ບາງເຫດຜົນທີ່ບໍ່ຄວນໃຊ້ນຳ້ປະປາຫຸງເຂົ້າ

ບາງເຫດຜົນທີ່ບໍ່ຄວນໃຊ້ນຳ້ປະປາຫຸງເຂົ້າ - ImageBannerMobile 960x633 01 100 scaled 1 scaled - ບາງເຫດຜົນທີ່ບໍ່ຄວນໃຊ້ນຳ້ປະປາຫຸງເຂົ້າ
ບາງເຫດຜົນທີ່ບໍ່ຄວນໃຊ້ນຳ້ປະປາຫຸງເຂົ້າ - kitchen vibe - ບາງເຫດຜົນທີ່ບໍ່ຄວນໃຊ້ນຳ້ປະປາຫຸງເຂົ້າ

ນຳ້ປະປາ ແມ່ນນຳ້ທີ່ຜ່ານການກອງ ເຊິ່ງຫລາຍໆຄົນຄິດວ່າມັນສະອາດດີແລ້ວ ນອກຈາກໃຊ້ລ້າງສິ່ງຕ່າງໆ ແລະ ໃຊ້ອາບ ຫລາຍຄົນຈຶ່ງມັກເອົາມາໃຊ້ເຂົ້າໃນການປຸງແຕ່ງອາຫານ ເຊັ່ນ : ການຫຸງເຂົ້າ ເຊິ່ງເຮົາມັກຈະໃຊ້ນຳ້ປະປາໃນການຫຸງມາໂດຍຕະຫລອດ, ແຕ່ຮູ້ຫລືບໍ່ວ່າໃນປັດຈຸບັນນີ້ນຳ້ປະປາໃນບາງພື້ນທີ່ ບາງຕຳແໜ່ງ ບໍ່ໄດ້ສະອາດດັ່ງທີ່ເຮົາຄິດ ເຖິງວ່າເຮົາຈະເບິ່ງບໍ່ເຫັນດ້ວຍຕາເປົ່າ, ແຕ່ຄວາມຈິງແລ້ວມັນຍັງມີເສດຝຸ່ນນ້ອຍໆທີ່ເຮົາເບິ່ງບໍ່ເຫັນ ເມື່ອເຮົາດື່ມເຂົ້າໄປ ຫລື ເອົາໄປໃຊ້ເຂົ້າໃນການປຸງແຕ່ງອາຫານ ຫລື ຫຸງເຂົ້າ ແນ່ນອນວ່າມີສິ່ງທີ່ບໍ່ສະອາດສະສົມເຂົ້າມານຳ ເຊິ່ງສິ່ງທີ່ເກີດຂຶ້ນໃນທໍ່ລະບາຍນຳ້ປະປາ ຫລື ທໍ່ສົ່ງນຳ້ ເມື່ອຜ່ານໄປແລ້ວຫລາຍໄລຍະເວລາ ໜ້ອຍຫລາຍທີ່ເພິ່ນຈະເຮັດຄວາມສະອາດ ຫລື ປ່ຽນທໍ່ໃນບໍລິເວນນັ້ນ ແລະ ແນ່ນອນວ່າເປັນ 10 ປີ 20 ປີ ເພິ່ນກໍອາດຈະບໍ່ເຄີຍປ່ຽນ. ດັ່ງນັ້ນແລ້ວ ຫາກເຮົາຈະໃຊ້ນຳ້ຈາກທໍ່ປະປາ ຄວນທີ່ຈະກວດສອບເບິ່ງໃຫ້ດີ ຫາສິ່ງກອງນຳ້ມາໃຊ້ແດ່ກໍຍັງດີ.

    ໂດຍ 4 ເຫດຜົນທີ່ບໍ່ຄວນໃຊ້ນຳ້ປະປາຫຸງເຂົ້າ ມີດັ່ງນີ້​ :

ບາງເຫດຜົນທີ່ບໍ່ຄວນໃຊ້ນຳ້ປະປາຫຸງເຂົ້າ - Visit Laos Visit SALANA BOUTIQUE HOTEL - ບາງເຫດຜົນທີ່ບໍ່ຄວນໃຊ້ນຳ້ປະປາຫຸງເຂົ້າ
ບາງເຫດຜົນທີ່ບໍ່ຄວນໃຊ້ນຳ້ປະປາຫຸງເຂົ້າ - Visit Laos Visit SALANA BOUTIQUE HOTEL - ບາງເຫດຜົນທີ່ບໍ່ຄວນໃຊ້ນຳ້ປະປາຫຸງເຂົ້າ
  1. ນຳ້ໃນອາຄານສູງອາດຈະເກີດສິ່ງເຂົ້າມາເຈືອປົນຫລາຍກ່ວາປົກກະຕິ ເວົ້າເຖິງອາຄານທີ່ມີຄວາມສູງຫລາຍກ່ວາ 7 ຊັ້ນ ເພິ່ນມັກຈະໃຊ້ລະບົບຖັງນຳ້ສຳຮອງຂະໜາດໃຫຍ່ໄວ້ເທິງອາຄານສູງ ແລະ ແນ່ນອນວ່າຖັງນຳ້ຂາດການເບິ່ງແຍງຮັກສາຄວາມສະອາດຢ່າງທົ່ວເຖິງ, ບາງບ່ອນບໍ່ເຄີຍເຮັດຄວາມສະອາດເລີຍຕັ້ງແຕ່ກໍ່ສ້າງຂຶ້ນມາກໍມີ ສ່ວນຫລາຍມັກຈະກວດສອບພຽງແຕ່ຮອຍຮົ່ວ ແລະ ປຳ້ນຳ້ເທົ່ານັ້ນ ບໍ່ເຄີຍເປີດເບິ່ງວ່າທາງໃນມີຕະກອນຫລືວ່າມີຫຍັງຕົກລົງໄປຫລືບໍ່.
  2. ເລື່ອງຂອງຄຸນນະພາບນຳ້ປະປາທີ່ບໍ່ຄົງທີ່ ສ່ວນຫລາຍເຮົາບໍ່ມີທາງຮູ້ເລີຍວ່າມີການປົນມາກັບສິ່ງທີ່ບໍ່ສະອາດລະຫ່ວາງການຂົນສົ່ງນຳ້ມາຫລືບໍ່ ໃນບາງເທື່ອສີຂອງນຳ້ກໍຜິດພ້ຽນໄປ ບາງເທື່ອກໍມີສີສົ້ມປົນແດງ ເຮັດໃຫ້ຄວາມເປັນກົດຄວາມເປັນດ່າງບໍ່ຄົງທີ່ ແລະ ບໍ່ເທົ່າກັນ, ມີກິ່ນ, ມີສີ, ມີຄວາມຝາດຂອງນຳ້. ດັ່ງນັ້ນແລ້ວ ບໍ່ຄວນທີ່ຈະເອົານຳ້ປະປາມາຫຸງເຂົ້າໂດຍກົງ.
  3. ຄລໍຣີນ ເປັນສິ່ງທີ່ບໍ່ຄວນມີ ເພາະວ່າຈະເຮັດໃຫ້ວິຕາມິນ B1 ທີ່ຢູ່ໃນເມັດເຂົ້ານັ້ນຫາຍໄປ ເພາະວ່ານຳ້ປະປານັ້ນຜ່ານການຮັກສາດ້ວຍຄລໍຣີນ ເຮັດໃຫ້ເສຍຄຸນປະໂຫຍດຈາກເຂົ້າໄປ.
  4. ຫາກມີສິ່ງທີ່ຕົກຄ້າງຕົກລົງໄປໃນຂະນະທີ່ເຮົາຫຸງເຂົ້າ ບອກເລີຍວ່າຈະສັງເກດໄດ້ຍາກຫລາຍ ເພາະວ່າພາຊະນະທີ່ໃຊ້ໃນການຫຸງເຂົ້າບໍ່ໄດ້ໃສຄືກັບຈອກນຳ້ ດັ່ງນັ້ນແລ້ວເມື່ອມີສິ່ງໃດຜິດປົກກະຕິຕົກລົງໄປ ເຊັ່ນ : ຫີນ, ດິນ, ຊາຍ, ຂົນສັດ ເມື່ອຕົກລົງໄປປະສົມກັບເຂົ້າສານແລ້ວ ເຮົາກໍຍາກທີ່ຈະແນມເຫັນ.
  • ວິທີການແກ້ ຫາກຈຳເປັນຕ້ອງໃຊ້ນຳ້ປະປາ :
  1. ຄວນຈະຕົ້ມນຳ້ປະປາໃຫ້ຟົດກ່ອນເອົາມາໃຊ້ ປະໄວ້ໃຫ້ເຢັນແລ້ວຄ່ອຍເອົາມາຫຸງເຂົ້າ ວິທີນີ້ຈະເປັນການຈັດການກັບຄລໍຣີນໃຫ້ອອກໄປໄດ້ ແລະ ຍັງເຮັດໃຫ້ນຳ້ສະອາດຫລາຍກ່ວາປົກກະຕິ.
  2. ຖ້າຫລີກເວັ້ນໄດ້ກໍຄວນຫລີກເວັ້ນດີກ່ວາ ຫັນໄປໃຊ້ນຳ້ດື່ມບໍລິສຸດທີ່ເປັນນຳ້ຄຸນນະພາບມາໃຊ້ຫຸງເຂົ້າ ຈະເຮັດໃຫ້ເຂົ້າບໍ່ເສຍລົດຊາດ ແລະ ບໍ່ເສຍຄຸນປະໂຫຍດນຳອີກ.

 

 

 

ບາງເຫດຜົນທີ່ບໍ່ຄວນໃຊ້ນຳ້ປະປາຫຸງເຂົ້າ - 5 - ບາງເຫດຜົນທີ່ບໍ່ຄວນໃຊ້ນຳ້ປະປາຫຸງເຂົ້າ
ບາງເຫດຜົນທີ່ບໍ່ຄວນໃຊ້ນຳ້ປະປາຫຸງເຂົ້າ - 3 - ບາງເຫດຜົນທີ່ບໍ່ຄວນໃຊ້ນຳ້ປະປາຫຸງເຂົ້າ
ບາງເຫດຜົນທີ່ບໍ່ຄວນໃຊ້ນຳ້ປະປາຫຸງເຂົ້າ - 4 - ບາງເຫດຜົນທີ່ບໍ່ຄວນໃຊ້ນຳ້ປະປາຫຸງເຂົ້າ