ຣັດເຊຍ ເພີ່ມທຶນສຳຮອງຮັກສາສະຖຽນລະພາບເສດຖະກິດ 2,73 ແສນລ້ານຣູເບີ
April 12, 2022 - 2:24 PM

ຕາມແຫລ່ງຂ່າວ ຊິນຮວາຂອງຈີນ ໃຫ້ຮູ້ວ່າ: ລັດຖະບານ ຣັດເຊຍ ເປີດເຜີຍ ການລະດົມທຶນ ສຳຮອງ ຈຳນວນ 2,73 ແສນລ້ານຣູເບີ ເພື່ອຮັບປະກັນ ສະຖຽນລະພາບ ທາງເສດຖະກິດ ຂອງ ປະເທດ ທ່າມກາງ ການຂວໍ້າບາດ ຈາກພາຍນອກ. ຣັດເຊຍ ຖະແຫລງວ່າ ບ້ວງເງິນ ຂະໜາດໃຫຍ່ ທີ່ສຸດ ໃນການ ລະດົມທຶນ ໃນຄັ້ງນີ້ ໄດ້ແກ່: ລາຍໄດ້ ຈາກນໍ້າມັນເຊື້ອໄຟ ແລະ ແກັສ ເພີ່ມເຕີມໃນໄຕມາດ ທຳອິດ ຂອງ ປີນີ້ ໂດຍຄິດ ເປັນຈຳນວນ 2,71 ແສນລ້ານຣູເບີ, ທັ້ງນີ້ ຣັດເຊຍ ໄດ້ສ້າງກອງທຶນ ສຳຮອງຂຶ້ນມາ ເພື່ອຮອງຮັບ ການໃຊ້ຈ່າຍ ທີ່ບໍ່ຄາດຄິດ ແລະ ຫລາຍມາດຕະການ ສຳຄັນ ທີ່ບໍ່ຄວບຄຸມ ໂດຍແມ່ນ ງົບປະມານ ຂອງລັດຖະບານກາງ.