ມຽນມາ ພວມຂາດແຄນນ້ຳມັນເຊື້ອໄຟຮຸນແຮງ
April 22, 2022 - 10:28 AM

ສຳນັກຂ່າວ BBC ລາຍງານ ວັນທີ 21 ເມສາ 2022 ຜ່ານມານີ້ ວ່າ: ມຽນມາ ພວມຜະເຊີນກັບ ສະພາບການຂາດແຄນ ນ້ຳມັນ ເຊື້ອໄຟ ຮຸນແຮງ ພາຍຫລັງລັດຖະບານມຽນມາ ໄດ້ປະກາດ ໃຫ້ປ້ຳນ້ຳມັນເຊື້ອໄຟທົ່ວປະເທດຈຳກັດ ປະລິມານການຈຳໜ່າຍນ້ຳມັນໃຫ້ປະຊາຊົນບໍ່ເກີນ 30.000 ຈາດຕໍ່ຄົນ ເປັນສ່ວນໜຶ່ງ ໃນມາດຕະການຂອງລັດຖະບານ ໃນການຄຸ້ມຄອງ ນ້ຳມັນເຊື້ອໄຟສົ່ງຜົນໃຫ້ ປະຊາຊົນຈຳນວນຫລາຍ ໄປຕໍ່ແຖວໃສ່ນ້ຳມັນ ໂດຍສະເພາະນະຄອນຢ່າງກຸ້ງ ເມືອງມະລະແໜ່ງ (Mawlamyine) ຜະເຊີນບັນຫາຂາດແຄນນ້ຳມັນຈົນເຮັດໃຫ້ລົດໂດຍສານຈຳນວນຫລາຍເລີ່ມຢຸດໃຫ້ບໍລິການຊົ່ວຄາວເພາະນ້ຳມັນ ບໍ່ພຽງພໍອີກທັງສິນຄ້າປະເພດຕ່າງໆປັບຂຶ້ນລາຄາ ເຊັ່ນກັນ.
ເຄຣດິດ: ຂປລ