ຍີ່ປຸ່ນໃຫ້ການສະໜັບສະໜູນໂຄງການ ປັບປຸງຊີວິດຂອງແມ່ຍິງ ແລະ ເດັກຍິງທີ່ມີຄວາມສ່ຽງ ຈຳນວນ 8 ແສນກວ່າໂດລາ

ຍີ່ປຸ່ນໃຫ້ການສະໜັບສະໜູນໂຄງການ ປັບປຸງຊີວິດຂອງແມ່ຍິງ ແລະ ເດັກຍິງທີ່ມີຄວາມສ່ຽງ ຈຳນວນ 8 ແສນກວ່າໂດລາ - 278128653 1865097663694005 7893738643296665601 n - ຍີ່ປຸ່ນໃຫ້ການສະໜັບສະໜູນໂຄງການ ປັບປຸງຊີວິດຂອງແມ່ຍິງ ແລະ ເດັກຍິງທີ່ມີຄວາມສ່ຽງ ຈຳນວນ 8 ແສນກວ່າໂດລາ
ຍີ່ປຸ່ນໃຫ້ການສະໜັບສະໜູນໂຄງການ ປັບປຸງຊີວິດຂອງແມ່ຍິງ ແລະ ເດັກຍິງທີ່ມີຄວາມສ່ຽງ ຈຳນວນ 8 ແສນກວ່າໂດລາ - kitchen vibe - ຍີ່ປຸ່ນໃຫ້ການສະໜັບສະໜູນໂຄງການ ປັບປຸງຊີວິດຂອງແມ່ຍິງ ແລະ ເດັກຍິງທີ່ມີຄວາມສ່ຽງ ຈຳນວນ 8 ແສນກວ່າໂດລາ

ວັນທີ 7 ເມສາ 2022 ນີ້ ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບ ກະຊວງໂຍທາທິການ ແລະ ຂົນສົ່ງ, ລັດຖະບານຍີ່ປຸ່ນ, ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ(UNFPA) ແລະ ອົງການສະຫະປະຊາຊາດ ເພື່ອການຕັ້ງຖິ່ນຖານຂອງມະນຸດ (UN-Habitat) ໄດ້ເປີດໂຄງການໃໝ່ “ເມືອງທີ່ປອດໄພກວ່າ: ການແຊກແຊງເພື່ອຕ້ານການແຜ່ລະບາດຂອງພະຍາດ ໂຄວິດ-19 ໃນຊຸມຊົນ ໃນ ສປປ ລາວ, ແນໃສ່ວຽກງານນໍ້າ, ສຸຂາພິບານ ແລະ ສຸຂະອະນາໄມ ແລະ ການປົກປ້ອງຊຸມຊົນທີ່ມີຄວາມສ່ຽງ” ໃນເຊິ່ງໂຄງການດັ່ງກ່າວໄດ້ຮັບທຶນຈາກລັດຖະບານຍີ່ປຸ່ນ 833.333 ໂດລາສະຫະລັດ ໂດຍຜ່ານອົງການ UNFPA.

ໂຄງການ ເພື່ອປັບປຸງຊີວິດຂອງແມ່ຍິງ ແລະ ເດັກຍິງທີ່ມີຄວາມສ່ຽງ ລວມໄປເຖິງຜູ້ລອດຊີວິດຈາກຄວາມຮຸນແຮງປະມານ 500 ຄົນ, ຜູ້ທີ່ໄດ້ຮັບຜົນກະທົບຈາກພະຍາດ ໂຄວິດ-19 ປະມານ 3.000 ຄົນ ແລະ ຜູ້ໃຫ້ບໍລິການ 100 ຄົນໄດ້ຮັບການເສີມສ້າງຂີດຄວາມສາມາດ. ການຊ່ວຍເຫລືອແມ່ນຜ່ານການສະໜອງສິ່ງອໍານວຍຄວາມສະດວກຕ່າງໆ ເປັນຕົ້ນ ດ້ານນໍ້າ, ສຸຂາພິບານ ແລະ ສຸຂະອະນາໄມ, ປັບປຸງບູລະນະສູນທີ່ພັກຫລົບໄພ, ສູນຈໍາກັດບໍລິເວນ ແລະ ສູນປິ່ນປົວ, ໃຫ້ການສະໜັບສະໜູນທີ່ຄໍານຶງເຖິງຄວາມສະເໝີພາບຍິງ-ຊາຍ ແລະ ປັບປຸງພື້ນທີ່ທີ່ເປັນມິດກັບແມ່ຍິງ. ໂຄງ ການນີ້ ຈະສຸມໃສ່ 11 ແຂວງເປົ້າໝາຍຄື: ໄຊຍະບູລີ, ສະຫວັນນະເຂດ, ບໍລິຄຳໄຊ, ຈຳປາສັກ, ເຊກອງ, ສາລະວັນ, ຄຳມ່ວນ, ອັດຕະປື, ບໍ່ແກ້ວ, ຫລວງພະບາງ ແລະ ແຂວງວຽງຈັນ.

ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານສູນກາງສະຫະພັນແມ່ຍິງລາວ ໄດ້ກ່າວວ່າ: ການຮ່ວມມືນີ້ ໄດ້ໃຫ້ຊ່ວຍໃຫ້ຜູ້ລອດຊີວິດຈາກຄວາມຮຸນແຮງ ກໍຄື ແມ່ຍິງ ແລະ ເດັກຍິງ ໄດ້ເຂົ້າເຖິງກົດໝາຍ ແລະ ຄວາມຍຸຕິທຳ, ຮັບປະກັນໃຫ້ເຂົາ ເຈົ້າມີຄວາມປອດໄພໃນສະຖານທີ່ພັກຫລົບໄພ ແລະ ພ້ອມທັງໃຫ້ການຊ່ວຍເຫລືອດ້ານສຸຂະພາບຈິດ ແລະ ຈິດໃຈສັງຄົມ.
ທ່ານ ໂຄບະຢະຊິ ເຄັນອິຈິ ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ສປປ ລາວ ກ່າວວ່າ: ຍີ່ປຸ່ນ ເປັນຜູ້ສະໜັບສະໜູນທີ່ເຂັ້ມແຂງຂອງລາວ ໃນການຕອບໂຕ້ກັບພະຍາດ ໂຄວິດ-19 ແລະ ໃນການສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ ໃນ ສປປ ລາວ ແລະ ສັນຍາວ່າ ຍີ່ປຸ່ນຈະສືບຕໍ່ໃຫ້ການສະໜັບສະໜູນແກ່ ສປປ ລາວ ໃນຫລາຍຂົງເຂດຕື່ມອີກ. ຍີ່ປຸ່ນ ໃນຖານະເປັນຄູ່ຮ່ວມມືຍຸດທະສາດຂອງລາວ ຂໍຍຶດໝັ້ນການສະໜັບສະໜູນຂອງພວກເຮົາ ແລະ ຂໍສືບຕໍ່ເຈດຈໍານົງໃນການສະໜັບສະໜູນ ໂດຍການຮ່ວມມືຢ່າງສະໜິດແໜ້ນກັບຄູ່ຮ່ວມພັດທະນາ ແລະ ປະຊາຄົມສາກົນ.

ຍີ່ປຸ່ນໃຫ້ການສະໜັບສະໜູນໂຄງການ ປັບປຸງຊີວິດຂອງແມ່ຍິງ ແລະ ເດັກຍິງທີ່ມີຄວາມສ່ຽງ ຈຳນວນ 8 ແສນກວ່າໂດລາ - 4 - ຍີ່ປຸ່ນໃຫ້ການສະໜັບສະໜູນໂຄງການ ປັບປຸງຊີວິດຂອງແມ່ຍິງ ແລະ ເດັກຍິງທີ່ມີຄວາມສ່ຽງ ຈຳນວນ 8 ແສນກວ່າໂດລາ
ຍີ່ປຸ່ນໃຫ້ການສະໜັບສະໜູນໂຄງການ ປັບປຸງຊີວິດຂອງແມ່ຍິງ ແລະ ເດັກຍິງທີ່ມີຄວາມສ່ຽງ ຈຳນວນ 8 ແສນກວ່າໂດລາ - 3 - ຍີ່ປຸ່ນໃຫ້ການສະໜັບສະໜູນໂຄງການ ປັບປຸງຊີວິດຂອງແມ່ຍິງ ແລະ ເດັກຍິງທີ່ມີຄວາມສ່ຽງ ຈຳນວນ 8 ແສນກວ່າໂດລາ
ຍີ່ປຸ່ນໃຫ້ການສະໜັບສະໜູນໂຄງການ ປັບປຸງຊີວິດຂອງແມ່ຍິງ ແລະ ເດັກຍິງທີ່ມີຄວາມສ່ຽງ ຈຳນວນ 8 ແສນກວ່າໂດລາ - 5 - ຍີ່ປຸ່ນໃຫ້ການສະໜັບສະໜູນໂຄງການ ປັບປຸງຊີວິດຂອງແມ່ຍິງ ແລະ ເດັກຍິງທີ່ມີຄວາມສ່ຽງ ຈຳນວນ 8 ແສນກວ່າໂດລາ