ການລະບາດໂຄວິດ-19 ໃນຊຸມຊົນ ພົບວ່າ 90% ເປັນສາຍພັນໂອມິຄຣອນ

ການລະບາດໂຄວິດ-19 ໃນຊຸມຊົນ ພົບວ່າ 90% ເປັນສາຍພັນໂອມິຄຣອນ - image 5 - ການລະບາດໂຄວິດ-19 ໃນຊຸມຊົນ ພົບວ່າ 90% ເປັນສາຍພັນໂອມິຄຣອນ
ການລະບາດໂຄວິດ-19 ໃນຊຸມຊົນ ພົບວ່າ 90% ເປັນສາຍພັນໂອມິຄຣອນ - kitchen vibe - ການລະບາດໂຄວິດ-19 ໃນຊຸມຊົນ ພົບວ່າ 90% ເປັນສາຍພັນໂອມິຄຣອນ

ທ່ານ ດຣ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າຮອງກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກຖະແຫລງຂ່າວໃນວັນທີ 7 ເມສາ 2022 ໂດຍບອກວ່າ: ການລະບາດສືບຕໍ່ເພີ່ມຂຶ້ນແຕ່ລະວັນ ແລະ ໄລຍະນີ້ ສາຍພັນທີ່ພວມລະບາດໃນຊຸມຊົນແມ່ນໂອມິຄຣອນ ເຊິ່ງພົບຫລາຍກວ່າ 90% ສະເພາະ 1 ອາທິດຜ່ານມາມີຜູ້ຕິດເຊື້ອສະສົມ 14.119 ຄົນ ສະເລ່ຍມື້ໜຶ່ງກວ່າ 2.000 ຄົນ, ໃນນີ້ຕິດ ເຊື້ອພາຍໃນ ກວມກວ່າ 98,7% ແລະ ໂດຍລວມແລ້ວ ໄລຍະນີ້ອັດຕາການກວດພົບເຊື້ອຢູ່ແຕ່ລະແຂວງສູງຫລາຍ ເຊິ່ງທົ່ວປະເທດກວດພົບເຊື້ອ ກວ່າ 45% ທຽບໃສ່ຈຳນວນຕົວຢ່າງທີ່ເກັບມາກວດ.

ທ່ານ ດຣ ນາງ ພອນປະເສີດ ໄຊຍະມຸງຄຸນ ກ່າວຕື່ມວ່າ:ຈາກການລະບາດໃນໄລຍະນີ້, ພວກເຮົາຕ້ອງສືບຕໍ່ປັບຕົວເຂົ້າກັບການດຳລົງຊີ ວິດປົກກະຕິແບບໃໝ່ ເພື່ອຮຽນຮູ້ການຢູ່ຮ່ວມກັບໂຄວິດ-19 ຢ່າງປອດໄພທັງຕໍ່ຕົນເອງ ແລະ ທຸກຄົນໃນສັງຄົມ. ຂະນະທີ່ການຕິດເຊື້ອແພ່ກະຈາຍເປັນວົງກວ້າງນັ້ນໄດ້ກວມເອົາທຸກກຸ່ມອາຍຸລວມທັງເດັກນ້ອຍທີ່ມີອາຍຸໜ້ອຍກວ່າ 5 ປີ ເຊິ່ງເປັນໄວທີ່ຍັງບໍ່ຮອດເກນອາຍຸສັກວັກຊີນປ້ອງກັນພະຍາດໂຄວິດ 19 ສົມທົບກັບໄລຍະນີ້ໄດ້ຄ່ອຍເລີ່ມເປີດການຮຽນ-ການສອນເປັນປົກກະຕິເພື່ອໃຫ້ເດັກນ້ອຍໄດ້ເຂົ້າໂຮງຮຽນຕາມໄວອາຍຸ.

ແນວໃດກໍດີເຖິງວ່າບັນດາໂຮງຮຽນທີ່ເປີດນັ້ນກໍໄດ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອຕາມມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ, ແຕ່ຂໍໃຫ້ພໍ່ແມ່ຜູ້ປົກຄອງ ຈົ່ງໝັ່ນສັງເກດອາ ການລູກຫລານຕົນເອງເພາະເດັກອາດຈະບໍ່ຮູ້ປະຕິບັດມາດຕະການປ້ອງກັນຕົນເອງໄດ້ດີເທົ່າທີ່ຄວນຕ້ອງອາໄສຄູອາຈານ ແລະ ພໍ່ແມ່ຜູ້ປົກຄອງເປັນເຈົ້າການປ້ອງກັນການຕິດເຊື້ອຂອງເດັກກຸ່ມອາຍຸດັ່ງກ່າວ.

ຂະນະດຽວກັນຂໍໃຫ້ພໍ່ແມ່ຜູ້ປົກຄອງໝັ່ນສັງເກດອາການຖ້າເດັກນ້ອຍບໍ່ສະບາຍ ຫລື ມີອາການຄ້າຍຄືໄຂ້ຫວັດກໍໃຫ້ພາລູກຫລານໄປກວດທັນທີ ແລະ ຢຸດການໄປໂຮງຮຽນຊົ່ວຄາວເພື່ອໃຫ້ກວດພົບການຕິດເຊື້ອພະຍາດໄດ້ໄວ ຫລີກເວັ້ນການແພ່ເຊື້ອໃສ່ຄົນອື່ນ ແລະ ເດັກກໍຈະໄດ້ຮັບການປີ່ນປົວທັນເວລາ.

ການລະບາດໂຄວິດ-19 ໃນຊຸມຊົນ ພົບວ່າ 90% ເປັນສາຍພັນໂອມິຄຣອນ - 4 - ການລະບາດໂຄວິດ-19 ໃນຊຸມຊົນ ພົບວ່າ 90% ເປັນສາຍພັນໂອມິຄຣອນ
ການລະບາດໂຄວິດ-19 ໃນຊຸມຊົນ ພົບວ່າ 90% ເປັນສາຍພັນໂອມິຄຣອນ - 3 - ການລະບາດໂຄວິດ-19 ໃນຊຸມຊົນ ພົບວ່າ 90% ເປັນສາຍພັນໂອມິຄຣອນ
ການລະບາດໂຄວິດ-19 ໃນຊຸມຊົນ ພົບວ່າ 90% ເປັນສາຍພັນໂອມິຄຣອນ - 5 - ການລະບາດໂຄວິດ-19 ໃນຊຸມຊົນ ພົບວ່າ 90% ເປັນສາຍພັນໂອມິຄຣອນ