ແມນຊິຕີ ບັນລຸຂໍ້ຕົກລົງສ່ວນຕົວກັບ ຮາແລນ ຫລັງພ້ອມຈ່າຍຄ່າເມື່ອຍແພງທີ່ສຸດໃນລີກ
April 19, 2022 - 9:48 PM

ສຳນັກຂ່ວເດລີເມລ ລາຍງານວ່າ ແມນເຊສເຕີ ຊິຕີ ທີມດັງແຫ່ງພຣີເມຍລີກ ອັງກິດ ບັນລຸຂໍ້ຕົກລົງສ່ວນຕົວກັບ ເອີຣິງ ເບຣົາ ຮາແລນ ດາວຍິງຂອງໂບຣຸສເຊຍ ດອດມຸນແລ້ວ.ຳ
ລາຍງານລຸບຸວ່າ ແມນເຊສເຕີ ຊິຕີ ເຂົ້າໃກ້ການຄວ້າຕົວ ຮາແລນ ມາເສີມຫນ້າຂອງພວກເຂົາ ຫລັງມີການເປີດເຜີຍວ່າ ທາງສະໂມສອນໄດ້ບັນລຸຂໍ້ຕົກລົງສ່ວນຕົວກັບນັກເຕະກັບທາງຕົວແທນຂອງລາວຮຽບຮ້ອຍແລ້ວ.
ເຊິ່ງມີການເປີດເຜີຍວ່າແມນເຊສເຕີ ຊິຕີ ພ້ອມຈະເຮັດໃຫ້ກອງຫນ້າຊາວນໍເວຄົນນີ້ ກາຍເປັນນັກເຕະທີ່ມີຄ່າເມື່ອຍແພງທີ່ສຸດໃນພຣີເມຍລີກ ອັງກິດ ເຊິ່ງເຂົາຈະໄດ້ຮັບຫລາຍຄ່າ 500,000 ປອນຕົວ.
ໂດຍຄາດວ່າແມນຊິຕີ ພວມຈະໃຫ້ເງື່ອນໄຂໃນການຈີກສັນຍາຄວ້າຮາແລນ ຈາກໂບຣຸສເຊຍ ດອດມຸນ ໃນລາຄາ 63 ລ້ານປອນ ແລະ ຈະເຊັນສັນຍາກັບນັກເຕະຄົນນີ້ເປັນໄລຍະເວລາ 5 ປີ.