ການປະມູນຈັດຊື້ໂຄງການສິດດໍາເນີນກິດຈະການສື່ໂຄສະນາ ໃນສະຖານີໂດຍສານທາງລົດໄຟລາວ-ຈີນ ຊ່ວງບໍ່ເຕ່ນ-ນະຄອນຫຼວງວຽງຈັນ ແລະ ລົດ EMU (ລະຫັດການປະມູນ: MWTLZS2022-01)

1. ເງື່ອນໄຂການການປະມູນຈັດຊື້
ການປະມູນຈັດຊື້ຄັ້ງນີ້ ແມ່ນໂຄງການສິດດໍາເນີນກິດຈະການສື່ໂຄສະນາ ໃນສະຖານີໂດຍສານທາງລົດໄຟລາວ-ຈີນ ຊ່ວງບໍ່ເຕ່ນ-ນະຄອນຫຼວງວຽງຈັນ ແລະ ລົດ EMU, ຜູ້ການປະມູນຈັດຊື້ແມ່ນບໍລິສັດທາງລົດໄຟລາວ-ຈີນ, ອົງກອນທີ່ເປັນຕົວແທນການປະມູນຈັດຊື້ແມ່ນ ບໍລິສັດ ວັດຖຸທາງລົດໄຟຈີນ ຮຸ້ນສ່ວນຈໍາກັດ. ໂຄງການດັ່ງກ່າວ ໄດ້ຮັບການອະນຸມັດໃຫ້ນໍາໃຊ້ການປະມູນຈັດຊື້ແບບເປີດກວ້າງ, ໂດຍອີງຕາມຫຼັກການເປີດກວ້າງ, ຍຸດຕິທໍາ, ທ່ຽງທໍາ, ສັດຊື່ເຊື່ອຖືໄດ້ ເພື່ອເປີດຮັບຜູ້ເຂົ້າຮ່ວມແຂ່ງຂັນການລົງທຶນໃນຄັ້ງນີ້. ຂໍໃຫ້ຜູ້ເຂົ້າຮ່ວມແຂ່ງຂັນປະມູນເອົາໃຈໃສ່ອ່ານປະກາດແຈ້ງການ ແລະ ເອກະສານກ່ຽວກັບການການປະມູນຈັດຊື້, ເພື່ອເປັນການກະກຽມຄວາມພ້ອມຕໍ່ກັບຂັ້ນຕອນຕ່າງໆທີ່ກ່ຽວຂ້ອງ.
2. ສະພາບລວມຂອງໂຄງການ ແລະ ຂອບເຂດການດຶງດູດການ ລົງທຶນ.
2.1. ຊື່ໂຄງການ: ໂຄງການສິດດໍາເນີນກິດຈະການສື່ໂຄສະນາ ໃນສະຖານີໂດຍສານທາງລົດໄຟລາວ-ຈີນ ຊ່ວງບໍ່ເຕ່ນ-ນະຄອນຫຼວງວຽງຈັນ ແລະ ລົດ EMU
2.2. ສະພາບລວມຂອງໂຄງການ: ເສັ້ນທາງລົດໄຟສ້າງໃໝ່ ຊ່ວງບໍ່ເຕ່ນ ຫາ ນະຄອນຫຼວງວຽງຈັນ ມີຈຸດເລີ່ມຕົ້ນທາງເໜືອທີ່ບໍ່ເຕ່ນດ່ານຊາຍແດນລາວ-ຈີນ, ລົງມາທາງໃຕ້ ຜ່ານພາກເໜືອຂອງລາວ ເຊັ່ນ ແຂວງຫຼວງນໍ້າທາ, ແຂວງອຸດົມໄຊ, ແຂວງຫຼວງພະບາງ, ແຂວງວຽງຈັນ ແລະ ຫຼັງຈາກນັ້ນກໍເຂົ້າສູ່ນະຄອນຫຼວງວຽງຈັນ ຂອງ ສປປ ລາວ,ເສັ້ນທາງມີຄວາມຍາວ 422,4 ກມ. ນໍາໃຊ້ມາດຕະຖານເຕັກນິກທາງລົດໄຟຈີນ, ວິສາຫະກິດຝ່າຍຈີນຮັບຜິດຊອບການວິສະວະກໍາກໍ່ສ້າງ.
2.3. ເນື້ອໃນການປະມູນຈັດຊື້: GG01 (ໂຄງການສິດດໍາເນີນກິດຈະການສື່ໂຄສະນາ ໃນສະຖານີໂດຍສານ) ໃນແພັກເກັດນີ້ມີ: ການໂຄສະນາໃນສະຖານີໂດຍສານທາງລົດໄຟລາວ-ຈີນ ເຊິ່ງລວມມີຈໍ LED ຈໍານວນ 21 ໜ່ວຍ ມີເນື້ອທີ່ລວມ 66,58 ຕາແມັດ; ເຄື່ອງ ຣີເຟຣດ (Refresh) ໜ້າຈໍຈໍານວນ 12 ໜ່ວຍ ມີເນື້ອທີ່ລວມ 28,80 ຕາແມັດ; ມີເດຍຕູ້ດອກໄຟ 219 ໜ່ວຍ ມີເນື້ອທີ່ລວມ 2873,88 ຕາແມັດ; ສື່ຜ່ານແຜ່ນບອດ 67 ໜ່ວຍ ມີເນື້ອທີ່ລວມ 383,46 ຕາແມັດ, ເນື້ອທີ່ສື່ໂຄສະນາໃນສະຖານີໂດຍສານມີທັງໝົດ 3352,72 ຕາແມັດ.
GG02 (ໂຄງການສິດດໍາເນີນກິດຈະການສື່ໂຄສະນາ ໃນລົດ EMU), ໃນແພັກເກັດນີ້ມີ: EMU ຂະບວນ ຟູ້ຊິງ 2 ຂະບວນ ທີ່ຈັດສັນປະກອບໃຫ້ບໍລິສັດທາງລົດໄຟລາວ-ຈີນ ທີ່ສາມາດນໍາໃຊ້ໄດ້, ລວມມີສື່ໂຄສະນາ 7 ປະເພດ ຄື: ໂພສເຕີຕິດຕົວລົດທາງນອກຂອງຂະບວນລົດໄຟ, ແຜ່ນໝອນຮອງ, ໂພສເຕີຕິດທາງຫຼັງຂອງໂຕະພັບນ້ອຍ, ຂອບແວ່ນ-ແຜ່ນວາງສະແດງ, ໂພສເຕິຕິດແກ້ວປະຕູລົດ, ໂພສເຕີສີຕິດບ່ອນເກັບກະເປົ໋າ ແລະ ການກະຈາຍສຽງໃນຂະບວນລົດໄຟ.
ຈໍານວນ ແລະ ເນື້ອທີ່ໂຄສະນາໃນແພັກເກັດຂ້າງເທິງ ແມ່ນຖືເອົາການມອບຊໍາລະຕົວຈິງຂອງການປະມູນຈັດຊື້ເປັນມາດຕະຖານ. ຜູ້ແຂ່ງຂັນປະມູນທີ່ມີເງື່ອນໄຂສອດຄ່ອງ ສາມາດເລືອກການແຂ່ງຂັນລົງທຶນແພັກເກັດດຽວ ແລະ ກໍສາມາດເລືອກແພັກເກັດຈໍານວນຫຼາຍໄດ້, ລາຍລະອຽດຈຸດຕໍາແໜ່ງ ເບິ່ງນໍາເອກະສານດຶງດູດການລົງທຶນ.
2.4. ໄລຍະເວລາດໍາເນີນກິດຈະການ: ມີໄລຍະເວລາຂອງສິດດໍາເນີນກິດຈະການຂອງແພັກເກັດເດຍໂຄສະນາແຕ່ລະແພັກເກັດ ແມ່ນ 36 ເດືອນ, ນອກນັ້ນ ໃຫ້ບໍລິສັດທີ່ໄດ້ຮັບການລົງທຶນ 1 ເດືອນ ເພື່ອເປັນໄລຍະກະກຽມລົງໂຄສະນາໂດຍບໍ່ຄິດໄລ່ຄ່າໃຊ້ຈ່າຍ, ໄລຍະກະກຽມລົງໂຄສະນາໂດຍບໍ່ຄິດໄລ່ຄ່າໃຊ້ຈ່າຍ ຈະບໍ່ຄິດໄລ່ເງິນ, ລວມໃນຂອບເຂດໄລຍະເວລາດໍາເນີນກິດຈະການ 36 ເດືອນ.
2.5. ວິທີການກວດກາຄຸນສົມບັດ: ຄຸນສົມບັດກວດກາຕາມພາບຫຼັງ.
2.6. ລາຄາຕໍ່າສຸດຂອງການດຶງດູດການລົງທຶນ: ລາຍລະອຽດເບິ່ງໃນເອກະສານດຶງດູດການລົງທຶນ.
3. ເງື່ອນໄຂຂອງຜູ້ແຂ່ງຂັນລົງທຶນ.
3.1. ຜູ້ແຂ່ງຂັນປະມູນຕ້ອງຜ່ານການຈົດທະບຽນສ້າງຕັ້ງຢ່າງຖືກຕ້ອງຕາມກົດມາຍ, ຕ້ອງມີຄຸນສົມບົດເປັນນິຕິບຸກຄົນເອກະລາດ, ສອດຄ່ອງກັບຂອບເຂດການດໍາເນີນທຸລະກິດຂອງໂຄງການປະມູນ, ເປັນອົງການຈັດຕັ້ງນິຕິບຸກຄົນ ທີ່ມີຄວາມສາມາດຮັບຜິດຊອບທາງແພ່ງໄດ້ຢ່າງເປັນເອກະລາດ, ໃບທະບຽນວິສາຫະກິດຂອງບໍລິສັດຕົວແທນໂຄສະນາ ຕ້ອງມີຂອບເຂດດໍາເນີນທຸລະກິດທີ່ເປັນຕົວແທນລົງໂຄສະນາ.
3.2. ເງິນຈົດທະບຽນຂອງຜູ້ແຂ່ງຂັນລົງທຶນບໍ່ຫຼຸດ 3.000.000 ຢວນ ຫຼື 480.000 ໂດລາ ສຫລ ຫຼື 6.000.000.000 ກີບ.
3.3. ຜູ້ຮ່ວມແຂ່ງຂັນປະມູນຕ້ອງມີໄລຍະເວລາດໍາເນີນທຸລະກິດຕໍ່ເນື່ອງບໍ່ຫຼຸດ 3 ປີ.
3.4. ຜູ້ແຂ່ງຂັນປະມູນແພັກເກັດ GG01 ຕ້ອງມີຜົນງານການດໍາເນີນທຸລະກິດໂຄສະນາດ້ວຍຈໍ LED, ເຄື່ອງ ຣີເຟຣດ (Refresh) ໜ້າຈໍ; ສື່ໂຄສະນາຜ່ານຕູ້ດອກໄຟ; ມີເດຍທີ່ເບິ່ງແຜ່ນບອດໄລຍະເວລາ 5 ປີຫຼ້າສຸດ, ຜູ້ແຂ່ງຂັນລົງທຶນແພັກເກັດ GG02 ຕ້ອງມີຕ້ອງມີຜົນງານການດໍາເນີນທຸລະກິດໂຄສະນາໃນລົດໄຟ ຫຼື ລົດໄຟໃຕ້ດິນ ຫຼື ສະໜາມບິນ ຫຼື ສະພານລອຍ, ສະໜອງຂໍ້ມູນຢັ້ງຢືນຜົນງານ, ລວມທັງແຈ້ງການບໍລິສັດທີ່ໄດ້ຮັບການລົງທຶນ ຫຼື ສັນຍາ.
3.5. ຜູ້ແຂ່ງຂັນປະມູນ ຫຼື ຜູ້ຖືຮຸ້ນ, ຜູ້ຄວບຄຸມຕົວຈິງ, ພະນັກງານຄຸ້ມຄອງຫຼັກຂອງຜູ້ແຂ່ງຂັນລົງທຶນ ຕ້ອງບໍ່ມີປະຫວັດຕ້ອງໂທດໃນໄລຍະ 3 ປີຫຼ້າສຸດ, ຜູ້ແຂ່ງຂັນຜູ້ແຂ່ງຂັນລົງທຶນແພັກເກັດ GG02
ປະມູນຕ້ອງບໍ່ຜ່ານການຖືກລົງໂທດທີ່ສັ່ງຢຸດການຜະລິດ ແລະ ຢຸດກິດຈະການໃນໄລຍະ 3 ປີຫຼ້າສຸດ.
3.6. ນິຕິບຸກຄົນ, ການຈັດຕັ້ງອື່ນໆ ຫຼື ບຸກຄົນ ທີ່ມີສາຍພົວພັນຜົນປະໂຫຍດໄດ້ເສຍນໍາກັນ ທີ່ອາດຈະສົ່ງຜົນກະທົບຕໍ່ຄວາມທ່ຽງທໍາຂອງການປະມູນ ແມ່ນບໍ່ສາມາດເຂົ້າຮ່ວມການປະມູນ. ຜູ້ຮັບຜິດຊອບຂອງຫົວໜ່ວຍເປັນຜູ້ດຽວກັນ ຫຼື ມີສາຍພົວພັນການຄວບຄຸມ, ຄຸ້ມຄອງຫົວໜ່ວຍທີ່ຕ່າງກັນ ແມ່ນບໍ່ສາມາດເຂົ້າແຂ່ງຂັນລົງທຶນແພັກເກັດດຽວກັນໄດ້. ຫາກລະເມີດ 2 ຂໍ້ກໍານົດຂ້າງເທິງນີ້ ການແຂ່ງຂັນລົງທຶນຖືວ່າບໍ່ຖືກຕ້ອງ.
3.7. ການປະມູນຄັ້ງນີ້ ບໍ່ຮັບການແຂ່ງຂັນລົງທຶນທີ່ເປັນການຮວມຕົວກັນເຂົ້າຮ່ວມ.
4. ການກໍານົດເງື່ອນໄຂນະໂຍບາຍພິເສດ.
4.1. ພາຍໃນໄລຍະເວລາ 30 ວັນ ຫຼັງຈາກໄດ້ຮັບແຈ້ງການປະມູນ, ບໍລິສັດທີ່ໄດ້ຮັບການປະມູນຕ້ອງໄປຮັບເອົາເອກະສານທີ່ຖືກຕ້ອງຕາມກົດໝາຍໃນການດໍາເນີນກິດຈະການໂຄສະນາຢູ່ໃນ ສປປ ລາວ, ຈໍ້າກາໃສ່ເອກະສານກ໊ອບປີ້້ຕ່າງໆ ແລ້ວສົ່ງໃຫ້ຜູ້ດຳເນີນການປະມູນ, ຖ້າບໍ່ດັ່ງນັ້ນຈະຍົກເລີກຖານະທີ່ໄດ້ຮັບການລົງທຶນ.
4.2. ພາຍໃນໄລຍະເວລາ 30 ວັນ ຫຼັງຈາກທີ່ໄດ້ສົ່ງແຈ້ງການໄດ້ຮັບການລົງທຶນອອກໄປ, ບໍລິສັດທີ່ໄດ້ຮັບການປະມູນຕ້ອງ ມອບເງິນຄໍ້າປະກັນປະຕິບັດສັນຍາຈໍານວນ 5% ຂອງມູນຄ່າລວມທີ່ໄດ້ຮັບການປະມູນທັງໝົດ ໃຫ້ແກ່ຜູ້ດຳເນີນການປະມູນ ພ້ອມທັງເຊັນສັນນຍາດໍາເນີນທຸລະກິດ; ຫາກສາເຫດທີ່ເກີດຂຶ້ນບໍ່ແມ່ນຍ້ອນຜູ້ດຶງດູດການລົງທຶນ ເຊິ່ງເຮັດໃຫ້ບໍ່ໄດ້ເຊັນສັນຍາກ່ຽວຂ້ອງ ຕາມຄວາມຮຽກຮ້ອງຕ້ອງການຂອງເອກະສານດຶງດູດການລົງທຶນ ແມ່ນຈະຖືກຍົກເລີກຖານະທີ່ໄດ້ຮັບການລົງທຶນ, ພ້ອມຈັດເຂົ້າເປັນບັນຊີດໍາຂອງການດຶງດູດການລົງທຶນ.
4.3. ພາຍຫຼັງບໍລິສັດທີ່ໄດ້ຮັບການປະມູນມອບເງິນຄໍ້າປະກັນປະຕິບັດສັນຍາ ໃຫ້ຜູ້ປະມູນແລ້ວ ຈິ່ງສາມາດດໍາເນີນຂັ້ນຕອນການມອບຮັບການໂຄສະນານໍາຜູ້ປະມູນ. ພາຍຫຼັງທີ່ເຊັນສັນຍາເປັນທາງການແລ້ວ ຈ່າຍເງິນຄ່າດໍາເນີນກິດຈະການລ່ວງໜ້າ 3 ເດືອນບາດດຽວ (ປີທີໜຶ່ງ ມູນຄ່າທີ່ໄດ້ຮັບການລົງທຶນ/12), ບໍລິສັດທີ່ໄດ້ຮັບການລົງທຶນ ຕ້ອງຈ່າຍເງິນຕາມໄລຍະເວລາຈ່າຍເງິນລ່ວງໜ້າໂດຍບໍ່ຕ້ອງວ່າມີເງື່ອນໄຂໃດໆ, ຫາກມີຂໍ້ຂັດແຍ່ງ ຕ້ອງໄດ້ຈ່າຍເງິນກ່ອນ ຈິ່ງປຶກສາຫາລື, ໄລຍະເວລາຈ່າຍເງິນລ່ວງໜ້າ ແມ່ນ 3 ເດືອນ.
4.4. ໂຄງການປະມູນຄັ້ງນີ້ມີຂອບເຂດໄລຍະເວລາດໍາເນີນທຸລະກິດ 3 ປີ, ໃນໄລຍະດັ່ງກ່າວ ຄ່າດໍາເນີນກິດຈະການໂຄສະນາແຕ່ລະປີ ຈະເພີ່ມຂຶ້ນຈາກປີຜ່ານມາ 10%. ຄ່າດໍາເນີນກິດຈະການໂຄສະນາແມ່ນຖືເອົາມູນຄ່າທີ່ໄດ້ຮັບການລົງທຶນລາຍເດືອນ ເປັນຈໍານວນຈິງ (ມູນຄ່າທີ່ໄດ້ຮັບການລົງທຶນປະຈໍາເດືອນ ແມ່ນມູນຄ່າບໍລິສັດທີ່ໄດ້ຮັບການລົງທຶນປີດໍາເນີນກິດຈະການ/12 ທີ່ກົງກັນ), ຄິດໄລ່ຕາມຈໍານວນມີເດຍໂຄສະນາທີ່ຜູ້ດຶງດູດການລົງທຶນສົ່ງມອບຕົວຈິງ.
4.5. ການຈັດຊື້ອຸປະກອນໂຄສະນາ, ການຈັດຊີ້ບໍລິການຕໍ່ໄຟ, ການຕິດຕັ້ງ, ການບໍາລຸງຮັກສາ ແລະ ຄ່າໃຊ້ຈ່າຍໃນການດໍາເນີນກິດຈະການຫຼັງຈາກທີ່ໄດ້ຮັບການລົງທຶນ ລ້ວນແຕ່ແມ່ນບໍລິສັດທີ່ໄດ້ຮັບການປະມູນຮັບຜິດຊອບໝົດ, ເມື່ອສັນຍາໄດ້ຮັບການຈັດຕັ້ງປະຕິບັດຄົບຖ້ວນແລ້ວ, ບໍລິສັດທີ່ໄດ້ຮັບການລົງທຶນຕ້ອງມອບສື່ໂຄສະນາຄົບຊຸດໃຫ້ຜູ້ປະມູນ, ກໍາມະສິດ ແລະ ສິດດໍາເນີນກິດຈະການໂຄສະນາ ເປັນຂອງຜູ້ດຳເນີນການປະມູນ.
4.6. ການຈ່າຍຄ່າໄຟຟ້າທີ່ເກີດຂຶ້ນໃນໄລຍະເຄື່ອນໄຫວດໍາເນີນກິດຈະການ ແມ່ນບໍລິສັດທີ່ໄດ້ຮັບການລົງທຶນຮັບຜິດຊອບ, ຄ່າໃຊ້ຈ່າຍໃນການກວດກາບໍາລຸງຮັກສາອຸປະກອນມີເດຍປະຈໍາວັນ ໃນຂອບເຂດໄລຍະດໍາເນີນກິດຈະການ ແມ່ນບໍລິສັດທີ່ໄດ້ຮັບການລົງທຶນຮັບຜິດຊອບ.
4.7. ຂອບເຂດ ແລະ ຮູບແບບທຸລະກິດທີ່ກໍານົດໃນການປະມູນຄັ້ງນີ້ ບໍ່ໄດ້ຈໍາກັດການວາງແຜນ ແລະ ການຈັດຕັ້ງປະຕິບັດຮູບແບບທຸລະກິດທີ່ຄືກັນ ຫຼື ຄ້າຍຄືກັນ ທີ່ບໍລິສັດທາງລົດໄຟລາວ-ຈີນເພີ່ມໃໝ່ ຍ້ອນຄວາມຕ້ອງການໃນການພັດທະນາຂອງບໍລິສັດທາງລົດໄຟລາວ-ຈີນ.
4.8. ພາຍຫຼັງທີ່ເຊັນສັນຍາແລ້ວ, ມີການຍຸດຕິສັນຍາຍ້ອນສາເຫດຂອງບໍລິສັດທີ່ໄດ້ຮັບການລົງທຶນນັ້ນ ບໍລິສັດທີ່ໄດ້ຮັບການລົງທຶນຕ້ອງສະເໜີຂໍຢຸດຕິສັນຍາຕໍ່ຜູ້ປະມູນ ກ່ອນລ່ວງໜ້າບໍ່ຫຼຸດ 30 ວັນ; ຜູ້ດຶປະມູນ ອີງຕາມການສະເໜີຂອງບໍລິສັດທີ່ໄດ້ຮັບການປະມູນ ເພື່ອກໍານົດແຜນການຢຸດຕິ ແລະ ພິຈາລະນາຄົ້ນຄວ້າແລ້ວ ແຈ້ງການໃຫ້ບໍລິສັດທີ່ໄດ້ຮັບການລົງທຶນຈ່າຍຄ່າດໍາເນີນກິດຈະການໂຄງການນີ້ ເປັນໄລຍະ 3 ເດືອນ (ຄິດໄລ່ຕາມມູນຄ່າທີ່ໄດ້ຮັບການລົງທຶນປີທີສາມ/4) ເພື່ອເປັນເງິນປັບໃໝການລະເມີດສັນຍາ; ເມື່ອບໍລິສັດທີ່ໄດ້ຮັບການລົງທຶນຈ່າຍເງິນປັບໃໝຄົບແລ້ວ ກໍຢຸດຕິສັນຍາ.
4.9. ໃນໄລຍະດໍາເນີນກິດຈະການນີ້ ການອອກແບບ, ການຜະລິດ ແລະ ການໂຄສະນາ ແລະ ການປ່ຽນສິ່ງໂຄສະນາຕ່າງໆ ແມ່ນບໍລິສັດທີ່ໄດ້ຮັບການລົງທຶນເປັນຜູ້ຮັບຜິດຊອບ ພ້ອມທັງຮັບຜິດຊອບຄ່າໃຊ້ຈ່າຍທີ່ເກີດຂຶ້ນນໍາ. ຄຸນະພາບຂອງຮູບພາບສື່ໂຄສະນາຕ້ອງປະຕິບັດຕາມຄວາມຮຽກຮ້ອງຕ້ອງການຂອງກຸ່ມບໍລິສັດລັດວິສາຫະກິດລົດໄຟແຫ່ງຊາດຈີນ ແລະ ຜູ້ປະມູນ. ຫາກວ່າຜູ້ປະມູນຕ້ອງການສ້າງສື່ໂຄສະນາ, ການປ່ຽນສິ່ງໂຄສະນາ ແລະ ການບໍາລຸງຮັກສາຮູບພາບສື່ໂຄສະນາ ໃຫ້ເປັນເອກະພາບກັນ ບໍລິສັດທີ່ໄດ້ຮັບການລົງທຶນຕ້ອງໃຫ້ການຮ່ວມມືຢ່າງບໍ່ມີເງື່ອນໄຂ ແລະ ບໍ່ສາມາດສະເໜີແນວຄິດແຕກຕ່າງໄດ້. ໃນໄລຍະປະຕິບັດສັນຍາ ຫາກມີການປັບປຸງສື່ໂຄສະນາຍ້ອນສາເຫດຄວາມປອດໄພ, ແມ່ນບໍລິສັດທີ່ໄດ້ຮັບການລົງທຶນຮັບຜິດຊອບ ພ້ອມທັງຮັບຜິດຊອບຄ່າໃຊ້ຈ່າຍທີ່ເກີດຂຶ້ນ. ພາຍຫຼັງສັນຍາຄົບກໍານົດເວລາແລ້ວ ບໍລິສັດທີ່ໄດ້ຮັບການລົງທຶນຕ້ອງປົດສິ່ງໂຄສະນາທາງດ້ານທຸລະກິດລົງດ້ວຍຕົນເອງ.
4.10. ກ່ອນການປະມູນ, ຜູ້ແຂ່ງຂັນລົງທຶນຕ້ອງໄປສໍາຫຼວດສື່ໂຄສະນາໃນສະໜາມຕົວຈິງ ດ້ວຍຕົນເອງ, ໃນເວລາທີ່ເຂົ້າຮ່ວມແຂ່ງຂັນປະມູນ ຕ້ອງຍອມຮັບສະພາບສື່ໂຄສະນາໃນປະຈຸບັນ, ພາຍຫຼັງທີ່ໄດ້ຮັບການປະມູນແລ້ວ ບໍ່ສາມາດສະເໜີຄັດຄ້ານໃດໆ.
4.11. ໃນໄລຍະປະຕິບັດສັນຍາ, ສື່ໂຄສະນາຕ່າງໆ ທີ່ພາກສ່ວນກ່ຽວຂ້ອງຂອງອົງການປົກຄອງແຕ່ລະຂັ້ນ ແລະ ບໍລິສັດທາງລົດໄຟລາວ-ຈີນ ຂໍໃຊ້ ຫຼື ເນື້ອໃນທີ່ຫ້າມໂຄສະນານັ້ນ ບໍລິສັດທີ່ໄດ້ຮັບການລົງທຶນຕ້ອງຍິນຍອມ ແລະ ເອົາໃຈໃສ່ໃຫ້ການຮ່ວມມື. ສອງຝ່າຍ ສາມາດຄິດໄລ່ຊໍາລະຄ່າດໍາເນີນກິດຈະການທີ່ຂໍນໍາໃຊ້ມີເດຍຕົວຈິງ ຕາມທີ່ກໍານົດໃນສັນຍາ, ຄວາມເສຍຫາຍເກີດຈາກເນື້ອໃນທີ່ຫ້າມໂຄສະນາ ແມ່ນບໍລິສັດທີ່ໄດ້ຮັບການລົງທຶນຮັບຜິດຊອບເອງ, ຜູ້ປະມູນບໍ່ມີສ່ວນຮັບຜິດຊອບການລະເມີດສັນຍາໃດໆ, ບໍລິສັດທີ່ໄດ້ຮັບການລົງທຶນບໍ່ສາມາດສະເໜີທົດແທນ ແລະ ຊົດໄຊ້ດ້ວຍຮູບແບບອື່ນໃດໆທັງສິ້ນ.
4.12. ຜູ້ແຂ່ງຂັນປະມູນຕ້ອງມີການພິຈາລະນາຖີ່ຖ້ວນເຖິງສະພາບປົກກະຕິໃນໄລຍະປ້ອງກັນ ແລະ ຄວບຄຸມພະຍາດລະບາດ ແລະ ການປັບແຜນເຄື່ອນໄຫວຂະບວນລົດຕາມລະດູການ ທີ່ມີຜົນສະທ້ອນເຖິງການດໍາເນີນກິດຈະການ.
5. ການຮັບເອກະສານການປະມູນ-ວິສາຫະກິດຈີນ (ໝາຍເຖິງວິສາຫະກິດທີ່ຈົດທະບຽນຢູ່ ຈີນ, ຕໍ່ໄປກໍເອີ້ນຄືກັນ)
ສໍາລັບວິສາຫະກກິດທັງໝົດທີ່ມີເຈດຈໍານົງເຂົ້າຮ່ວມແຂ່ງຂັນປະມູນ ຂໍໃຫ້ນໍາເອົາສໍາເນົາທະບຽນວິສາຫະກິດສະບັບກ໊ອບປີ້ (ຈໍ້າກາບໍລິສັດ), ບັດປະຈໍາຕົວຜູ້ຊື້ສະບັບກ໊ອບປີ້ (ຈໍ້າກາບໍລິສັດ), ຕາຕະລາງຈົດທະບຽນຂາຍເອກະສານປະມູນ (ສະບັບຈໍ້າກາແລ້ວສະແກັນ, ສະບັບຟາຍອີເລັກໂທຣນິກທີ່ສາມາດປັບໄດ້, ແບບພິມ (ຟໍແມັດ) ເບິ່ງນໍາເອກະສານຊ້ອນທ້າຍ), ໃບຢັ້ງຢືນການໂອນເງິນທະນາຄານຂອງເງິນຄ່າຊອງປະມູນ ແລະ ແຄັບຮູບລົງທະບຽນອອນລາຍໃນເວທີດຶງດູດການລົງທຶນຂອງລັດວິສາຫະກິດລົດໄຟແຫ່ງຊາດຈີນ (ວິທີການຮັບເອົາເບິ່ງໝາຍເຫດຂ້າງລຸ່ມ) ທັງໝົດໂຮມເຂົ້າໃນຊິບ (ZIP) ດຽວກັນແລ້ວສົ່ງເຂົ້າອີເມວ: mwtlwz@126.com ໃນລະຫວ່າງວັນທີ 2 ເມສາ 2022 ເວລາ 9 ໂມງ 30 ນາທີ ຫາ ວັນທີ 13 ເມສາ 2022 ເວລາ 17 ໂມງ 30 ນາທີ (ເວລາປັກກິ່ງ), ຜູ້ດຶງດູດການລົງທຶນ ອີງຕາມທີ່ຢູ່ອີເມວທີ່ໃນຕາຕະລາງຈົດທະບຽນຂາຍເອກະສານດຶງດູດການລົງທຶນ ເພື່ອສົ່ງເອກະສານການປະມູນ (ສະບັບຟາຍອີເລັກໂທຣນິກ) ໃຫ້, ເອກະສານການປະມູນຄັ້ງນີ້ບໍ່ໃຊ້ວິທີການຈໍາໜ່າຍແບບກໍານົດສະຖານທີ່ ແລະ ຊື້ທາງໄປສະນີ.
ໝາຍເຫດ: ແຄັບຮູບລົງທະບຽນອອນລາຍໃນເວບໄຊການປະມູນຂອງລັດວິສາຫະກິດລົດໄຟແຫ່ງຊາດຈີນ: ໂດຍອີງຕາມຄວາມຮຽກຮ້ອງຕ້ອງການຂອງ “ແຈ້ງການຂອງພະແນກດໍາເນີນການ ແລະ ພັດທະນາ ລັດວິສາຫະກິດລົດໄຟແຫ່ງຊາດຈີນ ກ່ຽວກັບການທົດລອງເວທີດຶງດູດການລົງທຶນອອນລາຍ ” (ເລກທີ [2020]26 ໜັງສື ເນີນການ ແລະ ພັດທະນາອຸດສາຫະກໍາ), ຜູ້ແຂ່ງຂັນລົງທຶນທັງໝົດຕ້ອງຈົດທະບຽນລົງລາຍຊື່ໃນເວັບໄຊ໌ການປະມູນຂອງລັດວິສາຫະກິດລົດໄຟແຫ່ງຊາດຈີນ, ວິສາຫະກິດຈີນຕ້ອງດໍາເນີນການລົງທະບຽນຜ່ານ “ເວັບໄຊ໌ການປະມູນຂອງລັດວິສາຫະກິດລົດໄຟແຫ່ງຊາດຈີນ”(https://zs.95306.cn) ຕາມເວລາທີ່ປະກາດຂາຍເອກະສານ, ເພື່ອລົງລາຍຊື່ອອນລາຍຕໍ່ແພັກເກັດທີ່ຕ້ອງການ, ພາຍຫຼັງທີ່ລົງທະບຽນສໍາເລັແລ້ວແຄັບຈໍເອົາໄວ້. ວິສາຫະກິດທີ່ບໍ່ຜ່ານການລົງທະບຽນອອນລາຍໃນ ເວທີດຶງດູດການລົງທຶນຂອງລັດວິສາຫະກິດລົດໄຟແຫ່ງຊາດຈີນ ຈະບໍ່ອະນຸຍາດເຂົ້າກອງປະຊຸມເຊິ່ງໜ້າເພື່ອພິຈາລະນາການແຂ່ງຂັນລົງທຶນ.
ລາຄາຂາຍເອກະດຶງດູດການປະມູນ: ແຕ່ລະແພັກເກັດ 1000 ຢວນ, ຂາຍແລ້ວບໍ່ຮັບຄືນ.
ຮູບການຮັບເງິນຄ່າເອກະສານການປະມູນ: ຜ່ານຮູບແບບການໂອນເງິນ. ຜູ້ແຂ່ງຂັນການປະມູນຕ້ອງຮັບປະກັນວ່າ ກ່ອນທີ່ຈະຮັບເອກະສານການປະມູນ ແມ່ນໄດ້ໂອນເງິນຄ່າຊອງປະມູນເຂົ້າບັນຊີທີ່ກໍານົດ, ໃນເວລາໂອນເງິນ ຕ້ອງລະບຸແຈ້ງລະຫັດການປະມູນ ແລະ ລະຫັດແພັກເກັດ, ບໍ່ຮັບເງິນສົດ, ບໍ່ຮັບການໂອນສ່ວນຕົວ ແລະ ຮູບການຈ່າຍເງິນອື່ນໆ.
ຂໍ້ມູນການໂອນເງິນຄ່າຊອງປະມູນ:
ຊື່ບັນຊີທະນາຄານ: ບໍລິສັດ ວັດຖຸທາງລົດໄຟຈີນ ຮຸ້ນສ່ວນຈໍາກັດ
ທະນາຄານ: CHINA ZHESHANG BANK Co.,Ltd ສາຂາປັກກິ່ງວ້ານຈວງ
ເລກບັນຊີ: 1000001110120100006226
5. ການຮັບເອກະສານດຶງດູດການລົງທຶນ-ວິສາຫະກິດລາວ ແລະ ວິສາຫະກິດປະເທດອື່ນໆ (ໝາຍເຖິງວິສາຫະກິດທີ່ຈົດທະບຽນຢູ່ ລາວ ແລະ ປະເທດອື່ນໆ, ບໍ່ກວມເອົາວິສາຫະກິດຈີນ)
ວິສາຫະກິດທີ່ຈົດທະບຽນຢູ່ ລາວ ແລະ ປະເທດອື່ນໆ ສາມາດລົງທະບຽນໄດ້ທາງອອນລາຍ ແລະ ເຊິ່ງໜ້າ, ດັ່ງນີ້:
ຮູບການທີ 1 (ລົງທະບຽນອອນລາຍ, ໂອນເງິນຄ່າຊອງປະມູນ): ສໍາລັບວິສາຫະກກິດທັງໝົດທີ່ມີເຈດຈໍານົງເຂົ້າຮ່ວມແຂ່ງຂັນລົງທຶນ ຂໍໃຫ້ນໍາເອົາສໍາເນົາທະບຽນວິສາຫະກິດສະບັບກ໊ອບປີ້ (ຈໍ້າກາບໍລິສັດ, ພ້ອມທັງສະບັບຟາຍ Word ສະບັບແປເປັນພາສາຈີນ), ບັດປະຈໍາຕົວຜູ້ຊື້ສະບັບກ໊ອບປີ້ (ຈໍ້າກາບໍລິສັດ), ຕາຕະລາງຈົດທະບຽນຂາຍເອກະສານດຶງດູດການລົງທຶນ (ສະບັບຈໍ້າກາແລ້ວສະແກັນ, ສະບັບຟາຍອີເລັກໂທຣນິກທີ່ສາມາດປັບໄດ້, ແບບພິມ (ຟໍແມັດ) ເບິ່ງນໍາເອກະສານຊ້ອນທ້າຍ), ໃບຢັ້ງຢືນການໂອນເງິນທະນາຄານຂອງເງິນຄ່າຊອງປະມູນ ແລະ ແຄັບຮູບລົງທະບຽນອອນລາຍໃນເວທີດຶງດູດການລົງທຶນຂອງລັດວິສາຫະກິດລົດໄຟແຫ່ງຊາດຈີນ (ວິທີການຮັບເອົາເບິ່ງໝາຍເຫດຂ້າງລຸ່ມ) ທັງໝົດໂຮມເຂົ້າໃນຊິບ (ZIP) ດຽວກັນແລ້ວສົ່ງເຂົ້າອີເມວ: mwtlwz@126.com ໃນລະຫວ່າງວັນທີ 2 ເມສາ 2022 ເວລາ 8 ໂມງ 30 ນາທີ ຫາ ວັນທີ 13 ເມສາ 2022 ເວລາ 16 ໂມງ 30 ນາທີ (ເວລາລາວ), ຜູ້ດຳເນີນການປະມູນອີງຕາມທີ່ຢູ່ອີເມວທີ່ໃນຕາຕະລາງຈົດທະບຽນຂາຍເອກະສານການປະມູນເພື່ອສົ່ງເອກະສານການປະມູນ (ສະບັບຟາຍອີເລັກໂທຣນິກ) ໃຫ້, ເອກະສານການປະມູນຄັ້ງນີ້ບໍ່ໃຊ້ວິທີການຈໍາໜ່າຍແບບກໍານົດສະຖານທີ່ ແລະ ຊື້ທາງໄປສະນີ.
ລາຄາຂາຍເອກະການປະມູນ: ແຕ່ລະແພັກເກັດ 1000 ຢວນ ຫຼື 2.000.000 ກີບ, ຂາຍແລ້ວບໍ່ຮັບຄືນ.
ຮູບການຮັບເງິນຄ່າເອກະສານການປະມູນ: ຮູບການໂອນເງິນ. ຜູ້ແຂ່ງຂັນລົງທຶນຕ້ອງຮັບປະກັນວ່າ ກ່ອນທີ່ຈະຮັບເອກະສານການປະມູນ ແມ່ນໄດ້ໂອນເງິນຄ່າຊອງປະມູນເຂົ້າບັນຊີທີ່ກໍານົດ, ໃນເວລາໂອນເງິນ ຕ້ອງລະບຸແຈ້ງລະຫັດການປະມູນ ແລະ ລະຫັດແພັກເກັດ, ບໍ່ຮັບເງິນສົດ, ບໍ່ຮັບການໂອນສ່ວນຕົວ ແລະ ຮູບການຈ່າຍເງິນອື່ນໆ.
ຂໍ້ມູນການໂອນເງິນຄ່າຊອງປະມູນ:
ຊື່ບັນຊີທະນາຄານ: ບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ
ທະນາຄານ: ທະນາຄານຈີນ ສາຂານະຄອນຫຼວງວຽງຈັນ
ເລກບັນຊີ: 100002400013327 LAK/100002400013338 CNY
ຮູບການທີ 2 (ລົງທະບຽນແບບເຊິ່ງໜ້າ, ຈ່າຍເງິນຄ່າຊອງປະມູນກັບທີ່): ສໍາລັບວິສາຫະກກິດທັງ ໝົດທີ່ມີເຈດຈໍານົງເຂົ້າຮ່ວມແຂ່ງຂັນລົງທຶນ ຂໍໃຫ້ນໍາເອົາສໍາເນົາທະບຽນວິສາຫະກິດສະບັບກ໊ອບປີ້ (ຈໍ້າກາບໍລິສັດ, ພ້ອມທັງສະບັບຟາຍ Word ສະບັບແປເປັນພາສາຈີນ), ບັດປະຈໍາຕົວຜູ້ຊື້ສະບັບກ໊ອບປີ້ (ຈໍ້າກາບໍລິສັດ), ຕາຕະລາງຈົດທະບຽນຂາຍເອກະສານດຶງດູດການລົງທຶນ (ສະບັບຈໍ້າກາແລ້ວສະແກັນ, ສະບັບຟາຍອີເລັກໂທຣນິກທີ່ສາມາດປັບໄດ້, ແບບພິມ (ຟໍແມັດ) ເບິ່ງນໍາເອກະສານຊ້ອນທ້າຍ), ໃບຢັ້ງຢືນການໂອນເງິນທະນາຄານຂອງເງິນຄ່າຊອງປະມູນ ແລະ ແຄັບຮູບລົງທະບຽນອອນລາຍໃນເວທີດຶງດູດການລົງທຶນຂອງລັດວິສາຫະກິດລົດໄຟແຫ່ງຊາດຈີນ (ວິທີການຮັບເອົາເບິ່ງໝາຍເຫດຂ້າງລຸ່ມ) ທັງໝົດໂຮມເຂົ້າໃນຊິບ (ZIP) ດຽວກັນແລ້ວສົ່ງເຂົ້າອີເມວ: mwtlwz@126.com ໃນລະຫວ່າງວັນທີ 2 ເມສາ 2022 ເວລາ 8 ໂມງ 30 ນາທີ ຫາ ວັນທີ 13 ເມສາ 2022 ເວລາ 16 ໂມງ 30 ນາທີ (ເວລາລາວ), ພ້ອມທັງຖືເອົາເອກະສານສະບັບເປັນເຈ້ຍຂ້າງເທິງ ເພື່ອມາຊໍາລະ ແລະ ລົງທະບຽນເຊິ່ງໜ້າ ທີ່ບໍລິສັດທາງລົດໄຟລາວ-ຈີນ ຊັ້ນ 2 ທີ່ຕັ້ງຢູ່ສໍານັກງານໃຫຍ່ເຂດພັດທະນາກວມລວມໄຊເຊດຖາ ນະຄອນຫຼວງວຽງຈັນ ສປປ ລາວ, ຜູ້ດຶງດູດການລົງທຶນ ອີງຕາມທີ່ຢູ່ອີເມວທີ່ໃນຕາຕະລາງຈົດທະບຽນຂາຍເອກະສານການປະມູນ ເພື່ອສົ່ງເອກະສານການປະມູນ (ສະບັບອີເລັກໂທຣນິກ) ໃຫ້, ເອກະສານການປະມູນຄັ້ງນີ້ບໍ່ໃຊ້ວິທີການຈໍາໜ່າຍແບບກໍານົດສະຖານທີ່ ແລະ ຊື້ທາງໄປສະນີ.
ລາຄາຂາຍເອກະສານການປະມູນ: ແຕ່ລະແພັກເກັດ 1000 ຢວນ ຫຼື 2.000.000 ກີບ, ຂາຍແລ້ວບໍ່ຮັບຄືນ.
ຮູບການຮັບເງິນຄ່າເອກະສານການປະມູນ: ເງິນສົດ.
ເວລາລົງທະບຽນ: ໃນລະຫວ່າງວັນທີ 2 ເມສາ 2022 ຫາ ວັນທີ 13 ເມສາ 2022, ແຕ່ລະວັນ ເວລາ 8 ໂມງ 30 ນາທີ ຫາ 16 ໂມງ 30 ນາທີ (ເວລານະຄອນຫຼວງວຽງຈັນ ສປປ ລາວ).
ສະຖານທີ່ລົງທະບຽນ: ບໍລິສັດທາງລົດໄຟລາວ-ຈີນ ຊັ້ນ 2 ທີ່ຕັ້ງຢູ່ສໍານັກງານໃຫຍ່ເຂດພັດທະນາກວມລວມໄຊເຊດຖາ ນະຄອນຫຼວງວຽງຈັນ ສປປ ລາວ
ຂໍ້ມູນທີ່ຖືມາພ້ອມເວລາມາລົງທະບຽນ: ສໍາເນົາທະບຽນວິສາຫະກິດສະບັບກ໊ອບປີ້ (ຈໍ້າກາບໍລິສັດ), ບັດປະຈໍາຕົວຜູ້ຊື້, ຕາຕະລາງຈົດທະບຽນຂາຍເອກະສານດຶງດູດການລົງທຶນ, ເງິນສົດ 1000 ຢວນ ຫຼື 2.000.000 ກີບ.
ຕິດຕໍ່ຜູ້ຂາຍ: ທ່ານ ເຢ້, ໂທລະສັບ: 020-55530677
ເນື່ອງຈາກຜົນກະທົບຂອງພະຍາດລະບາດ, ແນະນໍາໃຫ້ຜູ້ແຂ່ງຂັນລົງທຶນໃຫ້ບູລິມະສິດເລືອກຮູບການທີ 1 ທີ່ຊື້ເອກະສານການປະມູນໃນຮູບແບບໂອນເງິນຄ່າຊອງປະມູນ.
6. ການຍື່ນເອກະສານແຂ່ງຂັນການປະມູນ
6.1. ເວລາຍື່ນເອກະສານແຂ່ງຂັນການປະມູນ ແມ່ນ ວັນທີ 22 ເມສາ 2022 ເວລາ 8 ໂມງ 30 ນາທີ ຫາ ເວລາ 9 ໂມງ 30 ນາທີ (ເວລາປັກກິ່ງ). ເວລາສິ້ນສຸດການຍື່ນເອກະສານແຂ່ງຂັນການປະມູນ (ເວລາສິ້ນສຸດການແຂ່ງຂັນການປະມູນ, ຕໍ່ໄປກໍເອີ້ນຄືກັນ) ແມ່ນ ວັນທີ 22 ເມສາ 2022 ເວລາ 9 ໂມງ 30 ນາທີ (ເວລາປັກກິ່ງ), ສະຖານທີ່ຍື່ນເອກະສານແຂ່ງຂັນການລົງທຶນຂອງວິສາຫະກິດຈີນ ແມ່ນ ອາຄານເລກທີ 6 ອາຄານຈົງຖູ ຊັ້ນ 2 ເຟິງວົວ ເຂດຫາຍຕ້ຽນ ນະຄອນປັກກິ່ງ. ສະຖານທີ່ຍື່ນເອກະສານແຂ່ງຂັນການລົງທຶນຂອງວິສາຫະກິດລາວ ແລະ ປະເທດອື່ນໆ ແມ່ນ ຫ້ອງປະຊຸມ ບໍລິສັດທາງລົດໄຟລາວ-ຈີນ ທີ່ຕັ້ງຢູ່ສໍານັກງານໃຫຍ່ເຂດພັດທະນາກວມລວມໄຊເຊດຖາ ນະຄອນຫຼວງວຽງຈັນ ສປປ ລາວ
6.2. ເອກະສານແຂ່ງຂັນການປະມູນທີ່ສົ່ງມາເກີນກໍານົດເວລາ ຫຼື ສົ່ງມາບໍ່ຮອດສະຖານທີ່ກໍານົດ ຫຼື ບໍ່ມີການປິດຊອງເອກະສານຕາມຄວາມຮຽກຮ້ອງຕ້ອງການຂອງເອກະສານການປະມູນ, ຜູ້ດຳເນີນການປະມູນຈະບໍ່ພິຈາລະນາ.
7.ການແຈ້ງການປະມູນ
ການປະກາດເປີດຮັບການປະມູນຄັ້ງນີ້ໄດ້ປະກາດລົງໜັງສືພິມ Vientiane Time, ເວທີເວັບໄຊ໌ການຈັດຊື້ຂອງລັດວິສາຫະກິດລົດໄຟແຫ່ງຊາດຈີນ (https://cg.95306.cn), ເວັບໄຊ໌ປະມູນວັດຖຸທາງລົດໄຟອີເລັກໂທຣນິກຂອງຈີນ (https://www.bidding-crmsc.com.cn), ເວັບໄຊ໌ການບໍລິການປະມູນສາທາລະນະຈີນ (www.cebpubservice.com/). ບໍລິສັດພວກເຮົາຈະບໍ່ຮັບຜິດຊອບຕໍ່ເນື້ອໃນທີ່ຜ່ານການແຈ້ງກ່ຽວກັບການປະມູນຜ່ານເວັບໄຊ໌ ແລະ ສື່ອື່ນໆ.
8. ຕິດຕໍ່ພົວພັນ
ຜູ້ປະມູນ: ບໍລິສັດທາງລົດໄຟລາວ-ຈີນ
ທີ່ຢູ່: ຫ້ອງ 6022 ຊັ້ນ 6 ບໍລິສັດທາງລົດໄຟລາວ-ຈີນ ທີ່ຕັ້ງຢູ່ສໍານັກງານໃຫຍ່ເຂດພັດທະນາກວມລວມໄຊເຊດຖາ ນະຄອນຫຼວງວຽງຈັນ ສປປ ລາວ
ຜູ້ຕິດຕໍ່: ຊາຍ ຊາວ
ໂທລະສັບ: +856-02052970434 (ລາວ)
ອົງກອນຕົວແທນການປະມູນ: ບໍລິສັດ ວັດສະດຸທາງລົດໄຟຈີນ ຮຸ້ນສ່ວນຈໍາກັດ
ທີ່ຢູ່: ກົ໋ວຫາຍ ພລາຊາ ອາຄານ C ຊັ້ນ 7 ຖະໜົນຟູ້ຊິງ ເລກທີ 17 ເຂດຫາຍຕ້ຽນ ນະຄອນປັກກິ່ງ.
ຜູ້ຕິດຕໍ່: ຫຼີ ຫາຍກາວ, ກາວ ເວິນຖິງ
ໂທລະສັບ: +86-18810423774(ວີແຊັດເບີດຽວກັນ),+856-02059950873(ເບີລາວ),+86-010-51898557
ອີເມວ: mwtlwz@126.com
ວັນທີ 2 ເມສາ 2022