ອັງກິດ ຫ້າມເຜີຍແຜ່ໂຄສະນາເກມດັງທີ່ ໂຣນັລໂດ-ເນມາ ເປັນພຣີເຊັນເຕີ

ສອງດາວດັງແຫ່ງໂລກບານເຕະ ຖືກໂຈມຕີຢ່າງຫນັກ ຫລັງເປັນຕົວແທນສິນຄ້າໃຫ້ກັບແອບເກມຊື່ດັງທີ່ກ່ຽວກັບການເດີມພັນ.
‘‘ Daily mail’’ ສື່ຊື່ດັງຂອງອັງກິດ ລາຍງານວ່າ ລັດຖະບານອັງກິດໄດ້ອອກກົດໃຫມ່ກຽມທີ່ຈະສັ່ງຫ້າມນັກກິລາທຸກຄົນໄປປາກົດໃນໂຄສະນາການພະນັນທຸກຮູບແບບໃນສື່ອັງກິດ ເພື່ອເປັນຫນ້າຕາຂອງສັງຄົມ ລວມເຖິງເດັກ ແລະ ເຍົາວະຊົນໃນສະຫະຣາຊະອານາຈັກ ນຳອີກ.
ເຊິ່ງ ຄຣິສຕຽນໂນ ໂຣນັລໂດ ແລະ ເນມາ 2 ດາວດັງແຫ່ງໂລກບານເຕະເປັນນັກກິລາທີ່ພວມຖືກໂຈມຕີໃນເວລານີ້ ເນື່ອງຈາກລາວໄປປາກົດໃນໂຄສະນາຂອງແອບເກມ Pokerstar ເກມທີ່ກ່ຽວກັບພະນັກ ເຊິ່ງເປັນສິ່ງທີ່ເຖິງຈະຖືກກົດຫມາຍໃນອັງກິດ ແຕ່ກົດໃຫມ່ບໍ່ອະນຸຍາດໃຫ້ນັກກິລາມາຂຶ້ນໂຄສະນາ ເນື່ອງຈາກຈະເປັນຕົວຢ່າງທີ່ບໍ່ດີຂອງເຍົາວະຊົນໄດ້.
ໃນໄລຍະນີ້ເຫລ່ົາບັນດາເວັບພະນັນຕ່າງເລື່ອມໂຄສະນາເພື່ອເຊີນຊວນໃຫ້ຜູ້ຄົນເຂົ້າມາຫລິ້ນພະນັກໃນທົວນາເມນໃຫຍ່ທ້າຍປີຢ່າງເຕະບານໂລກ 2022 ທີ່ຈະເກີດຂຶ້ນໃນລະຫວ່າງວັນທີ 21 ພະຈິກ – 18 ທັນວານີ້.