ຄວາມໂດດເດັ່ນຂອງບຸນຫົດນ້ຳ ຫລື ບຸນປີໃໝ່ລາວ

ຄວາມໂດດເດັ່ນຂອງບຸນຫົດນ້ຳ ຫລື ບຸນປີໃໝ່ລາວ - 19102017 dc 15 1 - ຄວາມໂດດເດັ່ນຂອງບຸນຫົດນ້ຳ ຫລື ບຸນປີໃໝ່ລາວ
ຄວາມໂດດເດັ່ນຂອງບຸນຫົດນ້ຳ ຫລື ບຸນປີໃໝ່ລາວ - kitchen vibe - ຄວາມໂດດເດັ່ນຂອງບຸນຫົດນ້ຳ ຫລື ບຸນປີໃໝ່ລາວ

ເດືອນ 4 ຫລື ເດືອນ ເມສາ ເປັນເດືອນທີ່ຊາວລາວທັງຫລາຍໄດ້ຮ່ວມກັນສະເຫລີມສະຫລອງບຸນປີໃໝ່ລາວ ຢ່າງຄຶກຄື້ນມ່ວນຊື່ນ ເຊິ່ງຈຸດພິເສດທີ່ໂດດເດັ່ນ ຄືການຫົດສົງນ້ຳໃຫ້ພອນກັນດ້ວຍນ້ຳສະອາດ ແລະ ເປັນທີ່ມາຂອງການເອີ້ນແບບງ່າຍໆວ່າ: ບຸນຫົດນ້ຳ. ການຂຶ້ນປີໃໝ່ສຳລັບຊາວລາວນັ້ນກົງກັບການປ່ຽນປີ ຈສ ຫລື ຈຸນລະສັກລາດ ເຊິ່ງຄົນລາວນັບຖືມາແຕ່ ຍຸກສະໄໝ ລ້ານຊ້າງຕອນຕົ້ນ ເວລານັ້ນຊາວລ້ານນາເຄີຍໃຊ້ປີ ຈສ ຄືກັນກັບຊາວລ້ານຊ້າງ ຫລື ຊາວລາວ ເຊິ່ງປີນີ້ ຄສ 2022 ກົງກັບປີ ຈສ 1384 ໂດຍການສະຫລອງປີໃໝ່ລາວແຕ່ບູຮານເພິ່ນຈະຈັດຫາເຄື່ອງຂອງຕ່າງໆເພື່ອໄຫວ້ ຫລື ເພື່ອສັກກາລະຜີຟ້າຜີ ແຖນ, ແຕ່ພາຍຫລັງຮັບເອົາພະພຸດທະສາສະໜາເຂົ້າມາລາວແລ້ວ, ການສະຫລອງປີໃໝ່ລາວ ຈຶ່ງປ່ຽນໄປຕາມຍຸກສະໄໝທີ່ແທດເໝາະກັບລັກສະນະຂອງຊາວພຸດ.

ປັດຈຸບັນ ຊາວລາວສ່ວນໜຶ່ງຍັງເຂົ້າໃຈຜິດວ່າປີໃໝ່ລາວເປັນເວລາຂອງການປ່ຽນພຸດທະສັກລາດ (ພ.ສ) ເຊິ່ງຄວາມຈິງແລ້ວແມ່ນເວລາປ່ຽນແປງຂອງປີຈຸນລະສັກກະລາດ ຫລື ຈ.ສ. ການສະຫລອງບຸນປີໃໝ່ລາວ ຈະໃຊ້ຫລັກການຄຳນວນຕາມໂຫລາສາດບູຮານລາວ, ຖ້າສັງເກດໃຫ້ດີເຮົາຈະເຫັນວ່າ ບໍ່ໄດ້ອີງຕາມປະຕິ ທິນຈັນທະລະຄະຕິ(ບໍ່ອີງຕາມມື້ຂຶ້ນ-ມື້ແຮມແຕ່ຢ່າງໃດ)ແຕ່ອີງຕາມຫລັກຄຳນວນດັ່ງກ່າວທີ່ສືບທອດກັນມາ. ໂດຍທົ່ວໄປແລ້ວຈະຢູ່ລະຫວ່າງວັນທີ 13-14-15 ເມສາ ຫລື 14-15-16 ເມສາ(ວັນທີ 13-14-15-16 ເມສາ ໃນປີອະທິກະຈຸລະທິນ ຫລື ປີທີ່ມີ 366 ມື້). ເວລາ 3 ຫລື 4 ມື້, ມື້ທຳອິດເປັນວັນສັງຂານລ່ວງ, ມື້ຕໍ່ມາເປັນວັນເນົາ(ຖ້າເປັນປີທີ່ມີ 366 ມື້ມີວັນເນົາ 2 ມື້ຕໍ່ກັນ)ແລະ ມື້ສຸດທ້າຍເປັນວັນສັງຂານຂຶ້ນ(ມື້ຂຶ້ນປີໃໝ່). ການທີ່ເພິ່ນເອີ້ນທິດາທັງເຈັດ(7)ຂອງທ້າວ ກະບິນລະພົມວ່າ: “ນາງສັງຂານ” ມີຄວາມໝາຍວ່າ: ຜູ້ຜັດປ່ຽນການເວລາ, ທິດາທັງເຈັດ ໝາຍເຖິງເຈັດວັນໃນສັບປະດາໄດ້ຜັດປ່ຽນກັນຂຶ້ນຊົງສັດພາຫະນະປະຈໍາໂຕ ໝາຍເຖິງການປ່ຽນເວລາປ່ຽນການບັນຈົບ, ສ່ວນ “ ສົງການ” ມີຄວາມໝາຍດຽວກັບ“ ສັງຂານ ”.

ຄວາມໂດດເດັ່ນຂອງບຸນຫົດນ້ຳ ຫລື ບຸນປີໃໝ່ລາວ - Visit Laos Visit SALANA BOUTIQUE HOTEL - ຄວາມໂດດເດັ່ນຂອງບຸນຫົດນ້ຳ ຫລື ບຸນປີໃໝ່ລາວ
ຄວາມໂດດເດັ່ນຂອງບຸນຫົດນ້ຳ ຫລື ບຸນປີໃໝ່ລາວ - Visit Laos Visit SALANA BOUTIQUE HOTEL - ຄວາມໂດດເດັ່ນຂອງບຸນຫົດນ້ຳ ຫລື ບຸນປີໃໝ່ລາວ

ວັນສັງຂານລ່ວງ ແມ່ນມື້ທໍາອິດຂອງການສະຫລອງປີໃໝ່ລາວ ເຊິ່ງຢູ່ຕາມບ້ານ, ເຮືອນຕ່າງໆໄດ້ຫ້າງຫາກະກຽມດອກໄມ້, ເຄື່ອງຫອມ, ປັດກວາດເຮືອນຊານໃຫ້ສະອາດງາມຕາ, ແຕ່ງພາຫວານ ພາເຂົ້າກຽມເຂົ້າວັດ. ຫລັງຖວາຍເພນ, ພະສົງຈະອັງເຊີນພະພຸດທະຮູບລົງຈາກບັນລັງ(ບຸດສະບົກ)ເພື່ອໃຫ້ພຸດທະສາສະນິ ກະຊົນຫົດສົງນໍ້າອົບນ້ຳຫອມທີ່ກຽມມາໃຫ້ເປັນສິຣິມຸງຄຸນແກ່ຕົນ ແລະ ຄອບຄົວ. ຈາກນັ້ນ, ພໍ່ເຮືອນແມ່ ຊານຈະກັບຕ່າວເມືອເຮືອນເພື່ອອາຣາດທະນາພະພຸດທະຮູບທີ່ບູຊາຄູ່ເຮືອນລົງຈາກຮ້ານຈາກຫິ້ງ ຫົດສົງຂໍພອນໃຫ້ເປັນມຸງຄຸນແກ່ເຮືອນຊານຂອງຕົນນຳອີກ.

ວັນເນົາ: “ເນົາ” ແປວ່າ “ຈຶ້ງຢູ່ ບໍ່ຍົກຍ້າຍ” ທັງຍັງໝາຍເຖິງວັນຢູ່ກາງຂອງການປ່ຽນປີ ຈສ ຫລື ຈຸນລະສັກກະລາດ, ແຕ່ເດີມໝາຍໄວ້ວ່າ ພະສົງສາມະເນນ ຈະເນົາຢູ່ວັດເພື່ອສູດມຸງຄຸນໃຫ້ພອນ, ຄາລະວາດຈະພ້ອມພາກັນແຫ່ນາງສັງຂານທີ່ໄດ້ປະກວດຄັດເລືອກກັນມາແລ້ວ, ການແຫ່ມະໂຫລະສົບຕ່າງໆຈະຄ້າຍຄືກັນໃນທົ່ວປະເທດ, ແຕ່ທີ່ພິເສດກວ່າໝູ່ແມ່ນຢູ່ແຂວງຫລວງພະບາງເພາະເພິ່ນມີການອັງເຊີນເອົາອົງພະພຸດທະລາວັນ(ພະບາງ)ອອກໃຫ້ມວນຊົນໄດ້ສັກກາລະບູຊາ ແລະ ຫົດສົງ. ຂະບວນແຫ່ພະບາງນີ້ເອີ້ນວ່າ ແຫ່ຫວໍ່ ປະກອບມີຂະບວນແຫ່ອົງພະບາງ, ປູ່ເຍີ-ຍ່າເຍີ, ພະສົງສາມະເນນ, ພຸດທະຄຳພີ, ຂະບວນນາງແກ້ວ, ຕົວລະຄອນໃນເລື່ອງພະລັກ-ພະລາມ, ຂະບວນມະໂຫລີ-ປີ່ພາດ, ຂະບວນແຫ່ສຽນ(ຫົວ)ທ້າວ ກະ ບິນລະພົມ, ນາງສັງຂານ, ຂະບວນບ່າວສາວ ແລະ ມະຫາຊົນຢ່າງອະເນກອະນັນຕາຍິ່ງໃຫຍ່ ເຊິ່ງນັບວ່າ ເປັນພິທີແຫ່ທີ່ງົດງາມ ແລະ ຍິ່ງໃຫຍ່ທີ່ສຸດ.

ວັນສັງຂານຂຶ້ນ: ເປັນມື້ຂຶ້ນປີໃໝ່ລາວ ແລະ ປີຈຸນລະສັກກະລາດ ຈະເລື່ອນຕົວເລກຂຶ້ນອີກໜຶ່ງປີໃນມື້ນີ້(ຈາກປີຈຸນລະສັກກະລາດ 1383 ເປັນ 1384), ເປັນມື້ສຸດທ້າຍຂອງການສະຫລອງປີໃໝ່ລາວ, ຖືເປັນມື້ໂຮມຍາດຕິພີ່ນ້ອງ, ຊາວລາວຈະຖືເອົາໂອກາດນີ້ສົມບັດສົມມາຜູ້ມີພະຄຸນຂອງຕົນ ເຊັ່ນ ພໍ່-ແມ່, ຜູ້ເຖົ້າຜູ້ແກ່ປະຈຳວົງຕະກູນ ແລະ ບຸກຄົນທີ່ເຮົາເຄົາລົບ.

ການສົມມາ ຄືການຍອມຮັບສຳນຶກຜິດຕໍ່ສິ່ງທີ່ຕົນໄດ້ລະເມີດ, ລ່ວງເກີນ ຫລື ປະພຶດຜິດຕໍ່ບຸກຄົນທີ່ຢູ່ສູງກວ່າຕົນ ບໍ່ວ່າຈະດ້ວຍກາຍ, ວາຈາ, ໃຈ ກໍຕາມ. ໃນພິທີນີ້ ບັນດາລູກຫລານຈະແຕ່ງຂັນຫ້າເພື່ອຂໍຂະມາພໍ່ແມ່, ຜູ້ເຖົ້າຜູ້ແກ່ ແລະ ບຸກຄົນທີ່ຕົນເຄົາລົບ ພ້ອມທັງຂໍລະໂທດ ອັນຈະເປັນບາບເປັນກໍາໃຫ້ແກ່ຕົນໃນພາຍພາກໜ້າ ຈາກນັ້ນກໍຂໍຫົດສົງລ້າງສ່ວຍພວກເພິ່ນ. ກຸສົນອຸບາຍນີ້ ຄົນບູຮານໄດ້ໃຫ້ຄວາມໝາຍໄວ້ 2 ຢ່າງຕົ້ນຕໍຄື 1. ການຮູ້-ຕື່ນດ້ວຍສຳນຶກຂອງຕົນເອງຕໍ່ການກະທຳທີ່ອາດເປັນບາບ-ເປັນກຳ ຈະຖືເປັນການລ້າງບາບລ້າງໂທສະທີ່ດີທີ່ສຸດ ທັງໄດ້ຮັບການໃຫ້ອະໄພໂທດ ແລະ ເຂົ້າສູ່ປີໃໝ່ຢ່າງໃສສະອາດ. 2 ເປັນໂອກາດຕັກເຕືອນຕົນເອງວ່າ: ໃນເຮືອນຊານທີ່ຕົນອາໄສຢູ່ນັ້ນບໍ່ມີພະອົງໃດຈະສັກສິດປູນປານພະອໍລະຫັນ ຜູ້ເປັນບຸບຜະກອນ ບຸບຜະກາລີ ຫລື ພໍ່ແມ່ທີ່ເປັນຜູ້ເບິ່ງແຍງລ້ຽງດູເຮົາມາແຕ່ມື້ເກີດ. ພ້ອມນີ້, ຜູ້ທີ່ຢູ່ໃນວົງການສິລະປະກໍາ(ນາດຕະສິນ ຫລື ນັກຟ້ອນ, ນັກດົນຕີ, ຊ່າງແຕ້ມ, ຊ່າງຄວັດ, ຊ່າງປັ້ນ, ນັກກະວີ, ນັກແຕ່ງ, ນັກສະແດງ, ນັກປະດິດ ແລະອື່ນໆ) ກໍຈະມາເຕົ້າໂຮມເພື່ອສະແດງຄວາມຮູ້ບຸນຄຸນຕໍ່ຄູບາອາຈານ.ໃນພິທີ, ເຄື່ອງບູຊາແບບລາວເດີມໄດ້ແກ່ໝາກພ້າວ-ກ້ວຍຫອມ, ຄຳໝາກ, ຢາເສັ້ນ, ເຄື່ອງຫອມຕ່າງໆ ແລະ ດອກໄມ້ຂາວນາໆພັນ.ອົງປະທານຕົວແທນຄູບາອາຈານແມ່ນປູ່ລືສີ ແລະ ອົງພະຄະເນດພ້ອມດ້ວຍຫົວໂຂນຕົວລະຄອນໃນວັນນະກໍາເລື່ອງຕ່າງໆ.

ອີກຈຸດເດັ່ນຂອງການສະຫລອງໃນມື້ຂຶ້ນປີໃໝ່, ຄົນຈະພາກັນລົງຫາດລົງດອນເພື່ອຕົບທາດຊາຍ ຫລືຕົບ ພະຊາຍໝາຍເຖິງການຕົບປັ້ນດິນຊາຍໃຫ້ເປັນທາດ ຫລື ເປັນ 3 ຖ້ານຄ້າຍດັ່ງຮູບປັ້ນພະ ແລະ ແຕ່ງເອ້ດ້ວຍທຸງທິວສັດພາຫະນະປະຈຳນາງສັງຂານ, ສັດ 12 ລາສີ, ພະປະຈຳວັນເກີດ ແລະ ລິງລາຍມຸງຄຸນຕ່າງໆ ເພື່ອບູຊາຜູ້ຮັກສາແຫລ່ງນ້ຳ. ວັດທີ່ສ້າງໃໝ່ ອອກຕົນຍາດໂຍມຈະຖວາຍດິນຊາຍໃຫ້ແກ່ວັດໂດຍເຊື່ອວ່າຕົນໄດ້ເປັນສ່ວນໜຶ່ງກໍ່ສ້າງຖາວອນວັດຖຸໃຫ້ຄົງຢູ່ເປັນແກ່ນສານໃນພຸດທະສາສະໜາ. ຄ້າຍແລງມື້ດຽວກັນ, ພະຢູ່ວັດຈະລັ່ນຄ້ອງໄຊ ຕີກອງໃຫຍ່ເພື່ອບອກເຄືອນເຖິງການຂຶ້ນປີໃໝ່ລາວ. ສ່ວນຄາລະວາດ ຈະພ້ອມກັນອາລາດທະນານິມົນພະພຸດທະຮູບທີ່ມີໄວ້ບູຊາໃນເຮືອນຊານມາເຊັດຂັດໃຫ້ເງົາງາມກ່ອນຈະນໍາຂຶ້ນສູ່ຫິ້ງຮ້ານທີ່ແຕ່ງດ້ວຍເຄື່ອງຫອມທູບທຽນແລ້ວຈຶ່ງພາລູກຫລານໄຫວ້ພະຮັບສິນໃນຕອນຫົວຄ່ຳຈຶ່ງຖືວ່າຄົບຖ້ວນບໍລິບູນໃນການສະຫລອງບຸນປີໃໝ່ລາວ.

ຄວາມໂດດເດັ່ນຂອງບຸນຫົດນ້ຳ ຫລື ບຸນປີໃໝ່ລາວ - 3 - ຄວາມໂດດເດັ່ນຂອງບຸນຫົດນ້ຳ ຫລື ບຸນປີໃໝ່ລາວ
ຄວາມໂດດເດັ່ນຂອງບຸນຫົດນ້ຳ ຫລື ບຸນປີໃໝ່ລາວ - 4 - ຄວາມໂດດເດັ່ນຂອງບຸນຫົດນ້ຳ ຫລື ບຸນປີໃໝ່ລາວ
ຄວາມໂດດເດັ່ນຂອງບຸນຫົດນ້ຳ ຫລື ບຸນປີໃໝ່ລາວ - 5 - ຄວາມໂດດເດັ່ນຂອງບຸນຫົດນ້ຳ ຫລື ບຸນປີໃໝ່ລາວ