ທ່ານ ນາງ ວິລາວັນ ເຍ່ຍປໍເຮີ່ ຍື່ນສານຕາຕັ້ງເພື່ອດຳລົງຕຳແໜ່ງເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ກາຊັກສະຖານ

ວັນທີ 19 ເມສາ 2022 ຜ່ານມາ, ທ່ານ ນາງ ວິລາວັນ ເຍ່ຍປໍເຮີ່, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສະຫະພັນຣັດເຊຍ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ Kassym-Jomart Tokayev, ປະທານາທິບໍດີ ແຫ່ງ ສາທາລະນະລັດກາຊັກສະຖານ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສາທາລະນະລັດກາຊັກສະຖານ ທີ່ມີສໍານັກງານຕັ້ງຢູ່ ນະຄອນຫລວງມົດສະກູ, ສ. ຣັດເຊຍ. ໃນພິທີຍື່ນສານ ໄດ້ມີບັນດາເອກອັກຄະລັດຖະທູດປະເທດຕ່າງໆ ເຂົ້າຮ່ວມທັງຫມົດ 10 ປະເທດ, ຊຶ່ງລວມມີ ປະເທດ ກູບາ, ສປປ ລາວ, ໂດມານີແກນ, ອາເຈນຕິນາ, ບັງກາລາເທດ, ເປຣູ, ຣູອານດາ, ເບນິນ, ນີເກເຣຍ ແລະ ຈາດ.
ກ່ອນໜ້າ¬ມື້ຍື່ນສານຕາຕັ້ງຢ່າງເປັນທາງການ, ວັນທີ 18 ເມສາ 2022 ທ່ານ ທູດເຮົາ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ Adil Kapanovich Tursunov, ຮອງລັດຖະມົນຕິກະຊວງການຕ່າງປະເທດ ກາຊັກສະຖານ ເພື່ອຍື່ນສຳເນົາສານຕາຕັ້ງ ແລະ ໃນໂອກາດດັ່ງກ່າວນັ້ນ, ສອງຝ່າຍ ກໍໄດ້ຕີລາຄາສູງຕໍ່ສາຍພົວພັນທີ່ເປັນມູນເຊື້ອ ແລະ ການຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ-ກາຊັກສະຖານ ແລະ ໄດ້ປຶກສາຫາລື ກ່ຽວກັບແຜນການພົວພັນ ໃນຕໍ່ຫນ້າ.
ໃນໂອ¬ກາດການຍື່ນສານຕາຕັ້ງ, ທ່ານ Kassym-Jomart Tokayev, ປະທານາທິບໍດີ ແຫ່ງ ສາທາລະນະລັດກາຊັກສະຖານ ໄດ້ອອກຄຳເຫັນ ແລະ ໄດ້ເນັ້ນໜັກເຖິງ ສະພາບການທາງດ້ານພູມສາດ-ການເມືອງ ແລະ ພື້ນຖານເສດຖະກິດໃນທົ່ວໂລກ ໃນໄລຍະຜ່ານມາ ເຫັນວ່າພົບຄວາມຫຍຸ້ງຍາກທີ່ສຸດ, ເນື່ອງຈາກ ການແພ່ລະບາດຂອງເຊື້ອພະຍາດໂຄວິດ-19 ໄດ້ກາຍເປັນບົດທົດສອບທີ່ຮ້າຍແຮງ ສໍາລັບປະເທດຂອງພວກເຮົາ.ຄຽງຄູ່ກັນນັ້ນ, ຄວາມເຄັ່ງຕຶງທີ່ກຳລັງເກີດຂຶ້ນ ທີ່ກ່ຽວພັນກັບການພົວພັນສາກົນໃນປັດຈຸບັນ ກໍ່ໄດ້ສົ່ງຜົນສະທ້ອນເຖິງການພັດທະນາໃນທົ່ວໂລກ.
ພ້ອມນັ້ນ, ທ່ານ ປະທານາທິບໍດີກາຊັກສະຖານ ກໍ່ໄດ້ສະແດງຄວາມມຸ່ງຫວັງ ໃຫ້ມີການແກ້ໄຂຂໍ້ຂັດແຍ້ງທີ່ກຳລັງເກີດຂຶ້ນຢ່າງຮີບດ່ວນ ແລະ ຍຸຕິທຳ ໂດຍອີງຕາມກົດບັດຂອງອົງການ ສປຊ. ໃນໂອກາດດຽວກັນ ທ່ານ Kassym-Jomart Tokayev ໄດ້ກ່າວວ່າ: ກາຊັກສະຖານ ແມ່ນກຽມພ້ອມທີ່ຈະໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ຢ່າງເຕັມທີ່. ສະນັ້ນ, ເພື່ອເປັນການກໍ່ສ້າງລັດໃນສະພາບການທີ່ມີການແຂ່ງຂັນ, ມີປະຊາທິປະໄຕ ແລະ ມີສັງຄົມຢ່າງແທ້ຈິງ, ພວກເຮົາ ຈຶ່ງມີຄວາມຈຳເປັນທີ່ຈະກ້າວໄປສູ່ການພັດທະນາສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ ແລະ ເສີມສ້າງມິດຕະພາບ ກັບບັນດາປະເທດຕ່າງໆໃນທົ່ວໂລກ. ພ້ອມທັງໄດ້ກ່າວເຖິງຜົນສຳເລັດໃນການພັດທະນາເສດຖະກິດສັງຄົມ ຂອງກາຊັກສະຖານ ແລະ ພ້ອມນັ້ນ, ທ່ານ Kassym-Jomart Tokayev ກໍໄດ້ສະແດງຄວາມຊົມເຊີຍ ແລະ ຍິນດີຕ້ອນຮັບບັນດາທູດປະເທດຕ່າງໆ ທີ່ມາດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມປະຈໍາ ສາທາລະນະລັດກາຊັກສະຖານ ຢ່າງເປັນທາງການ, ໃນນັ້ນ ລວມທັງ ທ່ານ ທູດເຮົາ ແລະ ກໍໄດ້ອວຍພອນປີໃຫມ່ລາວ ພສ 2565 ທີ່ຫາກໍຜ່ານພົ້ນໄປຫວ່າງບໍ່ດົນມານີ້.
ພ້ອມດຽວກັນນັ້ນ, ທ່ານ ທູດເຮົາ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບ ແລະ ຮູ້ສຶກເປັນກຽດຢ່າງສູງ ທີ່ໄດ້ເປັນເອກອັກຄະລັດຖະທູດ ປະຈຳ ສາທາລະນະລັດກາຊັກສະຖານ ແລະ ພ້ອມທັງ ໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ພອນໃຊອັນປະເສີດຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ເຖິງ ພະນະທ່ານ ປະທານາທິບໍດີ ກາຊັກສະຖານ, ລວມທັງ ປະຊາຊົນ ກາສັກສະຖານ ທຸກຖ້ວນໜ້າ, ຊຶ່ງເພິ່ນກໍໄດ້ສະແດງຄວາມຂອບໃຈ ແລະ ຝາກຄຳອວຍພອນ ເຖິງຄູ່ຮ່ວມຕໍາແໜ່ງ ແຫ່ງ ສປປ ລາວ ເຊັ່ນດຽວກັນ.