ສະຫລອງປີໃໝ່ບົນຈິດໃຈປະຢັດມັດທະຍັດ ຈະເຮັດໄດ້ແທ້ ຫລືບໍ່

ສະຫລອງປີໃໝ່ບົນຈິດໃຈປະຢັດມັດທະຍັດ ຈະເຮັດໄດ້ແທ້ ຫລືບໍ່ - Screenshot 20210324 150514 1024x714 1 1 - ສະຫລອງປີໃໝ່ບົນຈິດໃຈປະຢັດມັດທະຍັດ ຈະເຮັດໄດ້ແທ້ ຫລືບໍ່
ສະຫລອງປີໃໝ່ບົນຈິດໃຈປະຢັດມັດທະຍັດ ຈະເຮັດໄດ້ແທ້ ຫລືບໍ່ - kitchen vibe - ສະຫລອງປີໃໝ່ບົນຈິດໃຈປະຢັດມັດທະຍັດ ຈະເຮັດໄດ້ແທ້ ຫລືບໍ່

ໂດຍ: ທິດກໍ່າ

ການສະຫລອງສົ່ງທ້າຍປີເກົ່າ ພສ 2564 ຕ້ອນຮັບປີໃໝ່ລາວ ພສ 2565 ແມ່ນເລີ່ມໃກ້ເຂົ້າມາທຸກຂະນະ. ປີນີ້ເຫັນວ່າພວກເຮົາມີເວລາພັກຍາວນານເຖິງ 5 ວັນເຕັມ ຖ້າຄິດໄລ່ທັງວັນເສົາວັນທິດ ແລະ ວັນພັກຊົດເຊີຍ. ໝາຍວ່າພວກເຮົາຈະໄດ້ເລີ່ມພັກແຕ່ວັນທີ 13 ໄປຮອດ 17 ເມສາ 2022 ຈຶ່ງຈະໝົດກຳນົດຂອງວັນພັກ. ຈາກເງື່ອນໄຂດັ່ງກ່າວ ຈຶ່ງພາໃຫ້ຫລາຍໆຄົນທີ່ດຳລົງຊີວິດຢູ່ຕົວເມືອງ ເຊິ່ງມີຈຸດປະສົງໄປຢາມຄອບຄົວ, ພໍ່ແມ່, ຍາດຕິພີ່ນ້ອງ, ເພື່ອນມິດທີ່ຢູ່ໃກ້ຢູ່ໄກ ຫລື ໄປທ່ອງທ່ຽວຢູ່ຕ່າງແຂວງໄດ້ຕາມອັດທະຍາໄສ ແລະ ຄວາມມຸ້ງຫວັງທີ່ໄດ້ຕັ້ງໃຈເອົາໄວ້.

ສະຫລອງປີໃໝ່ບົນຈິດໃຈປະຢັດມັດທະຍັດ ຈະເຮັດໄດ້ແທ້ ຫລືບໍ່ - Visit Laos Visit SALANA BOUTIQUE HOTEL - ສະຫລອງປີໃໝ່ບົນຈິດໃຈປະຢັດມັດທະຍັດ ຈະເຮັດໄດ້ແທ້ ຫລືບໍ່

ແຕ່ແນວໃດກໍຕາມ, ປີໃໝ່ປີນີ້ອີງໃສ່ສະພາບການແພ່ລະບາດຂອງພະຍາດໂຄວິດ-19 ທີ່ພວມທ້າທາຍຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າເຮົາ ນັບທັງຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນຂອງປະເທດໃນປັດຈຸບັນ ອັນສຳຄັນກ່ອນອື່ນໝົດກໍເພື່ອເປັນການປະຢັດມັດທະຍັດໃນການສະຫລອງບຸນປີໃໝ່ ພສ 2565 ທາງຫ້ອງການສຳນັກງານນາຍົກລັດຖະມົນຕີ ຈຶ່ງໄດ້ອອກແຈ້ງການສະບັບເລກທີ 367/ຫສນຍ, ລົງວັນທີ 23 ມີນາ 2022 ກ່ຽວກັບທິດຊີ້ນຳການສະຫລອງບຸນປີໃໝ່ລາວ ພສ 2565 (ຄສ 2022) ເຊິ່ງມີ 3 ບັນຫາໃຫຍ່ໆທີ່ທຸກຄົນຕ້ອງໄດ້ເອົາໃຈໃສ່ປະຕິບັດ ແລະ ເປັນເຈົ້າການຮ່ວມກັນຢ່າງຈິງຈັງຄື: ເຫັນດີກຳນົດເອົາວັນພຸດ ທີ 13 ເມສາ 2022 ເປັນວັນພັກຊົດເຊີຍປີໃໝ່ລາວແທນວັນເສົາທີ 16 ເມສາ 2022 ເຊິ່ງເປັນວັນພັກລັດຖະການ.

ສອງ: ການສະຫລອງປີໃໝ່ປີນີ້ ຕ້ອງບົນຈິດໃຈປະຢັດມັດທະຍັດທີ່ສຸດ ແລະ ບໍ່ໃຫ້ສຳນັກງານອົງການຂັ້ນສູນກາງ ແລະ ທ້ອງຖິ່ນຈັດງານລ້ຽງສະຫລອງປີໃໝ່ ແລະ ອວຍພອນກັນຢ່າງເດັດຂາດ ທັງນີ້ກໍເພື່ອເປັນແບບຢ່າງໃຫ້ແກ່ສັງຄົມ.
ສາມ: ກໍແມ່ນມອບໃຫ້ຄະນະສະເພາະກິດໂຄວິດ-19 ຂັ້ນສູນກາງ ແລະ ທ້ອງຖິ່ນໃນຂອບເຂດທົ່ວປະເທດເປັນເຈົ້າການຄົ້ນຄວ້າຕົກລົງ ແລະ ອອກແຈ້ງການແນະນຳເພີ່ມຕື່ມຢ່າງລະອຽດ ເພື່ອໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງຮັບຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດມາດຕະການຕ່າງໆກ່ຽວກັບການແພ່ລະບາດຂອງພະຍາດໂຄວິດ-19 ໃນໄລຍະສະຫລອງບຸນປີໃໝ່ບໍ່ໃຫ້ມີການແພ່ລະບາດເປັນວົງກວ້າງໃນແຕ່ລະທ້ອງຖິ່ນຢ່າງເດັດຂາດ.

ໄປຄຽງຄູ່ກັບແຈ້ງການຊີ້ນຳສະບັບນີ້ແລ້ວ, ໃນວັນທີ 31 ມີນາຜ່ານມາ, ທ່ານຮອງນາຍົກລັດຖະມົນຕີ ກິແກ້ວ ໄຂຄຳພິທູນ ຍັງໄດ້ມີຄຳເຫັນເນັ້ນໜັກຊີ້ນຳເພີ່ມຕື່ມວ່າ: ຫ້າມບໍ່ໃຫ້ສຳນັກງານອົງການຈັດງານລ້ຽງສັງສັນຊຸມແຊວອວຍພອນກັນແລ້ວ, ຍັງຫ້າມບໍ່ໃຫ້ພາກັນສວຍໂອກາດໄປຈັດງານສັງສັນອວຍພອນກັນຢູ່ເຮືອນຫົວໜ້າ ອັນຈະເປັນການເສຍພາບພົດທີ່ບໍ່ດີໃຫ້ແກ່ສັງຄົມຜູ້ທີ່ເຂົາຮູ້ ແລະ ພົບເຫັນ, ແຕ່ຖ້າຍັງມີຜູ້ຝືນເຮັດກໍຈະຖືວ່າມີຄວາມຜິດ, ຝືນຕໍ່ຄຳສັ່ງ ແລະ ຄວາມບໍ່ເປັນແບບຢ່າງຂອງພະນັກງານການນຳ. ນີ້ຄືທີເດັດຂອງກົດເຫລັກຕໍ່ສຳນັກງານ, ອົງການໃນການສະຫລອງປີໃໝ່ ພສ 2565.

ດັ່ງພວກເຮົາຮູ້ນຳກັນແລ້ວວ່າ, ໃນສະພາບປັດຈຸບັນ ພວກເຮົາພວມຢູ່ໃນເງື່ອນໄຂການປະຕິບັດ 2 ວາລະແຫ່ງຊາດ ເຊິ່ງໜຶ່ງໃນພາລະກິດອັນສຳຄັນກໍຄືການປະຢັດມັດທະຍັດ ເພື່ອຜ່ານພົ້ນສະພາບວິກິດຕ່າງໆຂອງປະເທດ. ອັນສອງມາກໍເພື່ອຫາວິທີປ້ອງກັນສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ບໍ່ແມ່ນທາງການເພິ່ນຫ້າມບໍ່ໃຫ້ມ່ວນ, ບໍ່ໃຫ້ກິນ, ບໍ່ໃຫ້ດື່ມ ແຕ່ຕ້ອງຢູ່ໃນຂອບເຂດພໍເໝາະພໍດີ ແລະ ໃຫ້ເປັນໄປຕາມຮີດຄອງປະເພນີອັນດີງາມຂອງຊາດ. ນັ້ນຄືເປົ້າໝາຍຄວາມຫວັງອັນສູງສົ່ງຂອງການຈັດຕັ້ງ ແລະ ຂັ້ນເທິງຂອງພວກເຮົາ.

ສະຫລອງປີໃໝ່ບົນຈິດໃຈປະຢັດມັດທະຍັດ ຈະເຮັດໄດ້ແທ້ ຫລືບໍ່ - 3 - ສະຫລອງປີໃໝ່ບົນຈິດໃຈປະຢັດມັດທະຍັດ ຈະເຮັດໄດ້ແທ້ ຫລືບໍ່
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!