ປະທານາທິບໍດີສີລັງກາຢືນຢັນບໍ່ລາອອກ ເຖິງວ່າຝ່າຍຄ້ານ-ປະຊາຊົນກົດດັນໜັກ ທ່າມກາງວິກິດເສດຖະກິດຄັ້ງໃຫຍ່


ປະທານາທິບໍດີສີລັງກາຢືນຢັນບໍ່ລາອອກຈາກຕຳແໜ່ງ, ບໍ່ສົນກະແສຕໍ່ຕ້ານຈາກປະຊາຊົນທີ່ບໍ່ພໍໃຈຄວາມລົ້ມເຫລວການບໍລິຫານປະເທດ ຈົນເກີດວິກິດເສດຖະກິດຮ້າຍແຮງທີ່ສຸດໃນຮອບຫລາຍທົດສະວັດ.
ວັນທີ 6 ເມສາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ປະທານາທິບໍດີ ໂກຕາບາຢາ ຣາປັກສາ ຂອງສີລັງກາ ຢືນຢັນຈະບໍ່ລາອອກຈາກຕຳແໜ່ງ ເຖິງວ່າຕ້ອງຜະເຊີນແຮງກົດດັນຈາກຝ່າຍຄ້ານ ແລະ ປະຊາຊົນທີ່ບໍ່ພໍໃຈການບໍລິຫານງານຂອງລັດຖະບານ ຈົນເຮັດໃຫ້ເກີດວິກິດເສດຖະກິດຄັ້ງຮ້າຍແຮງທີ່ສຸດນັບແຕ່ໄດ້ຮັບເອກະລາດຈາກອັງກິດໃນປີ 1948.
ທ່ານ ຈອນສັນ ເຟີນັນໂດ ຫົວໜ້າວິດລັດຖະບານສີລັງກາປະກາດກາງກອງປະຊຸມສະພາ ຫລັງຈາກມີສະມາຊິກພັກຝ່າຍຄ້ານອອກມາຮຽກຮ້ອງໃຫ້ປະທານາທິບໍດີລາອອກຈາກຕຳແໜ່ງວ່າ: “ຂ້າພະເຈົ້າເຕືອນທ່ານວ່າ: ປະຊາຊົນ 6,9 ລ້ານຄົນລົງຄະແນນໃຫ້ປະທານາທິບໍດີ ໃນຖານະລັດຖະບານ, ຂ້າພະເຈົ້າຂໍປະກາດຢ່າງຈະແຈ້ງວ່າ: ປະທານາທິບໍດີຈະບໍ່ລາອອກ ບໍ່ວ່າກໍລະນີໃດໆກໍຕາມ”.
ຄຳຖະແຫລງດັ່ງກ່າວມີຂຶ້ນທ່າມກາງຄວາມຄຽດແຄ້ນຂອງປະຊາຊົນທີ່ອອກມາຊຸມນຸມປະທ້ວງຂັບໄລ່ລັດຖະບານຈຳນວນຫລາຍ ຫລັງຈາກສີລັງກາຕ້ອງຜະເຊີນສະພາບເສດຖະກິດຫລຸດຖອຍຂັ້ນຮຸນແຮງ ເນື່ອງຈາກຂາດເຂີນເງິນທຶນສຳຮອງສາກົນ ເຮັດໃຫ້ບໍ່ມີເງິນພຽງພໍສຳລັບການນຳເຂົ້ານ້ຳມັນເຊື້ອໄຟ ແລະ ສິນຄ້າຈຳເປັນຕ່າງໆ ນຳໄປສູ່ການຂາດເຂີນອາຫານ ແລະ ຢາ, ເກີດບັນຫາເງິນເຟີ້ເພີ່ມສູງຂຶ້ນເປັນປະຫວັດສາດ ແລະ ມີການຕັດໄຟຟ້າເປັນເວລາຫລາຍຊົ່ວໂມງຕໍ່ວັນ ເນື່ອງຈາກບໍ່ມີນ້ຳມັນກາຊວນພຽງພໍສຳລັບການຜະລິດໄຟຟ້າເພື່ອໃຊ້ໃນປະເທດ.
ກະແສຄວາມບໍ່ພໍໃຈທີ່ເກີດຂຶ້ນ ສົ່ງຜົນໃຫ້ຊາວສີລັງກາຈຳນວນຫລາຍອອກມາລວມຕົວສະແດງພະລັງຕໍ່ຕ້ານລັດຖະບານ, ກົດດັນໃຫ້ມີການຍຸບສະພາ ແລະ ຮຽກຮ້ອງໃຫ້ປະທານາທິບໍດີລົງຈາກຕຳແໜ່ງ ຈົນສະຖານະການທະວີຄວາມຮຸນແຮງຂຶ້ນໃນໄລຍະສອງອາທິດຜ່ານມາ, ກຸ່ມຜູ້ປະທ້ວງເລີ່ມພະຍາຍາມບຸກເຮືອນຂອງປະທານາທິບໍດີ, ມີການຈູດໄຟເຜົາລົດຍົນຕາມຖະໜົນ, ເກີດການປະທະລະຫວ່າງເຈົ້າໜ້າທີ່ກັບກຸ່ມຜູ້ປະທ້ວງ.
ຄວາມກົດດັນທີ່ເພີ່ມຂຶ້ນ ເຮັດໃຫ້ລັດຖະມົນຕີໃນລັດຖະບານ 26 ທ່ານຕັດສິນໃຈລາອອກຈາກຕຳແໜ່ງໝົດຄະນະໃນວັນທີ 3 ເມສາຜ່ານມາ ຍົກເວັ້ນພຽງປະທານາທິບໍດີ ໂກຕາບາຢາ ຣາປັກສາ ແລະ ອ້າຍ ທ່ານ ມະຫິນທາ ຣາປັກສາ ເຊິ່ງດຳລົງຕຳແໜ່ງນາຍົກລັດຖະມົນຕີຂອງສີລັງກາ.
ຕໍ່ມາ, ປະທານາທິບໍດີ ໂກຕາບາຢາ ໄດ້ເຊີນໃຫ້ພັກການເມືອງຕ່າງໆ ເຂົ້າຮ່ວມການຈັດຕັ້ງລັດຖະບານຊຸດໃໝ່, ແຕ່ໄດ້ຮັບການປະຕິເສດຈາກພັກການເມືອງຝ່າຍຄ້ານ ເຊິ່ງຍັງຢືນຢັນວ່າ: ປະຊາຊົນຜູ້ມີສິດເລືອກຕັ້ງຕ້ອງການໃຫ້ປະທານາທິບໍດີ ແລະ ນາຍົກລັດຖະມົນຕີລາອອກຈາກຕຳແໜ່ງ, ແຕ່ບໍ່ມີສັນຍານໃດໆ ວ່າສອງອ້າຍນ້ອງຣາປັກສາຈະຍອມລົງຈາກຕັ່ງໂດຍດີ.
ຜ່ານມາ, ລັດຖະບານສີລັງກາໄດ້ໃຊ້ຄວາມພະຍາຍາມຢ່າງໜັກໃນການຄວບຄຸມການຊຸມນຸມຂອງປະຊາຊົນ ທັງມີການປະກາດສະຖານະການສຸກເສີນ ເພື່ອໃຫ້ອຳນາດເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງໃນການຈັບກຸມ ແລະ ກັກຂັງຜູ້ປະທ້ວງ. ຂະນະດຽວກັນ ລັດຖະບານໄດ້ສັ່ງປິດແພກຟອມໂຊຊຽວມີເດຍ ທັງເຟສບຸກ, ວັອດແອັບ, ທະວິດເຕີ ແລະ ແພກຟອມອື່ນໆ ເພື່ອປິດກັ້ນການສະແດງຄວາມຄິດເຫັນ ແລະ ການວິພາກວິຈານລັດຖະບານ, ຍິ່ງເປັນການສ້າງຄວາມບໍ່ພໍໃຈໃຫ້ປະຊາຊົນເພີ່ມຂຶ້ນອີກ.
ທັງນີ້, ຕະກູນຣາປັກສາ ຂຶ້ນມາມີອຳນາດໃນສີລັງກາໃນປີ 2009 ນັບແຕ່ປະທານາທິບໍດີ ໂກຕາບາຢາ ເຂົ້າຮັບຕຳແໜ່ງ ແລະ ໄດ້ມີການແຕ່ງຕັ້ງເຄືອຍາດດຳລົງຕຳແໜ່ງສຳຄັນໃນລັດຖະບານຫລາຍຕຳແໜງ ນັບແຕ່ນັ້ນມາ ລັດຖະບານຕ້ອງຜະເຊີນກັບຂໍ້ຕິຕຽນເລື່ອງບັນຫາສໍ້ລາດບັງຫລວງມາໂດຍຕະຫລອດ ຈົນຟາງເສັ້ນສຸດທ້າຍຂາດລົງຈາກຄວາມບໍ່ພໍໃຈຂອງປະຊາຊົນໃນເລື່ອງຄວາມລົ້ມເຫລວໃນການບໍລິຫານງານດ້ານເສດຖະກິດຈົນເກີດຄວາມເດືອດຮ້ອນເປັນວົງກວ້າງ.
ອ້າງອີງ:
https://www.bbc.com/news/world-asia-61005827