ການຄ້ານະຄອນຫຼວງ ວາງມາດຕະການເຂັ້ມງວດບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າໃນໄລຍະບຸນປີໃໝ່ລາວ ປະຈໍາປີ ພສ 2565

ທ່ານ ນັນຕາ ສານຸວົງ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້ານະຄອນ ຫຼວງວຽງຈັນ ໃຫ້ສໍາພາດຜ່ານວິທະຍຸກະຈາຍສຽງແຫ່ງຊາດລາວວັນທີ 6 ເມສາ 2022 ຜ່ານມານີ້ວ່າ:
ມາດຕະການທີ່ປະຕິບັດ ເລີ່ມຈາກການອອກແຈ້ງການ ສະບັບເລກທີ 0496/ອຄ.ນວ.ຄພນ, ລົງວັນທີ 21 ມີນາ 2022 ເຖີງຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າ 9 ຕົວເມືອງ, ລວມເຖີງສູນການຄ້າ, ຊູບເປີ້ມາເກັດ, ຮ້ານສະດວກຊື້, ຫົວໜ່ວຍທຸລະກິດຈັດສັນຕະຫລາດ, ຜູ້ປະກອບທຸລະກິດ ແລະ ຊາວຄ້າຂາຍບໍ່ໃຫ້ສວຍໂອກາດຂຶ້ນລາຄາສິນຄ້າຕາມລໍາພັງໃຈ ໃນໄລຍະສະເຫລີມສະຫລອງບຸນປີໃໝ່ລາວ ປະຈໍາປີ ພສ 2565 ໂດຍໄດ້ກໍານົດລາຄາຂາຍຍ່ອຍ ປະເພດຊີ້ນໝູ, ເຂົ້າ ແລະ ປານິນກະຊັງ ເຊີ່ງນອນຢູ່ໃນໝວດສິນຄ້າທີ່ລັດຄຸ້ມຄອງ ຄື:
– ລາຄາຊີ້ນໝູ: ປະເພດ 1: ສູງສຸດບໍ່ໃຫ້ເກີນ 50.000 ກີບ/ກິໂລ ແລະ ປະ ເພດ 2: ສູງສຸດບໍ່ໃຫ້ເກີນ 46.000/ກິໂລ.
– ລາຄາເຂົ້າ: ລາຄາຂາຍຍ່ອຍເຂົ້າສານໜຽວ ປະເພດ 2: ສູງສຸດບໍ່ໃຫ້ເກີນ 7.400 ກີບ/ກິໂລ.
– ລາຄາປານິນກະຊັງ: ສູງສຸດບໍ່ໃຫ້ເກີນ 20.000 ກີບ/ກິໂລ.
ສໍາລັບມາດຕະການຕໍ່ຜູ້ລະເມີດ, ຖ້າພົບເຫັນແມ່ນຈະປະຕິບັດຕາມດໍາລັດສະບັບທີ 474/ນຍ, ລົງວັນທີ 18/11/2010 ວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິ ການຢ່າງເຂັ້ມງວດ ເພາະໃນໄລຍະຜ່ານມາໄດ້ກວດເຫັນຊາວຄ້າຂາຍຈໍານວນໜຶ່ງລະເມີດລະບຽບການທີ່ວາງໄວ້ ແລະ ໄດ້ນຳໃຊ້ດໍາລັດດັ່ງກ່າວຕໍ່ຜູ້ກະທໍາຜິດມາແລ້ວຫລາຍສົມຄວນ. ຢ່າງໃດກໍຕາມ, ທ່ານຝາກມາຍັງສັງຄົມ ກໍຄື ຊາວນະຄອນຫລວງວຽງຈັນ ກ່ຽວກັບລາຄາສິນຄ້າຕາມທ້ອງຕະຫລາດທີ່ມີທ່າອ່ຽງເພີ່ມຂຶ້ນ ແມ່ນເກີດຈາກຫລາຍປັດໃຈທີ່ສົ່ງຜົນກະທົບເຮັດໃຫ້ໂຄງປະກອບລາຄາສິນຄ້າ ຕົ້ນທຶນເພີ່ມຂຶ້ນ ເປັນຕົ້ນ: ລາຄານໍ້າມັນເຊື້ອໄຟເພີ່ມຂຶ້ນ, ອັດຕາແລກປ່ຽນເງິນຕ່າເພີ່ມຂຶ້ນ ແລະ ອື່ນໆ.
ຖ້າພົບກໍລະນີຖືກຊາວຄ້າຂາຍເອົາປຽບ ແມ່ນສາມາດໂທຫາສາຍດ່ວນ ໝາຍເລກ 1510 ຫລື ໂທຫາເຈົ້າໜ້າທີ່ກ່ຽວຂ້ອງຂອງພະແນກອຸດສາຫະກຳ ແລະ ການຄ້ານະຄອນຫລວງວຽງຈັນ ຕາມໝາຍເລກທີ່ຕິດໄວ້ຢູ່ຕາມແຕ່ລະຕະຫລາດ ເພື່ອໄປແກ້ໄຂໃຫ້ທັນກັບສະພາບການ.