7 ປະໂຫຍດຂອງນຳ້ອັດລົມປະສົມນຳ້ຢາລ້າງຈານ

7 ປະໂຫຍດຂອງນຳ້ອັດລົມປະສົມນຳ້ຢາລ້າງຈານ - kitchen vibe - 7 ປະໂຫຍດຂອງນຳ້ອັດລົມປະສົມນຳ້ຢາລ້າງຈານ

ສິ່ງຂອງເຄື່ອງໃຊ້ໃນເຮືອນເປັນດັ່ງວຽກທີ່ທຸກຄົນຕ້ອງຊ່ວຍກັນເບິ່ງແຍງດູແລ ໂດຍສະເພາະແມ່ເຮືອນທີ່ມີວຽກເຮືອນປະຈຳວັນທີ່ຫລາກຫລາຍ ຫາກໄດ້ໂຕຊ່ວຍທີ່ເຮັດໃຫ້ວຽກເຮືອນແລ້ວໄວໄດ້ຢ່າງງ່າຍດາຍຫລາຍຂຶ້ນ ຈະຊ່ວຍປະຢັດທັງເວລາ ແລະ ແຮງຂອງທ່ານໄດ້ຫລາຍ. ໂດຍມື້ນີ້ພວກເຮົາມີສູດການໃຊ້ປະໂຫຍດຈາກນຳ້ອັດລົມປະສົມກັບນຳ້ຢາລ້າງຈານ ມາແນະນຳບັນດາທ່ານໃຫ້ລອງເອົາໄປນຳໃຊ້ ດັ່ງນີ້ :

  1. ກຳຈັດຮອຍດຳທີ່ຕິດໃນການຳ້ຮ້ອນໄດ້ສະອາດດີ : ສຳລັບການຳ້ຮ້ອນທີ່ມັກເກີດຕະກອນຂອງນຳ້ຈັບເປັນຄາບໃນກາ ໃຫ້ໃຊ້ນຳ້ອັດລົມເທໃສ່ໃນກາແລ້ວຕົ້ມຈົນຟົດ ລໍຖ້າໃຫ້ກາຕົ້ມເຊົາຮ້ອນ ແລ້ວຈຶ່ງເອົາມາລ້າງຂັດຄາບທາງໃນອອກໃຫ້ສະອາດ ເຊິ່ງວິທີນີ້ຈະຊ່ວຍໃຫ້ຄາບຕ່າງໆຫລຸດອອກໄດ້ງ່າຍຂຶ້ນ.
  2. ເຮັດສະເປຣສີດເຮັດຄວາມສະອາດຝາກະໂລ້ : ເລີ່ມຈາກເທນຳ້ອັດລົມລົງໃສ່ກະບອກສີດສະເປຣ ແລ້ວຕື່ມນຳ້ຢາລ້າງຈານລົງໃສ່ 2 – 3 ບ່ວງແກງ ຕາມດ້ວຍນຳ້ອຸ່ນເຄິ່ງກະບອກສີດ ສັ່ນໃຫ້ສ່ວນປະສົມເຂົ້າກັນດີ ແລ້ວໃຊ້ສີດຝາກະໂລ້-ພື້ນກະໂລ້ເພື່ອເຮັດຄວາມສະອາດ ກຳຈັດຄາບ ແລະ ກິ່ນໄດ້ ໂດຍສາມາດໃຊ້ໄດ້ທັງໃນຫ້ອງນຳ້, ຫ້ອງຄົວ ລວມທັງພື້ນກະໂລ້ທີ່ເປິເປື້ອນຍ້ອນຄາບມັນໆໄດ້ນຳ ພຽງແຕ່ສີດສະເປຣດັ່ງກ່າວໃສ່ ປະໄວ້ 5 ນາທີ ແລ້ວຈຶ່ງລ້າງອອກ ຫລື ໃຊ້ຜ້າຈຸ່ມນຳ້ເຊັດໃຫ້ສະອາດ.
  3. ນຳ້ອັດລົມເຮັດຄວາມສະອາດຄາບເປິເປື້ອນໃນຊັກໂຄກ : ໃຫ້ໃຊ້ນຳ້ອັດລົມ ເຊິ່ງເປັນນຳ້ສີດຳເທລົງໃນຊັກໂຄກປະໄວ້ 1 ຄືນ ກົດອ່ອນໆຂອງກາກບໍນິກ ແລະ ກົດຟົສຟໍຣິກ ຈະຈັດການກັບຄາບເປິເປື້ອນທີ່ຝັງເລິກໃຫ້ຫລຸດອອກໄດ້ ຈາກນັ້ນໃຫ້ໃຊ້ແປງຂັດຖູບໍລິເວນທີ່ເປື້ອນນັ້ນຕື່ມ ແລ້ວກົດນຳ້ ຫລື ເທນຳ້ລົງ ຊັກໂຄກຂອງທ່ານກໍຈະກັບມາສະອາດໄດ້ຄືກັບຕອນຊື້ມາຕິດຕັ້ງໃໝ່ໆ ເພາະຄາບເປື້ອນຝັງເລິກຈະຫາຍໄປ.
  4. ປະຕູທີ່ຝືດແກ້ໄດ້ໂດຍນຳ້ອັດລັມ : ລູກບິດປະຕູ ຫລື ກອນປະຕູທີ່ຝືດ, ຫຍັບຍາກ ຈະໃຊ້ງານໄດ້ດີຂຶ້ນ ພຽງທ່ານໃຊ້ນຳ້ອັດລົມເທລົງໃສ່ລູກບິດ ຫລື ກອນປະຕູ ປະໄວ້ 5 ນາທີ ແລ້ວລ້າງອອກໃຫ້ສະອາດ ລູກບິດ ແລະ ກອນປະຕູຈະຄາຍໂຕອອກ ເຮັດໃຫ້ໃຊ້ງານໄດ້ສະດວກ ແລະ ງ່າຍຂຶ້ນທັນທີ.
  5. ໃຊ້ແທນນຳ້ຢາລ້າງຫ້ອງນຳ້ ສະອາດ ປາສະຈາກສານຮຸນແຮງ : ສູດນີ້ພຽງແຕ່ທ່ານໃຊ້ນຳ້ຢາລ້າງຈານ ແລະ ນຳ້ສົ້ມສາຍຊູປະສົມກັນໃນອັດຕາສ່ວນ 1/1 ປະສົມນຳ້ລົງໃສ່ອີກໜ້ອຍໜຶ່ງ ຄົນສ່ວນຜະສົມໃຫ້ເຂົ້າກັນ ແລ້ວໃຊ້ແທນນຳ້ຢາລ້າງຫ້ອງນຳ້ ໂດຍສາມາດເຮັດຄວາມສະອາດໄດ້ດີບໍ່ແພ້ນຳ້ຢາລ້າງຫ້ອງນຳ້ແຮງໆ ແລະ ໃຊ້ໄດ້ທັງອ່າງລ້າງໜ້າ, ຊັກໂຄກ ລວມເຖິງພື້ນຫ້ອງນຳ້ ຈະເຮັດໃຫ້ຄາບເປິເປື້ອນຫາຍໄປ ແລະ ຊ່ວຍໃຫ້ກິ່ນຫ້ອງນຳ້ຫາຍໄປນຳ.
  6. ແວ່ນສະອາດໃສ ບໍ່ມີຄາບນຳ້ຈັບ : ໃຫ້ປະສົມນຳ້ຢາລ້າງຈານ 1 ບ່ວງຊາ ກັບນຳ້ສົ້ມສາຍຊູ ¼ ຖ້ວຍນ້ອຍ ແລະ ນຳ້ສະອາດ 1 ກະຕຸກ ຫລື 1 ກະບອກສີດສະເປຣ ປະສົມໃຫ້ເຂົ້າກັນ ໃຊ້ສີດເຮັດຄວາມສະອາດແວ່ນທີ່ມັກມີຄາບນຳ້ຈັບ ລ້າງອອກຍາກ ໃຫ້ກັບມາໃສໄດ້ຢ່າງງ່າຍດາຍ.
  7. ກຳຈັດຄາບຂີ້ໝ້ຽງຢ່າງໄດ້ຜົນ : ສິ່ງຂອງເຄື່ອງໃຊ້ຫລາຍຢ່າງເມື່ອຖືກນຳ້ ຈະເຮັດໃຫ້ເກີດຂີ້ໝ້ຽງໄດ້ງ່າຍ ທ່ານສາມາດຂັດຂີ້ໝ້ຽງເຫລົ່ານີ້ອອກໄດ້ງ່າຍຂຶ້ນ ພຽງໃຊ້ນຳ້ອັດລົມມາແຊ່ອຸປະກອນຕ່າງໆ ປະໄວ້ 1 ຊົ່ວໂມງ ກົດຟົສຟໍຣິກຈະເຮັດໃຫ້ຄາບຂີ້ໝ້ຽງອ່ອນ ແລະ ເຮັດໃຫ້ລ້າງອອກໄດ້ງ່າຍຫລາຍຂຶ້ນ ພຽງເທົ່ານີ້ທ່ານກໍຈະປະຢັດທັງເວລາ ແລະ ແຮງງານ ຊ່ວຍໃຫ້ວຽກເຮືອນແລ້ວງ່າຍຂຶ້ນ ແລະ ໄວຂຶ້ນໄດ້.

 

7 ປະໂຫຍດຂອງນຳ້ອັດລົມປະສົມນຳ້ຢາລ້າງຈານ - Visit Laos Visit SALANA BOUTIQUE HOTEL - 7 ປະໂຫຍດຂອງນຳ້ອັດລົມປະສົມນຳ້ຢາລ້າງຈານ
7 ປະໂຫຍດຂອງນຳ້ອັດລົມປະສົມນຳ້ຢາລ້າງຈານ - Visit Laos Visit SALANA BOUTIQUE HOTEL - 7 ປະໂຫຍດຂອງນຳ້ອັດລົມປະສົມນຳ້ຢາລ້າງຈານ
7 ປະໂຫຍດຂອງນຳ້ອັດລົມປະສົມນຳ້ຢາລ້າງຈານ - 3 - 7 ປະໂຫຍດຂອງນຳ້ອັດລົມປະສົມນຳ້ຢາລ້າງຈານ
7 ປະໂຫຍດຂອງນຳ້ອັດລົມປະສົມນຳ້ຢາລ້າງຈານ - 5 - 7 ປະໂຫຍດຂອງນຳ້ອັດລົມປະສົມນຳ້ຢາລ້າງຈານ
7 ປະໂຫຍດຂອງນຳ້ອັດລົມປະສົມນຳ້ຢາລ້າງຈານ - 4 - 7 ປະໂຫຍດຂອງນຳ້ອັດລົມປະສົມນຳ້ຢາລ້າງຈານ