7 ວັນອັນຕະລາຍ ຄົນຕາຍຫລາຍກວ່າ ໂຄວິດ-19

ໂດຍ: ທິດກໍ່າ
ບຸນປີໃໝ່ລາວປີນີ້ ຫລາຍທ້ອງຖິ່ນເຂດແຂວງຕ່າງໆກໍມີຄວາມເບີກບານມ່ວນຊື່ນ, ພາກັນຫົດສົງພະຕາມວັດວາອາຮາມ, ທຳບຸນ ແລະ ອວຍພອນກັນຕາມຮີດຄອງປະເພນີອັນດີງາມຂອງຊາດ. ບັນຍາກາດທີ່ມ່ວນຊື່ນໂດດເດັ່ນ ແລະ ມີຄວາມໝາຍທີ່ສຸດກໍແມ່ນຢູ່ນະຄອນຫລວງພະບາງ ເມືອງມໍລະດົກໂລກ ໄດ້ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄປສຳຜັດກັບບັນຍາກາດປີໃໝ່ລາວຢ່າງເບີກບານມ່ວນຊື່ນ ແລະ ຄັບຄາໜາແໜ້ນ. ອັນທີ່ພິເສດສຸດໆ ໄດ້ມີທ່ານປະທານປະເທດ ທອງລຸນ ສີສຸລິດ ໄປໃຫ້ກຽດເຂົ້າຮ່ວມຄາຣະວະຫົດສົງພະບາງອົງສັກສິດ ແລະ ເປັນມິ່ງຂວັນອີກອົງໜຶ່ງຂອງຊາດລາວຄົນລາວເຮົາ ໃນມື້ວັນທີ 17 ເມສາ 2022 ຜ່ານມາ. ສ່ວນຢູ່ເຂດແຂວງອື່ນໆໃນທົ່ວປະເທດຕ່າງກໍໄດ້ສະຫລອງ ແລະ ມ່ວນຊື່ນກັນຕາມຮີດຄອງປະເພນີ ໄປຄຽງຄູ່ກັບການປະຕິບັດບັນດາມາດຕະການຕ້ານໂຄວິດ-19 ເປັນຢ່າງດີ.
ສຳລັບຢູ່ນະຄອນຫລວງວຽງຈັນປີນີ້ ຊາວນະຄອນຫລວງ ຕະຫລອດເຖິງຜູ້ທີ່ໄດ້ທຳງານ, ທຳມາຫາກິນ, ເຮັດທຸລະກິດການງານສ່ວນຫລາຍໄດ້ມີໂອກາດໄປທ່ອງທ່ຽວຕ່າງແຂວງ ຫລື ໄປຢ້ຽມຢາມຄອບຄົວ, ພໍ່ແມ່, ຍາດຕິພີ່ນ້ອງຢູ່ທ້ອງຖິ່ນໃຜມັນດ້ວຍຄວາມອີ່ມເອີບມ່ວນຊື່ນ ເພາະບຸນປີໃໝ່ປີນີ້ໄດ້ແກ່ຍາວພັກເຖິງ 5 ວັນເຕັມ ໄລ່ທັງວັນພັກຊົດເຊີຍ ແລະ ວັນເສົາ, ວັນອາທິດ.
ແຕ່ແນວໃດກໍຕາມ, ສິ່ງທີ່ບໍ່ເພີງປາຖະໜາໃນງານສະເຫລີມສະຫລອງປີໃໝ່ປີນີ້ກໍຄືທຸກໆປີຜ່ານມາ ກໍແມ່ນບັນຫາອຸບັດຕິເຫດໃນໄລຍະບຸນ ອັນໄດ້ເຮັດໃຫ້ມີຜູ້ເຈັບ, ຜູ້ເປັນ ແລະ ເສຍຊີວິດໃນແຕ່ລະປີບໍ່ແມ່ນຂອງໜ້ອຍ. ສຳລັບປີນີ້ ອີງຕາມການໃຫ້ຂໍ້ມູນຂອງທ່ານ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕຳຫລວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫລງໃນຕອນບ່າຍຂອງວັນທີ 18 ເມສາ 2022 ນີ້ວ່າ: ໃນໄລຍະ 7 ວັນ ນັບແຕ່ວັນທີ 11 ຫາ 17 ເມສາ 2022 ໄລຍະສະເຫລີມສະຫລອງບຸນປີໃໝ່ລາວ ພສ 2565 ທົ່ວປະເທດມີອຸປະຕິເຫດເກີດຂຶ້ນທັງໝົດ 312 ລາຍ ທຽບໃສ່ປີ 2021 ຜ່ານມາ ຫລຸດລົງ 26 ຄັ້ງ, ມີພາຫະນະເປ່ເພ 545 ຄັນ ຫລຸດລົງ 65 ຄັນ, ໄດ້ຮັບບາດເຈັບ 552 ຄົນ ຫລຸດລົງ 19 ຄົນ, ເສຍຊີວິດ 35 ຄົນ ຍິງ 5 ຄົນ ທຽບໃສ່ປີ 2021 ຫລຸດລົງ 9 ຄົນ. ແຂວງທີ່ມີອຸປະຕິເຫດຫລາຍກວ່າໝູ່ແມ່ນນະຄອນຫລວງວຽງຈັນ, ຮອງລົງມາແມ່ນແຂວງວຽງຈັນ, ຈຳປາສັກ, ບໍລິຄຳໄຊ, ສະຫວັນນະເຂດ, ຫລວງນ້ຳທາ, ອຸດົມໄຊ, ໄຊຍະບູລີ, ຫລວງພະບາງ, ສາລະວັນ, ບໍ່ແກ້ວ, ອັດຕະປື, ຄຳມ່ວນ, ຊຽງຂວາງ, ຜົ້ງສາລີ, ຫົວພັນ, ໄຊສົມບູນ ແລະ ເຊກອງ ຕາມລຳດັບ. ສ່ວນແຂວງທີ່ມີຄົນເສຍຊີວິດຫລາຍກວ່າໝູ່ແມ່ນຢູ່ນະຄອນຫລວງວຽງຈັນ ມີເຖິງ 8 ຄົນ, ຮອງລົງມາແມ່ນຈຳປາສັກ ມີ 6 ຄົນ, ໄຊຍະບູລີ 5 ຄົນ, ຫລວງພະບາງ ແລະ ແຂວງວຽງຈັນ ແຂວງລະ 3 ຄົນ. ສະຫວັນນະເຂດ, ບໍລິຄຳໄຊ, ສາລະວັນ ແລະ ຊຽງຂວາງ ແຂວງລະ 2 ຄົນ, ບໍ່ແກ້ວ ແລະ ຫົວພັນ ແຂວງລະ 1 ຄົນ. ແຂວງທີ່ບໍ່ມີຜູ້ເສຍຊີວິດໄດ້ແກ່ຜົ້ງສາລີ, ອຸດົມໄຊ, ຫລວງນ້ຳທາ, ໄຊສົມບູນ, ຄຳມ່ວນ, ເຊກອງ ແລະ ອັດຕະປື. ກ່ຽວກັບສາເຫດທີ່ເຮັດໃຫ້ເກີດອຸບັດຕິເຫດແມ່ນມີສອງປັດໄຈຄື: ຂັບລົດໄວເກີນກຳນົດ ກັບ ດື່ມສິ່ງມືນເມົາແລ້ວຂັບລົດ.
ເຖິງຢ່າງໃດກໍດີ, ເມື່ອສົມທຽບໃສ່ອຸບັດຕິເຫດລະຫວ່າງປີນີ້ກັບປີກ່ອນຖືວ່າໄດ້ຫລຸດລົງຢ່າງຊັດເຈນ, ແຕ່ເມື່ອທຽບໃສ່ຄົນເສຍຊີວິດຍ້ອນໂຄວິດ-19 ໃນໄລຍະປີໃໝ່ແລ້ວເຫັນວ່າຍິ່ງໄກກັນປານຟ້າກັບດິນ ຍ້ອນວ່າໃນໄລຍະສະຫລອງປີໃໝ່ ພສ 2565 ມີຄົນຕາຍຍ້ອນໂຄວິດ-19 ບໍ່ພໍຮອດ 10 ຄົນ. ຄາດວ່າໃນປີຕໍ່ໄປຂໍໃຫ້ຫລຸດລົງຫລາຍກວ່ານີ້ ຖ້າທຸກຄົນຫາກມີສະຕິ ແລະ ເປັນເຈົ້າການຮ່ວມກັນ.