ປອກຕຸຍການ ທຸ້ມ 30 ກວ່າລ້ານເອີໂຣ ຊື້ຢາຕ້ານໂຄວິດ-19

ປອກຕຸຍການ ທຸ້ມ 30 ກວ່າລ້ານເອີໂຣ ຊື້ຢາຕ້ານໂຄວິດ-19 -           1 - ປອກຕຸຍການ ທຸ້ມ 30 ກວ່າລ້ານເອີໂຣ ຊື້ຢາຕ້ານໂຄວິດ-19
ປອກຕຸຍການ ທຸ້ມ 30 ກວ່າລ້ານເອີໂຣ ຊື້ຢາຕ້ານໂຄວິດ-19 - kitchen vibe - ປອກຕຸຍການ ທຸ້ມ 30 ກວ່າລ້ານເອີໂຣ ຊື້ຢາຕ້ານໂຄວິດ-19

ວັນທີ 4 ເມສາ 2022​, ສຳນັກຂ່າວຊິນຮົວລາຍງານວ່າ: ລັດຖະບານປອກຕຸຍການປະກາດແຈ້ງການວ່າດ້ວຍການອະນຸມັດໃຫ້ງົບປະມານ 32,7 ລ້ານເອີໂຣ ຈັດຊື້ຢາຕ້ານພະຍາດຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19) ໃນປີ 2022.

ມະຕິຈາກສະພາຄະນະລັດຖະບານປອກຕຸຍການເຜີຍວ່າ: ການໃຊ້ງົບປະມານຄັ້ງນີ້ມີຄວາມຈຳເປັນ ຖ້າພິຈາລະນາທ່າອ່ຽງສະຖານະການພະຍາດລະບາດໃຫຍ່ ແລະ ຍັງຈະຊ່ວຍຮັບປະກັນວ່າ ຊາວປອກຕຸຍການສາມາດເຂົ້າເຖິງຕົວເລກການປິ່ນປົວພະຍາດຈາກເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (SARS-CoV-2).

ປອກຕຸຍການ ທຸ້ມ 30 ກວ່າລ້ານເອີໂຣ ຊື້ຢາຕ້ານໂຄວິດ-19 - Visit Laos Visit SALANA BOUTIQUE HOTEL - ປອກຕຸຍການ ທຸ້ມ 30 ກວ່າລ້ານເອີໂຣ ຊື້ຢາຕ້ານໂຄວິດ-19

ແຈ້ງການເບື້ອງຕົ້ນ ເຊິ່ງລົງນາມໂດຍທ່ານ ອັນໂຕນິໂອ ກອສຕາ ນາຍົກລັດຖະມົນຕີປອກຕຸຍການ ອະນຸມັດການຈັດຊື້ຢາຕ້ານໄວຣັສເຣມເດຊິເວຍ (Remdesivir) ລວມທັງການກຽມເງິນທຶນສຳລັບຈັດເກັບ ແລະ ຈັດຫາວັກຊີນປ້ອງກັນພະຍາດໂຄວິດ-19.

ລັດຖະບານປອກຕຸຍການລະບຸວ່າ: ການໃຊ້ຈ່າຍດັ່ງກ່າວມີຈຸດມຸ້ງໝາຍຢຸດພະຍາດລະບາດໃຫຍ່ ແລະ ມອບຕົວເລືອກໃນການປິ່ນປົວສຳລັບຜູ້ຕິດເຊື້ອພະຍາດໂຄວິດ-19 ເຊັ່ນ: ການປິ່ນປົວດ້ວຍໂມໂນໂຄລນອລແອນຕິບໍດີ (monoclonal antibody) ຢາຕ້ານພະຍາດໂຄວິດ-19 ຊະນິດຮັບປະທານ ແລະ ສານປັບປຸງພູມຕ້ານທານ.

ປອກຕຸຍການຈະສາມາດເຂົ້າເຖິງຢາເຫລົ່ານີ້ຜ່ານຂັ້ນຕອນຈັດຊື້ແບບລວມສູນພາຍໃຕ້ຂອບໂຄງການຍຸດທະສາດເພື່ອການປິ່ນປົວພະຍາດໂຄວິດ-19 ເຊິ່ງເບິ່ງແຍງໂດຍຄະນະກຳມາທິການເອີຣົບ.

ປອກຕຸຍການ ທຸ້ມ 30 ກວ່າລ້ານເອີໂຣ ຊື້ຢາຕ້ານໂຄວິດ-19 - 5 - ປອກຕຸຍການ ທຸ້ມ 30 ກວ່າລ້ານເອີໂຣ ຊື້ຢາຕ້ານໂຄວິດ-19
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!