ລັດ ປະກາດແລ້ວ ຫຼຽນຄຳ ຊີເກມ ຄັ້ງທີ 29 ຈະໄດ້ເງິນໂບນັດ 29 ລ້ານກີບ

ລັດຖະບານ ກໍຄືກະຊວງສຶກ ສາທິການ ແລະ ກິລາ (ສສກ) ປະກາດຈະໃຫ້ເງິນໂບນັດແກ່ທັບນັກກິລາລາວ ຈຳນວນ 22 ປະ ເພດກິລາ ຖ້າສາມາດຍາດໄດ້ ຫຼຽນຄຳ ຈະມີລາງວັນເງິນສົດ ຫຼຽນລະ 25 ລ້ານກີບ ພ້ອມເງິນ ອັດສີດ 2.5 ລ້ານກີບ ແລະ ຫຼຽນ ໄຊແຮງງານຊັ້ນ 2. ສ່ວນຫຼຽນ ເງິນ ຈະໄດ້ຮັບລາງວັນເງິນສົດ 15 ລ້ານກີບ ພ້ອມເງິນອັດສີດ 2 ລ້ານກີບ ແລະ ຫຼຽນໄຊແຮງງານ ຊັ້ນ3. ຂະນະທີ່ ຫຼຽນທອງ ຈະໄດ້ ຮັບລາງວັນເງິນສົດ 10 ລ້ານກີບ ພ້ອມເງິນອັດສີດ 1.6 ລ້ານກີບ ແລະ ຫຼຽນກາແຮງງານ.
ໃນວັນທີ 7 ສິງຫາຜ່ານມາ ທີ່ໂຮງແຮມລ້ານຊ້າງ ນະ ຄອນຫຼວງວຽງຈັນ ໄດ້ມີພິທີຖະ ແຫຼງຂ່າວ ແລະ ປະກາດອັດສີດ ໃຫ້ເງິນລາງວັນໂບນັດແກ່ທັບນັກກິລາລາວ ຈຳນວນ 2 ປະເພດ ເຂົ້າລ່າຫຼຽນຄຳງານມະຫະກຳກິລາຊີເກມ ຄັ້ງທີ 29 ທີ່ປະເທດມາ ເລເຊຍ ເປັນເຈົ້າພາບ ໂດຍໃຫ້ ກຽດເຂົ້າຮ່ວມຂອງ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະ ມົນຕີກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານຄະນະກຳ ມະການໂອແລມປິກແຫ່ງຊາດ ລາວ ພ້ອມດ້ວຍຮອງລັດຖະມົນ ຕີ, ຫົວໜ້າ-ຮອງຫົວໜ້າກົມ, ພະ ແນກ, ບັນດາຜູ້ໃຫ້ການສະໜັບ ສະໜູນ, ຄູເຝິກ ແລະ ນັກກິລາທີມ ຊາດລາວ ເຂົ້າຮ່ວມ.
ໂອກາດນີ້ ທ່ານ ແສງພອນ ຫົວໜ້າກົມກິລາລະດັບສູງ ກະ ຊວງ ສສກ ໄດ້ປະກາດນະໂຍ ບາຍເງິນໂບນັດໃຫ້ແກ່ທັບນັກກິ ລາລາວ ເຂົ້າຮ່ວມຊີເກມ ຖ້າຫາກ ນັກກິລາຄົນໃດຄົນໜຶ່ງ ຫຼື ປະເພດ ກິລາໃດໜຶ່ງສາມາດຍາດໄດ້ຫຼຽນຄຳ ໃນງານດັ່ງກ່າວ ລັດຖະບານ ພ້ອມຈະໃຫ້ລາງວັນເງິນສົດຫຼຽນລະ 25 ລ້ານກີບ ພ້ອມເງິນອັດສີດ 2.5 ລ້ານກີບ ແລະ ຫຼຽນໄຊແຮງ ງານ ຊັ້ນ 2. ສ່ວນຫຼຽນເງິນ ຈະ ໄດ້ຮັບລາງວັນເງິນສົດ 15 ລ້ານ ກີບ ພ້ອມເງິນອັດສີດ 5 ລ້ານ ກີບ ແລະ ຫຼຽນໄຊແຮງງານຊັ້ນ 3. ຂະນະທີ່ຫຼຽນທອງ ຈະໄດ້ຮັບ ລາງວັນເງິນສົດ 10 ລ້ານກີບ ພ້ອມເງິນໂບນັດ 1.6 ລ້ານກີບ ແລະ ຫຼຽນກາແຮງງານ. ນອກ ຈາກນັ້ນ ບໍລິສັດເບຍລາວ ຈຳກັດ ຍັງປະກາດຈະໃຫ້ເງິນອັດສີດ ຫຼຽນຄຳ 8 ລ້ານກີບ, ຫຼຽນເງິນ 3 ລ້ານກີບ ແລະ ຫຼຽນທອງ 1 ລ້ານກີບ.
ຂ່າວຈາກ:laosportnews.com.