ເກີດມາເພື່ອສິ່ງນີ້, 60 ແຮັດທຣິກ ແລະ 13 ສະຖິຕິສຸດຍອດຂອງ ໂຣນັລໂດ
April 18, 2022 - 11:15 AM

ເຖິງຈະມີຜົນງານທີ່ຂຶ້ນໆລົງໆກັບ ແມນເຊສເຕີ ຢູໄນເຕັດ ແຕ່ ຄຣິສຕຽນໂນ ໂຣນັລໂດ ຍັງສ້າງຊື່ສຽງໃນຖານະຈອມຖະຫລົ່ມປະຕູໂຕເກ່ັງໄດ້ຄືເກ່ົາ.
ນັບເປັນຄັ້ງທີສອງທີ່ດາວຍິງຊາວໂປຣຕຸເກສຫວນກັບມາສວມຊຸດຂອງແມນຢູ ແລະ ລາວສະແດງໃຫ້ເຫັນວ່າຍັງເປັນທີ່ເພິ່ງພາໃນຍາມຍາກໃຫ້ກັບຕົ້ນສັງກັດໄດ້ສະເຫມີ.
ຈາກເກມຫລ້າສຸດໃນພຣີເມຍລີກ ດາວຍິງອາຍຸ 37 ປີ ຮັກສາຄວາມຫວັງໃນການຄວ້າອັນດັບສີ່ຂອງທີມໄດ້ຕໍ່ໄປດ້ວຍການເຫມົາ 3 ປະຕູຊ່ວຍໃຫ້ ຜີແດງ ເອົາຊະນະ ນໍຣິສ ທີມທ້າຍຕາຕະລາງໄປໄດ້ແບບໃຈຫາຍໃຈຂວ້ຳ 3-2.
ຈາກຜົນງານດັ່ງກ່າວ ເຮັດໃຫ້ມີການເປີດເຜີຍວ່າ ເປັນແຮັດທຣິກ ຄັ້ງທີ 60 ແລ້ວ ທີ່ລາວເຮັດໄດ້ນັບຕັ້ງແຕ່ເລີ່ມຕົ້ນອາຊີບນັກເຕະ ໂດຍແບ່ງເປັນເກມລະດັບສະໂມສອນ 50 ຄັ້ງ ແລະ ເກມລະດັບຊາດ 10 ຄັ້ງ.
ແນວໃດກໍດີ 60 ແຮັດທຣິກຂອງ ໂຣນັລໂດ ຍັງເຕັມໄປດ້ວຍສະຖິຕິອີກຫລວງຫລາຍດັ່ງນີ້ :
- 60 ແຮັດທຣິກ ແບ່ງເປັນການລົງຫລົິນໃຫ້ ຣິລ ມາດຣິດ 44 ຄັ້ງ, ແມນເຊສເຕີ ຢູໄນເຕັດ 3 ຄັ້ງ, ຢູເວນຕູສ 3 ຄັ້ງ ແລະ ທີມຊາດ ໂປຣຕຸເກສ 10 ຄັ້ງ.
- ເປັນນັກເຕະຄົນທີ 6 ທີ່ເຮັດ ແຮັດທຣິກໄດ້ໃນເກມໃນບ້ານຂອງພຣີເມຍລີກສອງນັດຕິດຕໍ່ກັນ ແລະ ເປັນນັກເຕະຄົນດຽວຂອງແມນຢູຄົນດຽວເທົ່ານັ້ນ.
- ລົງຫລິິ້ນລະດັບອາຊີບມາທັງຫມົດ 1,117 ນາທີ ໂຣນັລໂດ ມີສະຖິຕິເຮັດແຮັດທຣິກໄດ້ໃນທຸກໆ 18,6 ເກມ.
- ສູນຫນ້າໂປຣຕຸເກສ ເຮັດແຮັດທຣິກແບບເພີເຟັກໄດ້ທັງຫມົດ 9 ຄັ້ງ ຈາກການໃຊ້ຕີນຂວາ, ຕີນຊ້າຍ ແລະ ຫົວ ຍິງປະຕູໃນເກມດຽວກັນ.
- 50 ແຮັດທຣິກກັບສະໂມສອນຂອງ ໂຣນັລໂດ ແບ່ງໄດ້ເປັນເກມໃນ ລາ ລີກາ 34 ແຮັດທຣິກ, ເກມພຣີເມຍລີກ 3 ແຮັດທຣິກ, ເກມ ເຊເຣຍອາ 2 ແຮັດທຣິກ, ເກມ ແຊ໊ມປຽນລີກ 8 ແຮັດທຣິກ, ເກມໂກປາ ເດລ ເຣ 2 ແຮັດທຣິກ ແລະ ເກມ ສະໂມສອນໂລກ 1 ແຮັດທຣິກ.
- ຍິງແຮັດທຣິກຫລາຍທີ່ສຸດ 10 ຄັ້ງ ໃນເກມລະດັບຊາດ ແລະ ບໍ່ມີໃຜຍິງແຮັດທຣິກໃນແຊ໊ມປຽນລີກ ຫລາຍກວ່າລາວອີກແລ້ວ.
- ເຮັດແຮັດທຣິກໄດ້ຫລາຍກວ່າ ລີໂອເນລ ເມສຊີ ເຊິ່ງຍິງ 3 ໜ່ວຍໃນເກມດຽວກັນໃຫ້ ບາເຊໂລນາ ໄດ້ 48 ຄັ້ງ ແລະ ກັບທີມຊາດອາເຈນຕີນາອີກ 7 ຄັ້ງ ລວມເປັນ 55 ຄັ້ງ.
- ຍິງແຮັດທຣິກໄດ້ 30 ຄັ້ງ ກ່ອນມີອາຍຸຄົບ 30 ປີ ເມື່ອເດືອນກຸມພາ 2015 ແລະ ຍິງເພີ່ມອີກ 30 ແຮັດທຣິກ ນັບຈາກວັນນັ້ນ ຂະນະທີ່ ເມສຊີ ເຮັດໄດ້ 14 ແຮັດທຣິກ ຂະນະມີອາຍຸຄົບ 30 ປີເມື່ອເດືອນມິຖຸນາ 2017.
- ນັບຕັ້ງແຕ່ມີອາຍຸຄົບ 30 ປີ ໂຣນັລໂດ ຍິງແຮັດທຣິກຫລາຍກວ່ານັກເຕະຢ່າງ ຫລຸຍ ຊົວເຣສ, ເຊີຄີໂອ ອາເກວໂຣ, ເທຍຣີ ອອງຣີ ແລະ ຊະລາຕັນ ອິບຣາຮີໂມວິດ ຍິງ 3 ໜ່ວຍລວມກັນຕະຫລອດອາຊີບນັກເຕະຂອງພວກເຂົາອີກ.
- ຍິງແຮັດທຣິກໄດ້ຢ່າງຫນ້ອຍຫນຶ່ງຄັ້ງໃນ 14 ຈາກ 15 ປີຫລັງ ໂດຍຄັ້ງສຸດທ້າຍທີ່ລາວຍິງແຮັດທຣິກບໍ່ໄດ້ເກີດຂຶ້ນໃນປີ 2009.
- ໂຣນັລໂດ ຍິງປະຕູໄດ້ຫລາຍກວ່າ 20 ໜ່ວຍຕໍ່ເນື່ອງເຖິງ 16 ປີຕິດຕໍ່ກັນແລ້ວ ນັບແຕ່ລາວເຮັດໄດ້ຕັ້ງແຕ່ລະດູການ 2006/07 ເປັນຕົ້ນມາ.
- ເປັນນັກເຕະຄົນທຳອິດທີ່ມີອາຍຸຫລາຍກວ່າ 36 ປີທີ່ຍິງໄດ້ຫລາຍກວ່າ 15 ປະຕູໃນພຣີເມຍລີກລະດູການດຽວ.
- ເປັນນັກເຕະຫມາຍເລກ 7 ຂອງແມນຢູຄົນທຳອິດທີ່ຍິງປະຕູໄດ້ຫລາຍກວ່າ 20 ປະຕູຂຶ້ນໄປໃນລະດູການດຽວ ນັບແຕ່ລາວຍິງໄດ້ 26 ປະຕູໃຫ້ກັບແມນຢູ ລະດູການ 2008/09.