ປະກາດຜົນລາງວັນຊີໄຣ ແລະ ແມ່ນໍ້າຂອງ ປະຈຳປີ 2021

ວັນທີ 22 ເມສາ 2022 ນີ້ ຄະນະກຳມະການຕັດສິນລາງວັນຂອງສະມາຄົມນັກປະພັນໄດ້ ປະກາດຜົນລາງວັນວັນນະກຳສ້າງສັນສຸດຍອດແຫ່ງອາຊຽນ (SEA Write) ແລະ ລາງວັນວັນນະກຳແມ່ນໍ້າຂອງ (Merla) ປະຈຳປີ 2021, ໂດຍການເຂົ້າຮ່ວມຂອງ ທ່ານ ປອ ນາງບົວໄຂ ເພັງພະຈັນ ຫົວໜ້າກົມພິມຈຳໜ່າຍ, ທ່ານ ທອງໃບ ໂພທິສານ ປະທານສະມາຄົມນັກປະພັນລາວ ພ້ອມດ້ວຍຄະນະບໍລິຫານງານ ຄະນະກຳມະການຕັດສິນລາງວັນ ແລະ ກ່ຽວຂ້ອງເຂົ້າຮ່ວມ.
ການຄັດເລືອກ ລາງວັນ ຊີໄຣ ແລະ ແມ່ນ້ຳຂອງ ປະຈຳປີ 2021 ຂອງ ສປປ ລາວ ແມ່ນໄດ້ດຳເນີນມາແຕ່ເດືອນເມສາ 2021 ຈົນຮອດຕົ້ນປີ 2022 ລາງວັນຊີໄຣ ແມ່ນຮອບປະເພດນະວະນິຍາຍ ຫລື ເລື່ອງຍາວ ຄັດເອົາປື້ມເລື່ອງທີ່ເດັ່ນສຸດຍອດ 1 ບົດ ຫລື 1 ທ່ານ ຜູ້ໄດ້ຮັບລາງວັນ ແມ່ນ ເລື່ອງ ຮັກນີ້ນິລັນດອນ ຂຽນໂດຍ ທິບພະເກສອນ ດວງຈັກ
ລາງວັນແມ່ນ້ຳຂອງ ກວດສອບປະເພດເລື່ອງສັ້ນ, ບັນທຶກ ແລະ ກະວີ ຄັດເອົາປື້ມເລື່ອງເດັ່ນສຸດຍອດ 2 ບົດ ຫລື 2 ທ່ານ ເລື່ອງສັ້ນຊື່ “ອາວທະຫານ” ຂຽນໂດຍ ແຫຍງ ພິລາກອນ, ບົດບັນທຶກ “ຫວນຄືນເສັ້ນທາງຊີວິດ” ຂຽນໂດຍ ຄຳສີ ຈັນທະວີທອງ