ອົງການການກຸສົນເດັກ ປະຕິເສດ ໂຣນັລໂດ ບໍ່ໄດ້ເປັນທູດມາໄລຍະຫນຶ່ງແລ້ວ

‘‘ Save the chidren ’’ ອົງການການກຸສົນໃຫຍ່ລະດັບໂລກ ຮີບອອກມາຊີ້ແຈງວ່າ ຄຣິສຕຽນໂນ ໂຣນັລໂດ ບໍ່ໄດ້ເຮັດວຽກໃຫ້ກັບພວກເຮົາມາດົນພໍສົມຄວນ, ສ່ວນ ຢູນີເຊບ ຂອງ ໂປຣຕຸເກສ ຍັງປິງຽບ ວ່າຈະໃຫ້ ດາວຍິງແມນຢູ ເປັນທູດຕໍ່ໄປອີກຫລືບໍ່.
ໂຣນັລໂດ ຕົກເປັນຂ່າວຮ້ອນຈາກກໍລະນີທີ່ລາວ ໄປຕົບມືເດັກຄົນຫນຶ່ງ ຫລັງຈົບເກມພຣີເມຍລີກ ນັດທີ່ຕົ້ນສັງກັດຂອງລາວອອກໄປເສຍໃຫ້ ເອຟເວີຕັນ 0-1 ເມື່ອວັນເສົາທີ່ຜ່ານມາ ໂດຍຕອນນັ້ນເດັກຄົນດັ່ງກ່າວຈັບມືຖືເພື່ອຖ່າຍຄລິບຢູ່ ເຮັດໃຫ້ນອກຈາກມືຂອງເດັກຈະໄດ້ຮັບບາດເຈັບແລ້ວ ໂທລະສັບມັນຍັງຕົກລົງພື້ນນຳອີກ.
ຖະແຫລງການຂອງອົງການກຸສົນເພື່ອເຍົາວະຊົນ ໄດ້ກ່າວວ່າ : ‘‘ ຄຮິສຕຽນໂນ ໂຣນັລໂດ ສະໜັບສະຫນູນວຽກຂອງພວກເຮົາ ສຳລັບການຊ່ວຍເຫລືອຄອບຄົວທີ່ຍາກຈົນທົ່ວໂລກ ແຕ່ປັດຈຸບັນ ລາວບໍ່ໄດ້ເຮັດວຽກໃຫ້ກັບອົງການມາແຕ່ປີ 2018 ແລ້ວ ແລະ ບໍ່ໄດ້ເປັນທູດໃຫ້ກັບອົງການນີ້ອີກຕໍ່ໄປ ’’.
ທັງນີ້ ໂຣນັລໂດ ໄດ້ເຂົ້າຮ່ວມກັບອົງການກຸສົນເພື່ອເຍົາວະຊົນໃນປີ 2013 ແລະ ຊ່ວຍວຽກດ້ານການກຸສົນຫລາຍຢ່າງ ກ່ອນທີ່ກິດຈະກຳກັບທາງອົງການຈະງຽບຫາຍໄປຕັ້ງແຕ່ປີ 2018 ເປັນຕົ້ນມາ ໂດຍທີ່ຈິງຕອນນີ້ລາວເປັນທູດໃຫ້ກັບອົງການທຶນເພື່ອເດັກແຫ່ງສະຫະປະຊາຊາດ ( Unicef ) ປະຈຳປະເທດໂປຣຕຸເກສ ເຊິ່ງອົງການດັ່ງກ່າວໃນໂປຣຕຸເກສ ຍັງບໍ່ໄດ້ໃຫ້ຄວາມເຫັນວ່າ ໂຣນັລໂດ ຈະໄດ້ເປັນທູດຂອງພວກເຂົາຕໍ່ໄປຫລືບໍ່ ຫລັງເກີດເຫດໃນຄັ້ງນີ້.