40 ຍັງໂຫດ, ໂກລອຟກິນ ນ໊ອກ ມູຣາຕະ ຄາຖິ່ນ ຄວ້າແຊ໊ມຮຸ່ນ ມິດເດິລເວດ

ເກນນາດີ ໂກລອຟກິນ ຍາວນັກມວຍຊາວຄາຊັກສະຖານ ຍັງເກ່ັງໃນໄວ 40 ປີ ຫລັງບຸກໄປຊະນະ ນ໊ອກ ມູຣາຕະ ຍົກທີ 9 ເຖິງຍີ່ປຸ່ນ ຄວ້າແຊ໊ມຊຸບເປີ ດັບເບິລຢູບີເອ ມາຄອງອີກ 1 ເສັ້ນ ເມື່ອວັນເສົາທີ່ຜ່ານມາ.
ການແຂ່ງຂັນຊົກມວຍເດີມພັນແຊ໊ມລກຮຸ່ນມິດເດິລເວດ 2 ສະຖາບັນ ທີ່ສັງວຽນ ໄຊຕາມະ ຊຸບເປີ ອາຣີນາ ໃນເມືອງໄຊຕາມະ ປະເທດຍີ່ປຸ່ນ ເມື່ອວັນເສົາທີ 9 ເມສາທີ່ຜ່ານມາ ຜົນປາກົດວ່າ : ເກນນາດີ ໂກລອຟກິນ ແຊ໊ມໂລກສະຫະພັນມວຍນາໆຊາດ (IBF) ຊາວຄາຊັກສະຖານ ຍັງຄົງໂຊຟອມເກ່ັງໃນອາຍຸ 40 ປີ ຊະນະນ໊ອກ ຣຽວຕະ ມູຣາຕະ ແຊ໊ມໂລກຊຸບເປີຂອງສະມາຄົມວຍໂລກ (WBA) ຊາວຍີ່ປຸ່ນ ໃນຍົກທີ 9 ຄວ້າແຊ໊ມໂລກມາຄອງໄດ້ສຳເລັດ.
ໃນໄລຍະທຳອິດຂອງການຊົກ ມູຣາຕະ ອາຍຸ 36 ປີ ດີກຣີຫລຽນຄຳໂອລິມປິກເກມ 2012 ທີ່ລອນດອນ ປະເທດອັງກິດ ເປີດສາກໄດ້ຢ່າງດີ ເດີນໄລ່ອັດລຳຕົວຈົນ ຄູ່ແຂ່ງອອກອາການ ແຕ່ຫລັງຕັ້ງຕົວໄດ້ ໂກລອຟກີ ເລີ່ມໃຊ້ຫມັດແຢ໊ບນຳທາງແລ້ວຕາມດ້ວຍຂວາລອດຕັ້ງກາດເຂົ້າເປົ້າຫລາຍຄັ້ງ ແລະ ເລີ່ມກັບມາຄອງເກມໄດ້ ເຖິງຍົກ 9 ແຊ໊ມໂລກຊາວຄາຊັກສະຖານປ່ອຍຫມັດຊຸດເຮັດໃຫ້ນັກຊົກເຈົ້າຖິ່ນອອກອາການບໍ່ດີຕັ້ງແຕ່ຕົ້ນຍົກ ກ່ອນຈະດຶງຈັງຫວະອັດຂວາເຕັມຄາງສົ່ງຄູ່ຊົກລົງໄປກອງກັບພື້ນ ແລະ ພີ່ລ້ຽງຂອງ ມູຣາຕະ ຕັດສິນໃຈໂຍນຜ້າຂໍຍອມໄປດ້ວຍເວລາ 2 ນາທີ 11 ວິນາທີຂອງຍົກ 9.