ອິດສະລາແອນຫລຸດ “ພາສີນ້ຳມັນ” ຄັ້ງທຳອິດໃນຮອບເກືອບ 10 ປີ

ວັນທີ 5 ເມສາ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ທ່ານ ອາວິກດໍ ລີເບິແມນ ລັດຖະມົນຕີກະຊວງການເງິນອິດສະລາແອນ ປະກາດການຫລຸດລາຄານ້ຳມັນແອັດຊັງທີ່ຢູ່ພາຍໃຕ້ການເບິ່ງແຍງຄວບຄຸມຂອງລັດຖະບານ ດ້ວຍການຫລຸດພາສີ ໂດຍລາຄາສູງສຸດຂອງນ້ຳມັນແອັດຊັງບໍ່ມີສານຕະກົ່ວອອກເທນ 95 ຈະຫລຸດລົງຈາກ 7,44 ນິວເຊເກລ ມາຢູ່ 6,94 ນິວເຊເກລຕໍ່ລິດ.
ການຫລຸດລາຄານ້ຳມັນເບື້ອງຕົ້ນເປັນການຫລຸດພາສີເຊື້ອໄຟຄັ້ງທຳອິດຂອງອິດສະລາແອນນັບແຕ່ເດືອນສິງຫາ 2012 ເຊິ່ງເປັນໄລຍະທີ່ມີການຫລຸດພາສີພຽງເດືອນດຽວ ແລະ ຕໍ່ມາເດືອນກັນຍາ 2012 ລາຄານ້ຳມັນແອັດຊິນຢູ່ລະດັບສູງເປັນປະຫວັດສາດ 8,25 ນິວເຊເກລຕໍ່ລິດ.
ກະຊວງການເງິນຄາດວ່າມະຕິດັ່ງກ່າວຈະມີຜົນບັງຄັບໃຊ້ຫລັງໄດ້ຮັບອະນຸມັດຈາກຄະນະກຳມະການການເງິນຂອງລັດຖະສະພາ ແລະ ຈະມີຜົນບັງຄັບໃຊ້ຢ່າງໜ້ອຍ 3 ເດືອນ ເຊິ່ງລະຫວ່າງນັ້ນລາຄານ້ຳມັນຈະຖືກປັບປ່ຽນລາຍເດືອນດ້ວຍພາສີທີ່ຫລຸດລົງ ໂດຍມະຕິນີ້ມີຂຶ້ນຫລັງລາຍໄດ້ຂອງປະເທດເພີ່ມຂຶ້ນໃນໄລຍະບໍ່ດົນນີ້ ແລະ ຕົວເລກເສດຖະກິດເຕີບໃຫຍ່ຂຶ້ນ.
ລາຄານ້ຳມັນແອັດຊັງຂອງອິດສະລາແອນໃນປັດຈຸບັນ 7,44 ນິວເຊເກລຕໍ່ລິດ ເຊິ່ງມີຜົນບັງຄັບໃຊ້ໃນວັນທີ 1 ເມສາ ແລະ ຖືເປັນລາຄາສູງສຸດໃນອິດສະລາແອນນັບແຕ່ເດືອນກໍລະກົດ 2014.