ພິທີມອບ-ຮັບຫນ້າທີ່ ຫົວໜ້າຄະນະຄຸ້ມຄອງ ເຂດເສດຖະກິດພິເສດ ແຂວງບໍ່ແກ້ວ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່
April 9, 2022 - 10:53 AM

ໃນວັນທີ 08 ເມສາ 2022, ທີ່ຫ້ອງປະຊຸມ ປກສ ເຂດ ເມືອງ ຕົ້ນເຜີ້ງ ແຂວງ ບໍ່ແກ້ວ ມີ ທ່ານ ເພັງສອນ ແກ້ວວິໄລ ກຳມະການປະຈຳພັກແຂວງ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານ ພັກ-ພະນັກງານ, ພ້ອມທັງບັນດາກຳມະການພັກແຂວງ ຫົວໜ້າ-ຮອງຫົວໜ້າພະແນກ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຄະນະຄຸ້ມຄອງເຂດເສດຖະເຂດພິເສດແຂວງບໍ່ແກ້ວ, ສະພາບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄຳ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ພະນັກງານ, ທະຫານ-ຕຳຫຼວດ.
ເຊີ່ງໃນພິທີດັ່ງກ່າວ ທ່ານ ສິນໄຊ ສິລິປັນຍາ ຮອງຫົວຫນ້າຄະນະຈັດຕັ້ງແຂວງ ໄດ້ຂື້ນຜ່ານ ມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການແຕ່ງຕັ້ງຄະນະຄຸ້ມຄອງຜູ້ໃໝ່ ເຫັນດີແຕ່ງຕັ້ງ ທ່ານ ບຸນທອງ ແສງສີກອງ ກຳມະການພັກແຂວງ, ຫົວຫນ້າຫ້ອງວ່າການແຂວງ ເປັນເລຂາໜ່ວຍພັກ, ຫົວຫນ້າຄະນະຄຸ້ມຄອງເຂດເສດຖະກິດ ແຂວງບໍ່ແກ້ວ ຜູ້ໃໝ່ ແລະ ເຫັນດີແຕ່ງຕັ້ງ ທ່ານ ຄຳສະແຫວງ ວິໄລພົງ ຮອງຫົວໜ້າຫ້ອງວ່າການ ແຂວງອຸດົມໄຊ ເປັນຮອງຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ.