ອົງຄະນະພັກແຂວງຈຳປາສັກ ໃຊ້ບາງມາດຕະການຈຳເປັນຕາມ 2 ວາລະແຫງຊາດ

ໃນກອງປະຊຸມຄົບຄະນະບໍລິຫານງານພັກແຂວງຈຳປາສັກຄັ້ງທີ 7 ສະໄໝທີ VIII ທີ່ຈັດຂຶ້ນໃນວັນທີ 20-21 ເມສາ 2022 ທີ່ສະໂມສອນແຂວງໂດຍສະຫາຍ ວິໄລວົງ ບຸດດາຄໍາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງດັ່ງກ່າວພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມນັ້ນ ໄດ້ຍົກໃຫ້ເຫັນການນຳ ພາ-ຊີ້ນຳວຽກງານຮອບດ້ານ 3 ເດືອນຕົ້ນປີ 2022 ໂດຍສະເພາະການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການປະຕິບັດມາດຕະການຈຳເປັນຕາມວາລະແຫ່ງຊາດ ແລະ ວາລະຂອງແຂວງວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຢ່າງຕັ້ງໜ້າ.
ຈາກການນຳພາຊີ້ນຳ ເຮັດໃຫ້ເສດຖະກິດຂອງແຂວງຂະຫຍາຍຕົວດີຂຶ້ນ ໂດຍເຫັນໄດ້ຈາກລວມຍອດມູນຄ່າການຜະລິດພາຍໃນ GDP ໄດ້ກວ່າ 7.034 ຕື້ກີບ ບັນລຸ 29,7% ຂອງແຜນ, ສະເລ່ຍຕໍ່ຫົວຄົນໄດ້ 9,14 ລ້ານກີບ ຫລື 799 ໂດລາ, ພື້ນຖານໂຄງລ່າງລະບົບເສັ້ນທາງ, ຕາໜ່າງໄຟຟ້າ, ນໍ້າປະປາເພື່ອຮັບໃຊ້ການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງ, ກໍ່ສ້າງ ແລະ ຂະຫຍາຍ ຕົວຢ່າງຕໍ່ເນື່ອງ ເຊິ່ງພົ້ນເດັ່ນມາຮອດປັດຈຸບັນ 641 ບ້ານທົ່ວແຂວງມີໄຟຟ້າຊົມໃຊ້ກວມ 100%. ນອກນີ້ຍັງໄດ້ນຳພາຊີ້ນຳການຄຸ້ມຄອງຊາຍແດນ, ການແກ້ໄຂສະພາບການລັກຂ້າມບໍລິເວນຊາຍແດນລາວ-ໄທ, ລາວ-ກຳປູເຈຍ ແລະ ການແກ້ໄຂບັນຫາຢາເສບຕິດ.