ຝຸ່ນລະອອງ PM2.5 ເກີນມາດຕະຖານ ຫຼີກລ່ຽງກິດຈະກໍາກາງແຈ້ງ ໃນວັນທີ 12-13 ເມສາ 2022

ວັນທີ 12 ເມສາ 2022 ນີ້ ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມອອກແຈ້ງການເຕືອນວ່າ: ໃນໄລຍະວັນທີ12-13 ເມສາ 2022, ມວນອາກາດຮ້ອນທີ່ມີກໍາລັງແຮງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ສົມທົບກະແສລົມຕາເວັນຕົກພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດຮ້ອນເອົ້າ ພ້ອມມີໝອກແຫ້ງຄ້າຍຄືຄວັນໄຟປົກຄຸມໃນ ຕອນກາງເວັນ ແລະ ຈະກໍ່ໃຫ້ເກີດມົນລະພິດໝອກຄວັນປີວລອຍຢູ່ໃນອາກາດ ສົ່ງຜົນກະທົບຕໍ່ສຸຂະພາບ ແລະ ວິໄສ ທັດເບິ່ງເຫັນບໍ່ຈະແຈ້ງ.
ຜ່ານການຕິດຕາມຄຸນນະພາບອາກາດພົບ PM2.5ມີຄ່າເກີນມາດຕະຖານຢູ່ຫຼາຍສະຖານີຄື:
• ພາກເໜືອ (ສະຖານີ ຫຼວງພະບາງ, ອຸດົມໄຊ, ຫຼວງນ້ໍາທາ ແລະ ບໍ່ແກ້ວ) ວັດແທກໄດ້ 44-83 gm/24h
• ພາກກາງ (ສະຖານີ ນະຄອນຫຼວງວຽງຈັນ) ວັດແທກໄດ້ 68-116 up/m3/24h
• ພາກໃຕ້ (ສະຖານີ ສະຫວັນະເຂດ) ວັດແທກໄດ້ 84 g/m3/24h
ມາດຕະການປ້ອງກັນ:
1. ຫ້າມຈຸດເຜົາຂີ້ເຫຍື້ອທຸກປະເພດຊ່ວງລະດູແລ້ງເພື່ອຫຼຸດຜ່ອນແຫຼ່ງເກີດມົນລະພິດທາງອາກາດ;
2. ຫຼີກລjຽງ ຫຼື ຫຼຸດຜ່ອນ ການເຄື່ອນໄຫວກາງແຈ້ງ;
3. ໃສ່ຜ້າອັດປາກເມື່ອອອກນອກເຮືອນ ແລະ ອາຄານ.
ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນທົ່ວປະເທດ ເຝົ້າລະວັງສະຖານະ ການຢ່າງໃກ້ຊິດ ໂດຍຜ່ານແຫຼ່ງຂ່າວທາງການ ເຊັ່ນ: ຂ່າວພະຍາກອນອາກາດປະຈໍາວັນ, https://nreri.gov.la/http://www.dmh.monre.gov.la/, https://www.youtube.com/channel/ UCgi46iw14CmybKnJjHcJig.https://www.facebook.com/profile.php?id=100066540918462& is tour dismissed=true. Seth