ຈີນຢືນຢັນ ພົບຜູ້ຕິດເຊື້ອໂຄວິດໃນຊຽງໄຮ້ ເສຍຊີວິດ 3 ຄົນທຳອິດນັບແຕ່ລັອກດາວ

ຈີນຢືນຢັນ ພົບຜູ້ຕິດເຊື້ອໂຄວິດໃນຊຽງໄຮ້ ເສຍຊີວິດ 3 ຄົນທຳອິດນັບແຕ່ລັອກດາວ - 124197557 gettyimages 1389863835 - ຈີນຢືນຢັນ ພົບຜູ້ຕິດເຊື້ອໂຄວິດໃນຊຽງໄຮ້ ເສຍຊີວິດ 3 ຄົນທຳອິດນັບແຕ່ລັອກດາວ
ຈີນຢືນຢັນ ພົບຜູ້ຕິດເຊື້ອໂຄວິດໃນຊຽງໄຮ້ ເສຍຊີວິດ 3 ຄົນທຳອິດນັບແຕ່ລັອກດາວ - kitchen vibe - ຈີນຢືນຢັນ ພົບຜູ້ຕິດເຊື້ອໂຄວິດໃນຊຽງໄຮ້ ເສຍຊີວິດ 3 ຄົນທຳອິດນັບແຕ່ລັອກດາວ

ຄະນະກຳມະການສຸຂະພາບແຫ່ງຊາດຂອງຈີນ (National Health Commission: NHC) ລາຍງານໃນວັນທີ 18 ເມສາວ່າ: ພົບຜູ້ຕິດເຊື້ອໂຄວິດໃນນະຄອນຊຽງໄຮ້ ເສຍຊີວິດຈຳນວນ 3 ຄົນ ໂດຍຖືເປັນຄັ້ງທຳອິດທີ່ມີລາຍງານຜູ້ເສຍຊີວິດຈາກໂຄວິດໃນຊຽງໄຮ້ຢ່າງເປັນທາງການ ນັບແຕ່ມີການປະກາດລັອກດາວເພື່ອຄວບຄຸມ ແລະ ປ້ອງກັນການແພ່ລະບາດຂອງໂຄວິດສາຍພັນໂອມິຄຣອນຢ່າງເຂັ້ມງວດນັບແຕ່ເດືອນມີນາຜ່ານມາ.

ຈາກການກວດສອບພົບວ່າ: ຜູ້ເສຍຊີວິດທັງໝົດມີອາຍຸລະຫວ່າງ 89 ເຖິງ 91 ປີ ຍັງບໍ່ໄດ້ຮັບການສັກວັກຊີນປ້ອງກັນໂຄວິດ ໂດຍທັງ 3 ຄົນຢູ່ໃນກຸ່ມຜູ້ຕິດເຊື້ອ 16 ຄົນ ໃນຊຽງໄຮ້ທີ່ມີອາການປ່ວຍຈັດຢູ່ໃນຂັ້ນຮຸນແຮງ.

ຈີນຢືນຢັນ ພົບຜູ້ຕິດເຊື້ອໂຄວິດໃນຊຽງໄຮ້ ເສຍຊີວິດ 3 ຄົນທຳອິດນັບແຕ່ລັອກດາວ - Visit Laos Visit SALANA BOUTIQUE HOTEL - ຈີນຢືນຢັນ ພົບຜູ້ຕິດເຊື້ອໂຄວິດໃນຊຽງໄຮ້ ເສຍຊີວິດ 3 ຄົນທຳອິດນັບແຕ່ລັອກດາວ
ຈີນຢືນຢັນ ພົບຜູ້ຕິດເຊື້ອໂຄວິດໃນຊຽງໄຮ້ ເສຍຊີວິດ 3 ຄົນທຳອິດນັບແຕ່ລັອກດາວ - Visit Laos Visit SALANA BOUTIQUE HOTEL - ຈີນຢືນຢັນ ພົບຜູ້ຕິດເຊື້ອໂຄວິດໃນຊຽງໄຮ້ ເສຍຊີວິດ 3 ຄົນທຳອິດນັບແຕ່ລັອກດາວ

ຂະນະທີ່ທາງການທ້ອງຖິ່ນເປີດເຜີຍວ່າ: ປັດຈຸບັນມີປະຊາກອນໃນຊຽງໄຮ້ອາຍຸເກີນ 60 ປີ ທີ່ໄດ້ຮັບການສັກວັກຊີນປ້ອງກັນໂຄວິດແລ້ວປະມານ 38%.

ຈາກຂໍ້ມູນຂອງ NHC ພົບວ່າ: ນັບແຕ່ວັນທີ 1 ມີນາຜ່ານມາ ມີຜູ້ຕິດເຊື້ອໂຄວິດໃນຊຽງໄຮ້ແລ້ວຫລາຍກວ່າ 3,72 ແສນຄົນ ໂດຍຈຳນວນຜູ້ຕິດເຊື້ອໃໝ່ຊ່ວງອາທິດຜ່ານມາ ເພີ່ມຂຶ້ນສະເລ່ຍວັນລະຫລາຍກວ່າ 20.000 ຄົນ ແລະ ໃນວັນທີ 17 ເມສາ ມີລາຍງານຜູ້ຕິດເຊື້ອອີກປະມານ 22.000 ຄົນ ເຊິ່ງຫລຸດລົງຈາກວັນກ່ອນໜ້າປະມານ 10% ໃນຈຳນວນນີ້ເປັນກໍລະນີການຕິດເຊື້ອແບບມີອາການປະມານ 2.400 ຄົນ.

ອ້າງອີງ:

ຈີນຢືນຢັນ ພົບຜູ້ຕິດເຊື້ອໂຄວິດໃນຊຽງໄຮ້ ເສຍຊີວິດ 3 ຄົນທຳອິດນັບແຕ່ລັອກດາວ - 4 - ຈີນຢືນຢັນ ພົບຜູ້ຕິດເຊື້ອໂຄວິດໃນຊຽງໄຮ້ ເສຍຊີວິດ 3 ຄົນທຳອິດນັບແຕ່ລັອກດາວ
ຈີນຢືນຢັນ ພົບຜູ້ຕິດເຊື້ອໂຄວິດໃນຊຽງໄຮ້ ເສຍຊີວິດ 3 ຄົນທຳອິດນັບແຕ່ລັອກດາວ - 5 - ຈີນຢືນຢັນ ພົບຜູ້ຕິດເຊື້ອໂຄວິດໃນຊຽງໄຮ້ ເສຍຊີວິດ 3 ຄົນທຳອິດນັບແຕ່ລັອກດາວ
ຈີນຢືນຢັນ ພົບຜູ້ຕິດເຊື້ອໂຄວິດໃນຊຽງໄຮ້ ເສຍຊີວິດ 3 ຄົນທຳອິດນັບແຕ່ລັອກດາວ - 3 - ຈີນຢືນຢັນ ພົບຜູ້ຕິດເຊື້ອໂຄວິດໃນຊຽງໄຮ້ ເສຍຊີວິດ 3 ຄົນທຳອິດນັບແຕ່ລັອກດາວ