ນັກວິໄຈຍີ່ປຸ່ນພັດທະນາ ໄມ້ຖູ່ໄຟຟ້າເພື່ອເພີ່ມລົດເຄັມ

ສາສະດາຈານຂອງມະຫາວິທະຍາໄລແຫ່ງໜຶ່ງໃນຍີ່ປຸ່ນ ຮ່ວມກັບນັກວິໄຈບໍລິສັດເຄື່ອງດື່ມ ພັດທະນາໄມ້ຖູ່ໄຟຟ້າເພີ່ມລົດເຄັມ ເພື່ອຊ່ວຍຫລຸດປະລິມານການບໍລິໂພກເກືອໃນແຕ່ລະວັນ.
ວັນທີ 19 ເມສາ 2022, ສຳນັກຂ່າວຣອຍເຕີລາຍງານວ່າ: ນັກວິໄຈຊາວຍີ່ປຸ່ນພັດທະນາໄມ້ຖູ່ລະບົບຄອມພິວເຕີທີ່ເສີມລົດເຄັມ ເພື່ອຊ່ວຍເຫລືອຜູ້ທີ່ຕ້ອງການຫລຸດປະລິມານໂຊດຽມໃນອາຫານໄດ້.
ດ້ວຍການພັດທະນາຮ່ວມກັນໂດຍ ສາສະດາຈານ ໂຮເມ ມິຢາຊິຕະ ຈາກມະຫາວິທະຍາໄລເມຈິ ແລະ ບໍລິສັດຜະລິດເຄື່ອງດື່ມ ຄິຣິນ ໂຮນດິ້ງ ໄມ້
ດ້ວຍການພັດທະນາຮ່ວມກັນໂດຍ ສາສະດາຈານ ໂຮເມ ມິຢາຊິຕະ ຈາກມະຫາວິທະຍາໄລເມຈິ ແລະ ບໍລິສັດຜະລິດເຄື່ອງດື່ມ ຄິຣິນ ໂຮນດິ້ງ ໄມ້ຖູ່ຈະເພີ່ມລົດຊາດດ້ວຍການໃຊ້ການກະຕຸ້ນໄຟຟ້າ ແລະ ມິນິຄອມພິວເຕີທີ່ຢູ່ໃນສາຍແຂນ.
ຕົວອຸປະກອນຈະໃຊ້ກະແສໄຟຟ້າອ່ອນ ເພື່ອສົ່ງຜ່ານໄອອອນຂອງໂຊດຽວຈາກອາຫານ ຜ່ານໄມ້ຖູ່ ແລະ ເຂົ້າສູ່ປາກ ເຊິ່ງສ້າງສຳຜັດລົດເຄັມໄດ້. ທ່ານ ມິຢາຊິຕະ ກ່າວ.
“ຜົນທີ່ໄດ້ຮັບ ຄື ມີລົດເຄັມເພີ່ມຂຶ້ນ 1,5 ເທົ່າ. ທ່ານ ມິຢາຊິຕະ ກ່າວ.
ທ່ານ ມິຢາຊິຕະ ແລະ ທີມຫ້ອງທົດລອງຂອງທ່ານສຳຫລວດວິທີຕ່າງໆຈຳນວນຫລາຍທີ່ເຕັກໂນໂລຊີສາມາດມີປະຕິກິລິຍາ ແລະ ກະຕຸ້ນປະສົບການປະສານສຳຜັດຂອງມະນຸດໄດ້. ນອກຈາກນີ້ ທ່ານຍັງພັດທະນາຈໍໂທລະພາບທີ່ເລຍໄດ້ ເຊິ່ງສາມາດຮຽນແບບລົດຊາດອາຫານທີ່ຫລາກຫລາຍໄດ້ນຳອີກ.
ໄມ້ຖູ່ເພີ່ມລົດຊາດອາດມີການກ່ຽວຂ້ອງເປັນພິເສດໃນຍີ່ປຸ່ນ ເຊິ່ງອາຫານແບບດັ້ງເດີມນິຍົມມີລົດເຄັມ ຜູ້ໃຫຍ່ຊາວຍີ່ປຸ່ນໂດຍສະເລ່ຍບໍລິໂພກເກືອປະມານ 10 ກຣາມຕໍ່ວັນ ເຊິ່ງຫລາຍກວ່າອົງການອະນາໄມໂລກ (WHO) ແນະນຳໄວ້ 2 ເທົ່າ.
ການໄດ້ຮັບໂຊດຽມຫລາຍເກີນໄປ ກ່ຽວຂ້ອງກັບສະພາບອັນຕະຫລາຍຕ່າງໆທີ່ເພີ່ມຂຶ້ນ ບໍ່ວ່າຈະເປັນຄວາມດັນເລືອດສູງ, ພະຍາດຫລອດເລືອດສະໝອງ ແລະ ອາການເຈັບປ່ວຍອື່ນໆ.
“ເພື່ອປ້ອງກັນພະຍາດເຫລົ່ານີ້ ເຮົາຕ້ອງຫລຸດປະລິມານເກືອທີ່ເຮົາບໍລິໂພກ” ທ່ານ ໄອ ຊາໂຕະ ນັກວິໄຈຂອງຄິຣິນ ກ່າວ.
“ຖ້າເຮົາພະຍາຍາມຫລີກລ່ຽງໂດຍການຫລຸດບໍລິໂພກເກືອໃນວິທີທຳມະດາທົ່ວໄປ ເຮົາຈຳເປັນຕ້ອງອົດທົນຕໍ່ຄວາມເຈັບປວດຂອງການບໍ່ຮັບປະທານອາຫານທີ່ເຮົາມັກ ຫລື ທົນຕໍ່ການຮັບປະທານອາຫານທີ່ຈືດຈາງ”
ທ່ານ ມິຢາຊິຕະ ແລະ ທ່ານ ຄິຣິນ ກຳລັງເຮັດໄມ້ຖູ່ຕົວຕົ້ນແບບຂອງພວກເຂົາໃຫ້ດີຂຶ້ນ ແລະ ຫວັງວ່າຈະສະເໜີຂາຍໄດ້ໄວທີ່ສຸດໃນປີໜ້າ.