ທະນາຄານໂລກຄາດເສດຖະກິດປະເທດກຳລັງພັດທະນາ ໃນ “ອາຊີຕາເວັນອອກ-ປາຊີຟິກ” ເຕີບໃຫຍ່ 5% ໃນປີນີ້

ທະນາຄານໂລກຄາດເສດຖະກິດປະເທດກຳລັງພັດທະນາ ໃນ “ອາຊີຕາເວັນອອກ-ປາຊີຟິກ” ເຕີບໃຫຍ່ 5% ໃນປີນີ້ -           4 - ທະນາຄານໂລກຄາດເສດຖະກິດປະເທດກຳລັງພັດທະນາ ໃນ “ອາຊີຕາເວັນອອກ-ປາຊີຟິກ” ເຕີບໃຫຍ່ 5% ໃນປີນີ້
ທະນາຄານໂລກຄາດເສດຖະກິດປະເທດກຳລັງພັດທະນາ ໃນ “ອາຊີຕາເວັນອອກ-ປາຊີຟິກ” ເຕີບໃຫຍ່ 5% ໃນປີນີ້ - kitchen vibe - ທະນາຄານໂລກຄາດເສດຖະກິດປະເທດກຳລັງພັດທະນາ ໃນ “ອາຊີຕາເວັນອອກ-ປາຊີຟິກ” ເຕີບໃຫຍ່ 5% ໃນປີນີ້

ທະນາຄານໂລກຄາດຄະເນເສດຖະກິດຂອງກຸ່ມປະເທດກຳລັງພັດທະນາໃນພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກມີທ່າອ່ຽງເຕີບໃຫຍ່ 5% ໃນປີ 2022 ທ່າມກາງການກັບມາລະບາດຂອງພະຍາດຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19), ສະພາບການເງິນທີ່ເຄັ່ງຕຶງກວ່າເກົ່າ ແລະ ສົງຄາມຣັດເຊຍ-ອູແກຣນ.

“ສະພາບແຕກຕື່ນຈາກສົງຄາມໃນອູແກຣນ ແລະ ການຂວ້ຳບາດຣັດເຊຍ ເຮັດໃຫ້ອຸປະທານສິນຄ້າໂພກກະພັນຢຸດສະງັກ ເພີ່ມຄວາມເຄັ່ງຕຶງທາງການເງິນ ແລະ ບັນທອນການເຕີບໃຫຍ່ຂອງເສດຖະກິດໂລກ” ລາຍງານຄວາມຄືບໜ້າທາງເສດຖະກິດອາຊີຕາເວັນອອກ ແລະ ປາຊີຟິກຂອງທະນາຄານໂລກລະບຸ.

ທະນາຄານໂລກຄາດເສດຖະກິດປະເທດກຳລັງພັດທະນາ ໃນ “ອາຊີຕາເວັນອອກ-ປາຊີຟິກ” ເຕີບໃຫຍ່ 5% ໃນປີນີ້ - Visit Laos Visit SALANA BOUTIQUE HOTEL - ທະນາຄານໂລກຄາດເສດຖະກິດປະເທດກຳລັງພັດທະນາ ໃນ “ອາຊີຕາເວັນອອກ-ປາຊີຟິກ” ເຕີບໃຫຍ່ 5% ໃນປີນີ້

ທ່ານ ມານູເອລາ ວີ. ເຟີໂຣ ຮອງປະທານທະນາຄານໂລກປະຈຳພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ກ່າວວ່າ: ສົງຄາມໃນອູແກຣນກຳລັງສົ່ງຜົນກະທົບຕໍ່ທ່າອ່ຽງການເຕີບໃຫຍ່, ຂະນະທີ່ຫລາຍປະເທດໃນພາກພື້ນກຳລັງຟື້ນຕົວຈາກຜົນກະທົບຂອງພະຍາດລະບາດໃຫຍ່ ໂດຍຮາກຖານ ແລະ ນະໂຍບາຍທີ່ແຂງແຮງຈະຊ່ວຍພາກພື້ນຜ່ານພົ້ນອຸປະສັກເຫລົ່ານີ້.

ສະພາບເງິນເຟີ້ທີ່ເພີ່ມສູງຂອງອາເມລິກາ ອາດກະຕຸ້ນສະພາບເຄັ່ງຕຶງທາງການເງິນໄວກວ່າຄາດການໄວ້ ເຊິ່ງອາດເໝາະສົມກັບອາເມລິກາໃນເວລານີ້, ແຕ່ “ໄວເກີນໄປ” ສຳລັບຫລາຍປະເທດໃນພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກທີ່ການຟື້ນຕົວຍັງບໍ່ສົມບູນ ໂດຍຄວາມສ່ຽງສະພາບເງິນທຶນໄຫລອອກ ເຊິ່ງອາດສ້າງແຮງກົດດັນຕໍ່ສະກຸນເງິນຂອງບາງປະເທດ ອາດເຮັດໃຫ້ເກີດສະພາບເຄັ່ງຕຶງທາງການເງິນ “ກ່ອນເວລາອັນຄວນ”.

ທະນາຄານໂລກຄາດການວ່າ:​ ການເຕີບໃຫຍ່ທາງເສດຖະກິດໂດຍລວມໃນກຸ່ມປະເທດກຳລັງພັດທະນາໃນພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກຈະຊ້າລົງ 5% ໃນປີ 2022 ເຊິ່ງນ້ອຍກວ່າຄາດການໄວ້ໃນເດືອນຕຸລາປະມານ 0,4 ຈຸດ ແລະ ຖ້າສະພາບການທົ່ວໂລກຮ້າຍແຮງອີກ ແລະ ການຮັບມືທາງນະໂຍບາຍລະດັບປະເທດອ່ອນແອອາດສົ່ງຜົນໃຫ້ຕົວເລກດັ່ງກ່າວຫລຸດຊ້າລົງມາຢູ່ 4%.

ທັງນີ້, ທະນາຄານໂລກຮຽກຮ້ອງລັດຖະບານຂອງປະເທດຕ່າງໆ ຍົກລະດັບປະສິດທິພາບຂອງນະໂຍບາຍການເງິນເພື່ອການຟື້ນຟູ ແລະ ການເຕີບໃຫຍ່ທາງເສດຖະກິດ ລວມທັງເສີມສ້າງຄວາມແຂງແຮງຂອງນະໂຍບາຍລະດັບມະຫາພາກ ເພື່ອຫລຸດຄວາມສ່ຽງຈາກສະພາບເຄັ່ງຕຶງທາງການເງິນທົ່ວໂລກ.

ນອກຈາກນັ້ນ, ທະນາຄານໂລກຍັງຮຽກຮ້ອງບັນດາຜູ້ກຳນົດນະໂຍບາຍປະຕິຮູບນະໂຍບາຍທີ່ກ່ຽວກັບການຄ້າສິນຄ້າ ໂດຍສະເພາະຂະແໜງບໍລິການ ເພື່ອໃຊ້ປະໂຫຍດຈາກການປ່ຽນແປງຂອງພູມີທັດການຄ້າໂລກ ແລະ ກະຕຸ້ນການກະຈາຍຕົວຂອງເຕັກໂນໂລຊີ.

ທະນາຄານໂລກຄາດເສດຖະກິດປະເທດກຳລັງພັດທະນາ ໃນ “ອາຊີຕາເວັນອອກ-ປາຊີຟິກ” ເຕີບໃຫຍ່ 5% ໃນປີນີ້ - 5 - ທະນາຄານໂລກຄາດເສດຖະກິດປະເທດກຳລັງພັດທະນາ ໃນ “ອາຊີຕາເວັນອອກ-ປາຊີຟິກ” ເຕີບໃຫຍ່ 5% ໃນປີນີ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!