ນະຄອນໄກສອນ ພົມວິຫານ ທຳລາຍ ຊີ້ນໝູແຊ່ແຂງ ນຳເຂົ້າຈາກຕ່າງປະເທດ ບໍ່ຖືກຕ້ອງ

ນະຄອນໄກສອນ ພົມວິຫານ ທຳລາຍ ຊີ້ນໝູແຊ່ແຂງ ນຳເຂົ້າຈາກຕ່າງປະເທດ ບໍ່ຖືກຕ້ອງ - 278117490 699123318203038 1079952157233635769 n - ນະຄອນໄກສອນ ພົມວິຫານ ທຳລາຍ ຊີ້ນໝູແຊ່ແຂງ ນຳເຂົ້າຈາກຕ່າງປະເທດ ບໍ່ຖືກຕ້ອງ
ນະຄອນໄກສອນ ພົມວິຫານ ທຳລາຍ ຊີ້ນໝູແຊ່ແຂງ ນຳເຂົ້າຈາກຕ່າງປະເທດ ບໍ່ຖືກຕ້ອງ - kitchen vibe - ນະຄອນໄກສອນ ພົມວິຫານ ທຳລາຍ ຊີ້ນໝູແຊ່ແຂງ ນຳເຂົ້າຈາກຕ່າງປະເທດ ບໍ່ຖືກຕ້ອງ
ທ່ານ ພູສອນ ບຸນມາວັນ ຫົວໜ້າຈຸສາຍກວດເຈົ້າໜ້າທີ່ກະສິກຳ-ປ່າໄມ້ ນະຄອນໄກສອນ ພົມວິຫານ ໄດ້ໃຫ້ຮູ້ວ່າ: ຫວ່າງບໍ່ດົນມານີ້, ເຈົ້າໜ້າທີ່ພວກເຮົາ ໄດ້ລົງກວດກາໃນຕະຫຼາດສະຫວັນໄຊ ຊຶ່ງສາມາດຢຶດສິນຄ້ານຳເຂົ້າບໍ່ຖືກຕ້ອງ ປະເພດຊິ້ນສ່ວນໝູແຊ່ແຂງ ມາແຕ່ປະເທດຫວຽດນາມ ທີ່ບັນຈຸໃສ່ແກັດເຈ້ຍ ຈໍານວນ 10 ແກັດ, ນໍ້າໜັກ 477 ກິໂລ ໃນນັ້ນມີ: ຊີ້ນໝູ 227 ກິໂລ, ຕັບໝູ 30 ກິໂລ, ໜັງໝູ 52 ກິໂລ, ປອດໝູ 35 ກິໂລ, ກະດູດຂ້າງໝູ 60 ກິໂລ ແລະ ຊີ້ນສາມຊັ້ນ 73 ກິໂລ ຊຶ່ງເຈົ້າຂອງສິນຄ້າດັ່ງກ່າວແມ່ນຊື່ ທ້າວ ຖັງ ອາຍຸ 29 ປີ ສັນຊາດຫວຽດນາມ ພັກຢູ່ບ້ານຫົວເມືອງໃຕ້ ນະຄອນ ໄກສອນ ພົມວິຫານ ທີ່ເປັນຜູ້ນຳມາຈໍາໜ່າຍ-ຂາຍຢູ່ຕະຫຼາດສະຫວັນໄຊ ໂດຍບໍ່ໄດ້ຮັບອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງ ຊຶ່ງເປັນການລັກລອບນໍາເຂົ້າສິນຄ້າ ທີ່ບໍ່ໄດ້ຜ່ານການກວດກາຂອງເຈົ້າໜ້າທີ່ ແລະ ເປັນການນໍາເຂົ້າທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ. ດັ່ງນັ້ນ, ຈຶ່ງໄດ້ຢຶດເອົາແລ້ວນໍາໄປທໍາລາຍຖິ້ມ ເພື່ອຮັບປະກັນບໍ່ໃຫ້ຈໍາໜ່າຍສິນຄ້າດັ່ງກ່າວ ທີ່ຈະສົ່ງຜົນກະທົບຕໍ່ສຸຂະພາບຂອງຜູ້ບໍລິໂພກ.
ການທໍາລາຍຊິ້ນສ່ວນໝູແຊ່ແຂງໃນຄັ້ງນີ້ ເພື່ອປ້ອງກັນ ແລະ ສະກັດກັ້ນພະຍາດອະຫິວາໝູອາຟຣິກາ ທີ່ກໍາລັງລະບາດບໍ່ໃຫ້ແຜ່ລາມ, ບໍ່ໃຫ້ປະຊາຊົນບໍລິໂພກຜະລິດຕະພັນຊີ້ນໝູທີ່ບໍ່ໄດ້ມາດຖານດັ່ງກ່າວ ຊຶ່ງເປັນສິນຄ້າປະເພດເຄື່ອງເກືອດຫ້າມ ໂດຍບໍ່ອະນຸຍາດໃຫ້ເຄື່ອນຍ້າຍສັດ-ຜະລິດຕະພັນສັດຊີ້ນໝູນໍາເຂົ້າມາພາຍໃນແຂວງ.
ນະຄອນໄກສອນ ພົມວິຫານ ທຳລາຍ ຊີ້ນໝູແຊ່ແຂງ ນຳເຂົ້າຈາກຕ່າງປະເທດ ບໍ່ຖືກຕ້ອງ - 4 - ນະຄອນໄກສອນ ພົມວິຫານ ທຳລາຍ ຊີ້ນໝູແຊ່ແຂງ ນຳເຂົ້າຈາກຕ່າງປະເທດ ບໍ່ຖືກຕ້ອງ
ນະຄອນໄກສອນ ພົມວິຫານ ທຳລາຍ ຊີ້ນໝູແຊ່ແຂງ ນຳເຂົ້າຈາກຕ່າງປະເທດ ບໍ່ຖືກຕ້ອງ - 5 - ນະຄອນໄກສອນ ພົມວິຫານ ທຳລາຍ ຊີ້ນໝູແຊ່ແຂງ ນຳເຂົ້າຈາກຕ່າງປະເທດ ບໍ່ຖືກຕ້ອງ
ນະຄອນໄກສອນ ພົມວິຫານ ທຳລາຍ ຊີ້ນໝູແຊ່ແຂງ ນຳເຂົ້າຈາກຕ່າງປະເທດ ບໍ່ຖືກຕ້ອງ - 3 - ນະຄອນໄກສອນ ພົມວິຫານ ທຳລາຍ ຊີ້ນໝູແຊ່ແຂງ ນຳເຂົ້າຈາກຕ່າງປະເທດ ບໍ່ຖືກຕ້ອງ