• [vc_row css_animation="bounceInRight"][vc_column css_animation="bounceInRight"][thim-news-ticker title="Breaking news" posts_per_page="10" order="ASC"][/vc_column][/vc_row]

ສົງການປີນີ້ ສະຕິເປັນທີ່ຕັ້ງ ບົດຮຽນຜ່ານມາມີໃຫ້ເຫັນແລ້ວ

ສົງການປີນີ້ ສະຕິເປັນທີ່ຕັ້ງ ບົດຮຽນຜ່ານມາມີໃຫ້ເຫັນແລ້ວ - aHR0cHM6Ly9zLmlzYW5vb2suY29tL2xhLzAvdWQvNC8yMDU3Mi8yMDU3Mi0wLmpwZw - ສົງການປີນີ້ ສະຕິເປັນທີ່ຕັ້ງ ບົດຮຽນຜ່ານມາມີໃຫ້ເຫັນແລ້ວ
ສົງການປີນີ້ ສະຕິເປັນທີ່ຕັ້ງ ບົດຮຽນຜ່ານມາມີໃຫ້ເຫັນແລ້ວ - kitchen vibe - ສົງການປີນີ້ ສະຕິເປັນທີ່ຕັ້ງ ບົດຮຽນຜ່ານມາມີໃຫ້ເຫັນແລ້ວ

ບຸນຫົດນ້ຳປີນີ້ມີ 3 ວັນແຕ່ວັນທີ 14-16 ເມສາ 2022 ຈະມີຫລາຍກິດຈະກຳ, ຫລາຍຄອບຄົວຈະໄດ້ສະຫລອງກັນໃຫ້ມ່ວນຊື່ນເພື່ອຄວາມຮັກແພງຄວາມສາມັກຄີ, ຮັກສາມູນເຊື້ອວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດ, ແຕ່ຄວາມມ່ວນຊື່ນນັ້ນອາດຈະເກີດມີປາກົດການຫຍໍ້ທໍ້ຫລາຍຢ່າງທີ່ຕ້ອງໄດ້ມີສະຕິ ແລະ ປີຜ່ານມາກໍມີບົດຮຽນຫລາຍຢ່າງມາແລ້ວ.

ອຸບັດຕິເຫດທາງຖະໜົນ ເປັນອີກໜຶ່ງປາກົດການຫຍໍ້ທໍ້ທີ່ແກ້ໄຂບໍ່ທັນໄດ້ບໍ່ວ່າຈະເປັນມື້ທຳມະດາ ຫລື ເທ ສະການ, ບຸນປະເພນີ ເປັນຕົ້ນບຸນປີໃໝ່ລາວ ເຊິ່ງອີງຕາມການລາຍງານຂອງເຈົ້າໜ້າທີ່ຈະລາຈອນ ຊີ້ໃຫ້ເຫັນວ່າ: ໄລຍະ 3 ມື້ຂອງການສະຫລອງບຸນປີໃໝ່ລາວພສ 2564 ແຕ່ວັນທີ 14-16 ເມສາ 2021, ທົ່ວປະເທດມີອຸບັດເຫດທາງທ້ອງຖະໜົນເກີດຂຶ້ນ 220 ກວ່າເທື່ອ, ພາຫະນະເປ່ເພ 400 ກວ່າຄັນ, ຜູ້ບາດ ເຈັບ 390 ກວ່າຄົນ ແລະ ເສຍຊີວິດ 30 ຄົນ. ໃນນີ້ຫລາຍກວ່າໝູ່ຢູ່ ນະຄອນຫລວງວຽງຈັນມີ 42 ກໍລະ ນີ ແລະ ເສຍຊີວິດ 8 ຄົນເຊິ່ງສາເຫດຫລັກແມ່ນການດື່ມສິ່ງມຶນເມົາແລ້ວຂັບຂີ່ໂດຍປະໝາດ, ບໍ່ປະຕິບັດກົດລະບຽບຈະລາຈອນ ແລະ ຂີ່ໄວເກີນຂອບເຂດ.

ສຳລັບປີນີ້ກໍຄົງໜີບໍ່ພົ້ນ, ແຕ່ກໍໃຫ້ຜູ້ໃຊ້ລົດໃຊ້ຖະໜົນທັງຫລາຍເປັນເຈົ້າປະຕິບັດກົດຈະລາຈອນຢ່າງເຄັ່ງຄັດໂດຍຫລັກໆຄືເມົາບໍ່ຂັບ. ຂະນະທີ່ຄວາມສະອາດຢູ່ບ່ອນສາທາລະນະ ກໍໃຫ້ເຂັ້ມງວດຮັກສາເພື່ອສະແດງໃຫ້ເຫັນເຖິງການມີລະບຽບວິໄນ ແລະ ສາມັນສຳນຶກຂອງສັງຄົມໂດຍລວມ. ການນຸ່ງຖືຂອງຍິງສາວກໍບໍ່ຄວນນຸ່ງເຄື່ອງຍົ້ວຍຸນຸ່ງເສື້ອບາງເກີນຂອບເຂດ, ເຂົ້າວັດເຂົ້າວາຫົດສົງພະ ກໍໃຫ້ນຸ່ງສຸພາບຮຽບຮ້ອຍເພື່ອພາບພົດວັດທະນະທຳທີ່ດີງາມຂອງຊາດເຮົາ.

ແນວໃດກໍດີກ່ອນຈະສະຫລອງບຸນປີໃໝ່ລາວ 2565 ບໍ່ວ່າຈະເປັນຫ້ອງວ່າສຳນັກງານນາຍົກລັດຖະມົນ, ນະຄອນຫລວງວງຈັນ ແລະ ແຂວງຕ່າງໆ, ກອງບັນຊາການປ້ອງກັນຄວາມສະຫງົບ ຕ່າງກໍອອກແຈ້ງການແນະນຳການຈັດຕັ້ງສະເຫລີມສະຫລອງບຸນປີໃໝ່ ໃຫ້ຖືກຕ້ອງຕາມຮີດຄອງປະເພນີ ແລະ ວັດທະນະ ທຳອັນດີງາມຂອງຊາດຕິດພັນກັບການປະຢັດມັດທະຍັດ, ຮັບປະກັນຄວາມສະຫງົບປອດໄພຄວາມເປັນລະ ບຽບຮຽບຮ້ອຍໃນສັງຄົມ ແລະ ໄລຍະນີ້ຍິ່ງສຳຄັນເພາະພະຍາດໂຄວິດ-19 ຍັງລະບາດ ເຊິ່ງທຸກຄົນທົ່ວສັງຄົມຕ້ອງໄດ້ເຂັ້ມງວດປະຕິບັດບັນດາມາດຕະການປ້ອງກັນ ຄືການຮັກສາໄລຍະຫ່າງ, ໃສ່ຜ້າອັດປາກ-ດັງ, ໝັ່ນລ້າງມືດ້ວຍນໍ້າສະອາດໃສ່ສະບູ ຫລື ເຈວລ້າງມື. ເວົ້າລວມແລ້ວສິ່ງສຳຄັນພວກເຮົາເຈົ້າຂ້ອຍ ຕ້ອງເປັນເຈົ້າການປະຕິບັດຕາມແຈ້ງການຢ່າງເຂ້ັມງວດເພື່ອເຮັດໃຫ້ການສະເຫລີມສະຫລອງບຸນປີໃໝ່ ໄດ້ທັງຄວາມມ່ວນຊື່ນ, ຖືກຮີດຖືກຄອງ, ມີຄວາມສຸກ ແລະ ປອດໄພຈາກໂຄວິດ-19 ນັ້ນເອງ.

ສົງການປີນີ້ ສະຕິເປັນທີ່ຕັ້ງ ບົດຮຽນຜ່ານມາມີໃຫ້ເຫັນແລ້ວ - 4 - ສົງການປີນີ້ ສະຕິເປັນທີ່ຕັ້ງ ບົດຮຽນຜ່ານມາມີໃຫ້ເຫັນແລ້ວ
ສົງການປີນີ້ ສະຕິເປັນທີ່ຕັ້ງ ບົດຮຽນຜ່ານມາມີໃຫ້ເຫັນແລ້ວ - 5 - ສົງການປີນີ້ ສະຕິເປັນທີ່ຕັ້ງ ບົດຮຽນຜ່ານມາມີໃຫ້ເຫັນແລ້ວ
ສົງການປີນີ້ ສະຕິເປັນທີ່ຕັ້ງ ບົດຮຽນຜ່ານມາມີໃຫ້ເຫັນແລ້ວ - 3 - ສົງການປີນີ້ ສະຕິເປັນທີ່ຕັ້ງ ບົດຮຽນຜ່ານມາມີໃຫ້ເຫັນແລ້ວ