລຽນຄຳລວມທີ່ພວກເຂົາເຮັດໄດ້ 84 ຫລຽນ ຈາກ 15 ຊະນິດກິລາ ເປັນຫລຽນຄຳຈາກກິລາມວຍສາກົນສະຫມັກຫລິ້ນເຖິງ 41 ຫລຽນຄຳ (ມວຍໄດ້ຫລຽນລວມ 78 ຫລຽນ) ແລະ ໂຕກຽວ 2020 ຄິວບາຄວ້າຫລຽນຄຳຈາກມວຍສາກົນສະຫມັກຫລິ້ນໄດ້ເຖິງ 4 ຫລຽນຄຳ.
ປັດຈຸບັນຄິວບາມີຍອດນັກມວຍໂລກ ເຊັ່ນ ຢໍດານິສ ອູກາສ ແຊ໊ມໂລກ ສະມາຄົມມວຍໂລກ (WBA) ທີ່ສາມາດເອົາຊະນະ ແມນນີ ປາກຽວ ຍອດນັກຊົກຊາວຟີລິບປິນລົງໄດ້ ແນວໃດກໍຕາມ ອູກາສ ນັກມວຍເຍົາວະຊົນໂລກ ແລະ ຫລຽນທອງໂອລິມປິກ 2008 ຕ້ອງໃຊ້ຄວາມພະຍາຍາມເຖິງ 6 ຄັ້ງໃນການຫລົບຫນີອອກຈາກປະເທດ (5 ຄັ້ງ ຖືກຈັບ ແລະ ຖືກຄຸກ) ເພື່ອມາເປັນນັກມວຍອາຊີບໃນສະຫະລັດອາເມລິກາ ໃນປີ 2010.