ອີທີ​​ແອ​ລ (ETL)​ ຫັນໄປ​ຮ່ວມ​ທຶນ​ກັບ​ຕ່າງປະ​ເທດ.​   

ອີທີ​​ແອ​ລ (etl)​ ຫັນໄປ​ຮ່ວມ​ທຶນ​ກັບ​ຕ່າງປະ​ເທດ.​ - kitchen vibe - ອີທີ​​ແອ​ລ (ETL)​ ຫັນໄປ​ຮ່ວມ​ທຶນ​ກັບ​ຕ່າງປະ​ເທດ.​   

ເພື່ອປະຕິບັດຕາມສັນຍາຮ່ວມທຶນລະຫວ່າງລັດຖະບານລາວ ແລະ ບໍລິສັດເຈຍຟູ ໂຮນດິ້ງ ຈຳກັດ ແລະ ເຫັນດີເປັນເອກະພາບ ຂອງຜູ້ຕາງໝ້າຜູ້ຖືຮຸ້ນຂອງທັງສອງຝ່າຍ, ຈາກການຊີ້ນຳ-ນຳພາຂອງຄະນະອຳນວຍການບໍລິສັດ ອິທີແອລ ມະຫາຊົນ ນັບແຕ່ມື້ຄະນະໄດ້ຮັບການແຕ່ງຕັ້ງໃນເດືອນ 9 ປີ 2015 ເປັນຕົ້ນມາ ​ແລະ ພິທີມອບ-ຮັບໜ້າທີ່ລະຫວ່າງຜູ້ອຳນວຍການໃຫຍ່ບໍລິສັດ ອິທີແອລ ມະຫາຊົນ ແລະ ຜູ້ອຳນວຍການໃຫຍ່ ບໍລິສັດ ອີທີແອລ ຈຳກັັດ, ​ໄດ້​ມີ​ຂຶ້ນ​ໃນວັນທີ 8 ສິງຫານີ້, ທີ່ນະຄອນຫຼວງວຽງຈັນລະຫວ່າງ ທ່ານ ທອງສີ ວິໄລວົງ ຜູ້ອຳນວຍການໃຫ່ຍບໍລິສັດ ອີທີແອລ ມະຫາຊົນ ແລະ ທ່ານ WU JIANG CHENG ຜູ້ອຳນວຍການໃຫ່ຍບໍລິສັດ ອີທີແອລ ຈຳກັດ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ທັນສະໄໜ ກົມມະສິດ ລັດຖະມົນ ຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ສື່ສານ ແລະ ໄດ້ໃຫ້ກຽດໂອ້ລົມເພື່ອຊີ້ແຈງເຖິງຄວາມຈຳເປັນພາວະວິໃສ ແລະ ການຕັດສິນໃຈຂອງລັດ ຖະບານໃນການຫັນບໍລິສັດ ອີທີແອລ ມະຫາຊົນ ໄປເປັນບໍລິສັດຮ່ວມທຶນກັບ ຕ່າງປະເທດ, ພ້ອມນັ້ນ ກໍໄດ້ສແດງຄວາມຍ້ອງຍໍຊົມເຊີຍຄະນະອຳນວຍການ ບໍລິສັດຊຸດປັດຈຸບັນທີ່ໄດ້ອົດທົນຜ່ານ ຜ່າອຸປະສັກນາໆປະການເພື່ອປະຄັບປະ ຄອງການດຳເນີນທຸລະກິດຂອງບໍລິສັດໃຫ້ສາມາດບໍລິການສັງຄົມ ແລະ ປະສົບ ຜົນສຳເລັດໃນຫຼາຍໆດ້ານພະນັກງານມີຄວາມສະຫງົບ, ສາມາດມອບພັນທະ ໃຫ້ລັດຖະບານໄດ້ຄົບ ຖ້ວນຕາມແຜນການທີ່ວ່າງໄວ້.

ອີທີ​​ແອ​ລ (etl)​ ຫັນໄປ​ຮ່ວມ​ທຶນ​ກັບ​ຕ່າງປະ​ເທດ.​ - 5 - ອີທີ​​ແອ​ລ (ETL)​ ຫັນໄປ​ຮ່ວມ​ທຶນ​ກັບ​ຕ່າງປະ​ເທດ.​   
ອີທີ​​ແອ​ລ (etl)​ ຫັນໄປ​ຮ່ວມ​ທຶນ​ກັບ​ຕ່າງປະ​ເທດ.​ - Visit Laos Visit SALANA BOUTIQUE HOTEL - ອີທີ​​ແອ​ລ (ETL)​ ຫັນໄປ​ຮ່ວມ​ທຶນ​ກັບ​ຕ່າງປະ​ເທດ.​   
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!