ຣັດເຊຍທຸ້ມເງິນກວ່າ 300 ລ້ານຣູເບິລ ຜະລິດ “ຢາຕ້ານໄວຣັສໂຄໂຣນາ” ສູດໃໝ່

ວັນທີ 11 ເມສາ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ລັດຖະບານຣັດເຊຍຈະຈັດສັນເງິນ ຈຳນວນ 387 ລ້ານຣູເບິລ ເພື່ອຜະລິດມີຣ໌-19 (Mir-19) ຢາຕ້ານເຊື້ອໄວຣັສໂຄໂຣນາສູດໃໝ່ທີ່ພັດທະນາໂດຍຄະນະນັກວິທະຍາສາດຂອງຣັດເຊຍ.
ໃນວັນທີ 10 ເມສາ, ສຳນັກປະຊາສຳພັນຂອງຄະນະລັດຖະບານຣັດເຊຍ ເຜີຍວ່າ: ທ່ານ ມິຄາອິລ ມິຊູສຕິນ ນາຍົກລັດຖະມົນຕີຣັດເຊຍ ໄດ້ລົງນາມກິດດີກາວ່າດ້ວຍການຈັດສັນງົບປະມານ ເຊິ່ງຈະຖືກແຈກຢາຍແກ່ສະຖາບັນຄຸ້ມຄອງວິທະຍາ ສັງກັດໜ່ວຍງານຊີວະວິທະຍາການແພດແຫ່ງສະຫະພັນທະລັດ (FMBA) ເພື່ອໃຊ້ປັບປຸງ ແລະ ຈັດຊື້ອຸປະກອນຈຳເປັນຕໍ່ການພັດທະນາຢາເບື້ອງຕົ້ນ.
ທັງນີ້, Mir-19 ເຊິ່ງໄດ້ຮັບການຂຶ້ນທະບຽນໂດຍກະຊວງສາທາລະນະສຸກຣັດເຊຍ ເມື່ອວັນທີ 22 ທັນວາ 2021 ສາມາດປ້ອງກັນ ແລະ ປິ່ນປົວການຕິດເຊື້ອໄວຣັສໂຄໂຣນາຜ່ານການໃຫ້ທາງປອດ ຫລື ດັງ ເນື່ອງຈາກມັນສາມາດຢັບຢັ້ງການແບ່ງຕົວຂອງເຊື້ອໄວຣັສໂຄໂຣນາ ແລະ ປ້ອງກັນອາການປ່ວຍຮຸນແຮງ ຕະຫລອດຈົນພະຍາດປອດບວມ ແລະ ພາວະທາງເດີນຫາຍໃຈລົ້ມເຫລວກະທັນຫັນ.