ຊີໂນແວັກ-ຊີໂນຟາມ ກຽມທົດລອງວັກຊີນເຂັມກະຕຸ້ນ ສຳລັບຕ້ານເຊື້ອ “ໂອມິຄຣອນ”

ບໍລິສັດຈີນຍັງພະຍາຍາມພັດທະນາວັກຊີນເຊື້ອຕາຍເພື່ອຮັບມືໂອມິຄຣອນ, ຫລ້າສຸດຫາກໍໄດ້ຮັບອະນຸມັດໃຫ້ທົດລອງຢູ່ຮົງກົງ.
ວັນທີ 16 ເມສາ 2022, ສຳນັກຂ່າວຣອຍເຕີ (Reuters) ລາຍງານວ່າ: China National Biotec Group (CNBG) ຜູ້ພັດທະນາວັກຊີນຊີໂນຟາມ ແລະ Sinovac Biotech ຜູ້ພັດທະນາວັກຊີນຊີໂນແວັກ ເຊິ່ງເປັນວັກຊີນປ້ອງກັນພະຍາດໂຄວິດ-19 ຊະນິດເຊື້ອຕາຍຂອງຈີນ ໄດ້ຮັບການອະນຸມັດໃຫ້ເລີ່ມທົດລອງທາງຄລີນິກໃນຮົງກົງ ສຳລັບວັກຊີນສູດໃໝ່ທີ່ພັດທະນາຂຶ້ນເພື່ອຕ້ານເຊື້ອກາຍພັນ ສາຍພັນໂອມິຄຣອນ.
ຕາມລາຍງານລະບຸວ່າ: ທາງບໍລິສັດຈະເລີ່ມທົດລອງວັກຊີນ 2 ຊະນິດຂອງຊີໂນຟາມ ເພື່ອໃຊ້ສຳລັບກະຕຸ້ນພູມຕ້ານທານໃນກຸ່ມຜູ້ທີ່ໄດ້ຮັບວັກຊີນແລ້ວ 2-3 ເຂັມ.
ຜົນການສຶກສາໃນຈີນຊີ້ວ່າ: ການສັກວັກຊີນຊີໂນຟາມເປັນເຂັມທີ 4 ພາຍໃນໄລຍະເວລາ 6 ເດືອນຫລັງສັກເຂັມທີ 3 ນັ້ນ ບໍ່ໄດ້ເພີ່ມລະດັບແອນຕິບໍດີໃນການຕ້ານເຊື້ອໂອມິຄຣອນຢ່າງມີໄນສຳຄັນ.
ຂະນະທີ່ວັກຊີນອີກ 1 ສູດຂອງຊີໂນແວັກ ໄດ້ຂໍອະນຸຍາດມີການທົດລອງແລ້ວໃນຫລາຍປະເທດນັບແຕ່ເດືອນກຸມພາຜ່ານມາ ແລະ ເປັນລັດຖະບານຮົງກົງທີ່ອະນຸມັດຄຳຂໍເປັນບ່ອນທຳອິດ.
ປັດຈຸບັນ ຈີນກຳລັງປະສົບບັນຫາໃນການຄວບຄຸມການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ຕ້ອງມີການລັອກດາວເມືອງໃຫຍ່ ຄືຊຽງໄຮ້ ທີ່ເກີດການລະບາດໜັກທີ່ສຸດໃນຈີນ ນັບແຕ່ຈຸດເລີ່ມຕົ້ນຢູ່ເມືອງອູ່ຮັ່ນເມື່ອປີ 2019.
ອ້າງອີງ: