ສປປ ເກົາຫລີ ສະຫລອງທ່ານ ກິມຈອງອຸນ ເປັນຜູ້ນຳພັກຄົບ 10 ປີ

ສປປ ເກົາຫລີ ສະຫລອງທ່ານ ກິມຈອງອຸນ ເປັນຜູ້ນຳພັກຄົບ 10 ປີ -           6 - ສປປ ເກົາຫລີ ສະຫລອງທ່ານ ກິມຈອງອຸນ ເປັນຜູ້ນຳພັກຄົບ 10 ປີ
ສປປ ເກົາຫລີ ສະຫລອງທ່ານ ກິມຈອງອຸນ ເປັນຜູ້ນຳພັກຄົບ 10 ປີ - kitchen vibe - ສປປ ເກົາຫລີ ສະຫລອງທ່ານ ກິມຈອງອຸນ ເປັນຜູ້ນຳພັກຄົບ 10 ປີ

ສປປ ເກົາຫລີ ເຊີດຊູການເປັນຜູ້ນຳ ແລະ ຜົນງານຂອງທ່ານ ກິມຈອງອຸນ ລວມທັງເຜີຍແຜ່ຮູບຖ່າຍໃໝ່ ແລະ ນິເທດສະການເນື່ອງໃນວາລະທີ່ທ່ານເປັນເລຂາທິການໃຫຍ່ພັກແຮງງານທີ່ເປັນພັກລັດຖະບານຄົບ 10 ປີ.

ທ່ານ ກິມຈອງອຸນ ຖືວ່າຂຶ້ນປົກຄອງ ສປປ ເກົາຫລີ ນັບແຕ່ໄດ້ຮັບການສະເໜີຊື່ເປັນຜູ້ບັນຊາການສູງສຸດຂອງກອງທັບ ຫລັງຈາກທ່ານ ກິມຈອງອິນ ຜູ້ເປັນບິດາເສຍຊີວິດໃນເດືອນທັນວາ 2011 ໂດຍມື້ນີ້ເປັນວັນຄົບ 10 ປີທີ່ທ່ານໄດ້ຮັບເລືອກເປັນເລຂາທິການໃຫຍ່ພັກແຮງງານ ແລະ ຜູ້ນຳປະເທດ. ທ່ານ ໂຊຣອງແຮ ຄະນະກຳມາທິການຖາວອນແຫ່ງສະມັດຊາປະຊາຊົນສູງສຸດຂອງ ສປປ ເກົາຫລີ ກ່າວໃນກອງປະຊຸມແຫ່ງຊາດວັນທີ 11 ເມສານີ້ ຍົກຍ້ອງທ່ານ ກິມຈອງອຸນ ວ່າ: ເປັນນັກຄິດ ແລະ ນັກທິດສະດີທີ່ມີພອນສະຫວັນ, ເປັນລັດຖະບູລຸດທີ່ໂດດເດັ່ນ ແລະ ເປັນຜູ້ບັນຊາການຍິ່ງໃຫຍ່ທີ່ໄຮ້ຜູ້ສະເໝີເໝືອນ. ສ່ວນສື່ທາງການ ສປປ ເກົາຫລີ ເຜີຍແຜ່ພາບຖ່າຍຢ່າງເປັນທາງການພາບໃໝ່ຂອງທ່ານ ກິມຈອງອຸນ ໃນວັນທີ 10 ເມສາ ແລະ ລາຍງານວ່າ: ພິພິຕະພັນໃນນະຄອນຫລວງພຽງຢາງໄດ້ເປີດນິເທດສະການໃໝ່ທີ່ຈັດສະແດງຜົນງານການເປັນຜູ້ນຳທີ່ເປັນນິລັນດອນຂອງທ່ານ ກິມຈອງອຸນ.

ສປປ ເກົາຫລີ ສະຫລອງທ່ານ ກິມຈອງອຸນ ເປັນຜູ້ນຳພັກຄົບ 10 ປີ - Visit Laos Visit SALANA BOUTIQUE HOTEL - ສປປ ເກົາຫລີ ສະຫລອງທ່ານ ກິມຈອງອຸນ ເປັນຜູ້ນຳພັກຄົບ 10 ປີ

ສປປ ເກົາຫລີ ຈະຈັດງານສະຫລອງໝົດອາທິດນີ້, ໜຶ່ງໃນນັ້ນຈະມີການລະນຶກເຖິງວັນຄ້າຍວັນເກີດປີທີ 110 ຂອງທ່ານ ກິມອິນຊຸງ ຜູ້ສ້າງຕັ້ງປະເທດ ແລະ ປູ່ຂອງທ່ານ ກິມຈອງອຸນ ໃນວັນທີ 15 ເມສາ. ພາບຖ່າຍດາວທຽມທາງການຄ້າເຫັນທະຫານ ສປປ ເກົາຫລີ ຊ້ອມຂະບວນສວນສະໜາມທີ່ອາດຈະມີຂຶ້ນໃນອາທິດນີ້.

ສປປ ເກົາຫລີ ສະຫລອງທ່ານ ກິມຈອງອຸນ ເປັນຜູ້ນຳພັກຄົບ 10 ປີ - 4 - ສປປ ເກົາຫລີ ສະຫລອງທ່ານ ກິມຈອງອຸນ ເປັນຜູ້ນຳພັກຄົບ 10 ປີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!