ສ່ວຍສາອາກອນ ໄຊຍະບູລີ ໃຫ້ຄວາມຄວາມສໍາຄັນວຽກງານ ປະເມີນຄວາມຮູ້ຄວາມສາມາດພະນັກງານ

ສ່ວຍສາອາກອນ ໄຊຍະບູລີ ໃຫ້ຄວາມຄວາມສໍາຄັນວຽກງານ ປະເມີນຄວາມຮູ້ຄວາມສາມາດພະນັກງານ - 5d458b7e 0f08 49e9 a8c5 e17b9dd77d47 - ສ່ວຍສາອາກອນ ໄຊຍະບູລີ ໃຫ້ຄວາມຄວາມສໍາຄັນວຽກງານ ປະເມີນຄວາມຮູ້ຄວາມສາມາດພະນັກງານ
ສ່ວຍສາອາກອນ ໄຊຍະບູລີ ໃຫ້ຄວາມຄວາມສໍາຄັນວຽກງານ ປະເມີນຄວາມຮູ້ຄວາມສາມາດພະນັກງານ - kitchen vibe - ສ່ວຍສາອາກອນ ໄຊຍະບູລີ ໃຫ້ຄວາມຄວາມສໍາຄັນວຽກງານ ປະເມີນຄວາມຮູ້ຄວາມສາມາດພະນັກງານ

ໃນວັນທີ 8 ເມສາ 2022 ນີ້, ສ່ວຍສາອາກອນ ປະຈໍາແຂວງໄຊຍະບູລີ, ໄດ້ຈັດພິທີເປີດ ແລະ ດໍາເນີນການປະເມີນຜົນຄວາມຮູ້ຄວາມສາມາດຂອງພະນັກງານ-ລັດຖະກອນສ່ວຍສາອາກອນທົ່ວແຂວງຂຶ້ນ, ຊຶ່ງໄດ້ຈັດຂຶ້ນທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ, ໂດຍການເປັນປະທານຂອງທ່ານ ສູນທອນ ສຸລິສັກ ຫົວ ໜ້າພະແນກຝຶກອົບຮົມ ແລະ ພັດທະນາບຸກຄະລາກອນ ກົມສ່ວຍສາອາກອນ ກະຊວງການເງິນ, ມີທ່ານ ບຸນເສັງ ວົງສະນິດ ຫົວໜ້າສ່ວຍສາອາກອນ ປະຈໍາແຂວງໄຊຍະບູລີ, ມີພະນັກງານສ່ວຍສາອາກອນເຂົ້າຮ່ວມທັງໝົດຈໍານວນ 102 ທ່ານ, ຍິງ 24 ທ່ານ. ໃນນັ້ນ, ສ່ວຍສາອາກອນປະຈໍາແຂວງ 23 ທ່ານ, ຍິງ 9 ທ່ານ, ສ່ວຍສາອາປະຈໍາເມືອງ 79 ທ່ານ, ຍິງ 15 ທ່ານ.

ສຳລັບການປະເມີນຜົນຄວາມຮູ້ຄາມສາມາດໃນຄັ້ງນີ້ແມ່ນມີ 4 ວິຊາຄື: ວິຊາສ່ວຍສາອາກອນ, ວິຊາກວດ ກາອາກອນ, ວິຊາບັນຊີວິສາຫະກິດ ແລະ ວິຊາກ່ຽວກັບວຽກງານການຫັນເປັນທັນສະໄໝໃນຈໍານວນ 4 ວິຊາທີ່ນໍາມາປະເມີນໃນຄັ້ງນີ້ເຫັນວ່າເປັນພື້ນຖານອັນສໍາຄັນ ແລະ ຈໍາເປັນທີ່ສຸດຕໍ່ກັບພະນັກງານສ່ວຍສາອາກອນເວົ້າລວມ ເວົ້າສະເພາະພະນັກງານສ່ວຍສາອາກອນປະຈໍາແຂວງໄຊຍະບູລີ ທີ່ພວມກໍາລັງປະຕິບັດໜ້າທີ່ວິຊາສະເພາະຂອງຕົນ ໃຫ້ມີຄວາມຮູ້ຄວາມເຂົ້າໃຈ ແລະ ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດບັນດານິຕິກໍາ, ກົດໝາຍ, ລະ ບຽບການຕ່າງໆທີ່ກ່ຽວຂ້ອງໃນຂອບເຂດທົ່ວປະເທດ.

ທ່ານ ສູນທອນ ສຸລິສັກ ຫົວໜ້າພະແນກຝຶກອົບຮົມ ແລະ ພັດທະນາບຸກຄະລາກອນ ກົມສ່ວຍສາອາກອນ ກະຊວງການເງິນ ໃຫ້ຮູ້ວ່າ: ວຽກງານປະເມີນຄວາມຮູ້ຄວາມສາມາດຂອງພະນັກງານເວົ້າລວມເວົ້າສະເພາະແມ່ນການຕິດຕາມປະເມີນຄວາມຮູ້ຄວາມສາມາດຂອງພະນັກງານ-ລັດຖະກອນຂອງຂະແໜງສ່ວຍສາອາກອນ ເປັນວຽກໝຶ່ງທີ່ມີຄວາມສໍາຄັນ ແລະ ຈໍາເປັນຕ້ອງໄດ້ຈັດຕັ້ງປະຕິບັດເພື່ອເປັນການຢັ້ງຢືນ ແລະ ທົດສອບເຖິງຄວາມຮູ້, ຄວາມສາມາດຂອງພະນັກງານ ແລະ ເພື່ອຕອບສະໝອງຄວາມຮຽກຮ້ອງຕ້ອງການໃນການບັນຈຸຊັບຊ້ອນຈັດວາງພະນັກງານຜູ້ທີ່ມີຄວາມຮູ້ຄວາມສາມາດເຂົ້າໃນແຕ່ລະຕໍາແໜ່ງງານໃຫ້ຖືກຕ້ອງເໜາະສົມ.

ສ່ວຍສາອາກອນ ໄຊຍະບູລີ ໃຫ້ຄວາມຄວາມສໍາຄັນວຽກງານ ປະເມີນຄວາມຮູ້ຄວາມສາມາດພະນັກງານ - 4 - ສ່ວຍສາອາກອນ ໄຊຍະບູລີ ໃຫ້ຄວາມຄວາມສໍາຄັນວຽກງານ ປະເມີນຄວາມຮູ້ຄວາມສາມາດພະນັກງານ
ສ່ວຍສາອາກອນ ໄຊຍະບູລີ ໃຫ້ຄວາມຄວາມສໍາຄັນວຽກງານ ປະເມີນຄວາມຮູ້ຄວາມສາມາດພະນັກງານ - 3 - ສ່ວຍສາອາກອນ ໄຊຍະບູລີ ໃຫ້ຄວາມຄວາມສໍາຄັນວຽກງານ ປະເມີນຄວາມຮູ້ຄວາມສາມາດພະນັກງານ
ສ່ວຍສາອາກອນ ໄຊຍະບູລີ ໃຫ້ຄວາມຄວາມສໍາຄັນວຽກງານ ປະເມີນຄວາມຮູ້ຄວາມສາມາດພະນັກງານ - 5 - ສ່ວຍສາອາກອນ ໄຊຍະບູລີ ໃຫ້ຄວາມຄວາມສໍາຄັນວຽກງານ ປະເມີນຄວາມຮູ້ຄວາມສາມາດພະນັກງານ