ເມື່ອຖືກໝາກັດຈະຕ້ອງເຮັດແນວໃດ ?

ເມື່ອຖືກໝາກັດຈະຕ້ອງເຮັດແນວໃດ ? - advert banner 728 90 728x90 - ເມື່ອຖືກໝາກັດຈະຕ້ອງເຮັດແນວໃດ ?

ສັດຫຍັງແດ່ທີ່ມີໂອກາດເຮັດໃຫ້ເປັນພະຍາດວໍ້ : ເຊິ່ງພົບຫລາຍທີ່ສຸດແມ່ນໝາ ຮອງລົງມາແມ່ນແມວ, ມ້າ, ລີງ, ງົວ ແລະ ຄວາຍ ໄປຈົນເຖິງໜູ ແລະ ກະຮອກ.

ເມື່ອຖືກໝາກັດຈະຕ້ອງເຮັດແນວໃດ ? - new3 - ເມື່ອຖືກໝາກັດຈະຕ້ອງເຮັດແນວໃດ ?

– ໂອກາດທີ່ຈະເປັນພະຍາດວໍ້ຈາກການຖືກສັດກັດ : ຖ້າບໍ່ຮູ້ວ່າສັດເປັນພະຍາດວໍ້ຫລືບໍ່ ໃຫ້ຖືວ່າເປັນໄວ້ກ່ອນ ສ່ວນຜູ້ທີ່ຖືກໝາ ຫລື ສັດທີ່ເປັນພະຍາດວໍ້ກັດ ໂອກາດເປັນພະຍາດໂດຍສະເລ່ຍປະມານ 35% ຂຶ້ນກັບບໍລິເວນທີ່ຖືກກັດ ຖ້າຖືກກັດຢູ່ຂາ ໂອກາດເປັນພະຍາດມີປະມານ 21%, ຖ້າຖືກກັດຢູ່ໃບໜ້າ ມີໂອກາດເປັນພະຍາດວໍ້ປະມານ 88%, ຖ້າເປັນບາດແຜຕື້ນ, ແຜລອກ ມີໂອກາດເປັນພະຍາດວໍ້ຈະໜ້ອຍກ່ວາບາດແຜເລິິກຫລາຍບາດແຜ.

– ເຊື້ອຕິດຕໍ່ມາສູ່ຄົນໄດ້ແນວໃດ ? ເຊື້ອໄວຣັສຈະຢູ່ໃນນຳ້ລາຍ ຊ່ອງທາງຕິດຕໍ່ສູ່ຄົນທີ່ພົບຫລາຍແມ່ນຖືກກັດ ໂດຍທົ່ວໄປເຊື້ອຈະເຂົ້າທາງຜິວໜັງປົກກະຕິບໍ່ໄດ້ ແຕ່ອາດເຂົ້າທາງຜິວໜັງທີ່ມີບາດແຜຢູ່ ຫລື ມີຮອຍຂູດ. ນອກຈາກນີ້, ຍັງເຂົ້າໄດ້ທາງເຍື່ອເມືອກ ໄດ້ແກ່ເນື້ອເຍື່ອຕາ, ເນື້ອເຍື່ອດັງ ແລະ ເນື້ອເຍື່ອພາຍໃນຜົ້ງປາກ.

– ຂໍ້ຄວນປະຕິບັດເມື່ອຖືກໝາກັດ :

ເມື່ອຖືກໝາກັດຈະຕ້ອງເຮັດແນວໃດ ? - lattana 1 - ເມື່ອຖືກໝາກັດຈະຕ້ອງເຮັດແນວໃດ ?
  1. ໃຫ້ຟ້າວລ້າງບາດແຜໂດຍນຳ້ ແລະ ສະບູຫລາຍໆເທື່ອ, ພະຍາຍາມລ້າງໃຫ້ເຂົ້າເຖິງຮອຍເລິກຂອງບາດແຜ, ເຮັດຄວາມສະອາດຊຳ້ໂດຍນຳ້ຢາຂ້າເຊື້ອ ເຊັ່ນ : ໂພວິໂດນ – ໄອໂອດີນ, ເຫລົ້າ 70%, ຖ້າບາດແຜໃຫຍ່ມີເລືອດອອກກໍຄວນປ່ອຍໃຫ້ເລືອດອອກໄລຍະໜຶ່ງກ່ອນ ເພື່ອລ້າງນຳ້ລາຍທີ່ອາດມີເຊື້ອໄວຣັສອອກກ່ອນ ຖ້າສາມາດເຝົ້າເບິ່ງອາການສັດ (ກໍລະນີມີເຈົ້າຂອງ) ຄວນກັກຂັງ ແລະ ເຝົ້າເບິ່ງອາການຢ່າງໜ້ອຍ 10 ມື້ ກໍລະນີທີ່ສັດຕາຍ ຄວນເອົາໄປກວດຫາເຊື້ອ, ຄວນໄປໂຮງໝໍເພື່ອ ຮັບການສັກວັກແຊັງປ້ອງກັນພະຍາດວໍ້ ແລະ ວັກແຊັງປ້ອງກັນພະຍາດບາດທະຍັກ. ກໍລະນີມີບາດແຜຈີກຂາດ ໃຫ້ປິ່ນປົວບາດແຜໄປກ່ອນ ໂດຍຍັງບໍ່ຕ້ອງຫຍິບບາດແຜ ເນື່ອງຈາກບາດແຜເປື້ອນ ໂອກາດຕິດເຊື້ອຈະສູງຫລາຍຖ້າຫຍິບ.
  2. ກິນຢາປິ່ນປົວ ແລະ ຢາແກ້ປວດຕາມແພດສັ່ງ ຫາກມີອາການຜິດປົກກະຕິ ເຊັ່ນ : ປວດບາດແຜຫລາຍ, ຈັງຊາ ຫລື ຄັນອ້ອມໆບາດແຜ, ມີໄຂ້ຂຶ້ນ ໃຫ້ຟ້າວໄປໂຮງໝໍ. ບໍ່ວ່າຈະສາມາດເຝົ້າເບິ່ງອາການໄດ້ຫລືບໍ່ ໂດຍສະເພາະສັດທີ່ບໍ່ມີເຈົ້າຂອງ ຫລື ກັດແລ້ວໜີ ຄວນໂປໂຮງໝໍທັນທີ ຢ່າລໍຖ້າໃຫ້ໝາມີອາການກ່ອນ ເພາະໄລຍະຟັກໂຕທັງໃນຄົນ ແລະ ສັດບໍ່ແນ່ນອນ ຄົນອາດມີອາການກ່ອນສັດໄດ້ ປະຫວັດການໄດ້ຮັບວັກແຊັງປ້ອງກັນພະຍາດວໍ້ຂອງສັດ, ສັດມີເຈົ້າຂອງບໍ່ເຄີຍອອກນອກເຮືອນ, ບໍ່ເຄີຍໄປກັດຄົນກໍບໍ່ໄດ້ໝາຍຄວາມວ່າສັດນັ້ນບໍ່ເປັນພະຍາດວໍ້. ສະນັ້ນ, ຄົນປ່ວຍຄວນໄດ້ຮັບວັກແຊັງ ບໍ່ວ່າກໍລະນີໃດໆ ເຊິ່ງວັກແຊັງມີ 2 ຊະນິດ ຄື :
  3. ວັກແຊັງທຳມະດາ ແມ່ນວັກແຊັງທີ່ຕ້ອງໃຊ້ເວລາໃນການກະຕຸ້ນໃຫ້ຮ່າງກາຍສ້າງພູມຕ້ານທານ.
  4. ວັກແຊັງອິມມູໂນໂກລບູລິນ ແມ່ນວັກແຊັງທີ່ເປັນພູມຕ້ານທານທັນທີ ໂດຍບໍ່ຕ້ອງໃຊ້ເວລາກະຕຸ້ນ ເຊິ່ງເປັນວັກແຊັງທີ່ມີລາຄາແພງ.

– ວັກແຊັງປ້ອງກັນພະຍາດວໍ້ ໂດຍປົກກະຕິຄວນໄດ້ຮັບວັກແຊັງທຳມະດາ ເຊິ່ງ 1 ຊຸດຈະມີ 5 ເຂັມ ໃຊ້ເວລາໃນການສັກປະມານ 1 ເດືອນ ໂດຍສັກວັກແຊັງໃນມື້ທຳອິດທີ່ຖືກສັດກັດ ແລະ ໃນມື້ທີ 3, 7, 14, 30 ຫລັງສັດກັດຕາມລຳດັບ. ສ່ວນວັກແຊັງອິມມູໂນໂກລບູລິນ ເປັນວັກແຊັງລາຄາແພງ ສະນັ້ນຈະໃຊ້ກໍຕໍ່ເມື່ອສົງໄສວ່າສັດເປັນພະຍາດວໍ້ແນ່ນອນ ໂດຍກັດອະໄວຍະວະທີ່ສຳຄັນ ເຊິ່ງມີເສັ້ນປະສາດໄປລ້ຽງຫລາຍ ເຊັ່ນ : ໜ້າ, ຝາມື, ຝາຕີນ, ອະໄວຍະວະເພດ, ບາດແຜໃຫຍ່, ບາດແຜເລິກ.

ເມື່ອຖືກສັດກັດບໍ່ວ່າກໍລະນີໃດກໍຕາມ ຄວນສົງໄສໄວ້ກ່ອນວ່າອາດມີເຊື້ອພະຍາດວໍ້ ແລະ ຟ້າວປະຖົມພະຍາດບານ ເພາະເຖິງວ່າຈະໝັ້ນໃຈວ່າສັດທີ່ກັດບໍ່ມີເຊື້ອພະຍາດວໍ້, ແຕ່ບາດແຜທີ່ຖືກກັດກໍອາດຕິດເຊື້ອໄດ້ ສິ່ງທີ່ຄວນເຮັດແມ່ນຟ້າວໄປໂຮງໝໍຫລັງຈາກຖືກສັດກັດທັນທີຈະດີທີ່ສຸດ.

error: Content is protected !!