ເປແອສເຊ ພ້ອມມອບສັນຍາ 150 ລ້ານປອນ ເພື່ອມັດໃຈ ເອັມບັບເປ

ເປແອສເຊ ຫນ້າມືດຕາມົວ ເມື່ອພ້ອມຈ່າຍຄ່າເຊັນສັນຍາໃຫ້ ຄີລຽນ ເອັມບັບເປ ດາວຍິງທີມຝຣັ່ງ ເຖິງ 150 ລ້ານປອນ ເພື່ອດຶງນັກເຕະໃຫ້ຢູ່ໃນທີມຕໍ່ໄປ.
ປາຣີສ ແຊັງ ແຊັກແມັງ ເສດຖີໃຫຍ່ແຫ່ງ ລີກ ເອິງ ຝຣັ່ງ ພ້ອມຈ່າຍບໍ່ອັ້ນເພື່ອດຶງ ຄີລຽນ ເອັມບັບເປ ດາວຍິງຕີນຈະຫລວດ ເອົາໄວ້ໃນຖິ່ນ ປາກ ເດ ແພຣັງ ຕໍ່ໄປ ຫລ້າສຸດກຽມສະເຫນີຄ່າເຊັນສັນຍາໃຫ້ເຖິງ 150 ລ້ານປອນ ຕາມການລາຍງານຈາກ ກີເຢມ ບາລາເກ ນັກວິເຄາະຊາວສະເປນ.
ເອັມບັບເປ ພວມຈະຫມົດສັນຍາກັບ ເປແອສເຊ ຫລັງຈົບລະດູການນີ້ ແລະ ມີຂ່າວວ່າ ບັນລຸຂໍ້ຕົກລົງໃນການຍ້າຍໄປຫລິ້ນໃຫ້ ຣິລ ມາດຣິດ ແບບບໍ່ມີຄ່າຕົວລ່ວງຫນ້າແລ້ວຫລາຍເດືອນ.
ແນວໃດກໍຕາມ ເປແອສເຊ ຍັງບໍ່ຫມົດຄວາມພະຍາຍາມ ແລະ ກຽມສະເຫນີຄ່າສັນຍາມະຫາສານເຖິງ 150 ລ້ານປອນ ພ້ອມຄ່າເມື່ອຍອີກປີລະ 21 ລ້ານປອນ ເພື່ອດຶງ ດາວຍິງອາຍຸ 23 ປີ ໃຫ້ຢູ່ກັບທີມຕໍ່ໄປອີກຢ່າງຫນ້ອຍ 2 ລະດູການ.
ເຖິງຢ່າງໃດກໍຕາມ ບາລາເກ ເຊື່ອວ່າ ເອັມບັບເປ ຍັງຄົງຕ້ອງການຍ້າຍໄປຫລິ້ນໃຫ້ ຣິລ ມາດຣິດ ຄືເກ່ົາ ແຕ່ຈາກຂໍ້ສະເຫນີສະບັບຫລ້າສຸດຂອງ ເປແອສເຊ ອາດເຮັດໃຫ້ ຣິລ ມາດຣິດ ຕ້ອງເພີ່ມຂໍ້ສະເຫນີຂອງຕົວເອງຂຶ້ນມາເຊັ່ນດຽວກັນ.