ທ່ານກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ຈະເດີນທາງຢ້ຽມຢາມຣັດເຊຍ ແລະ ຢູເຄຣນ
April 23, 2022 - 9:50 AM

ວັນທີ23 ເມສາ 2022 ຂ່າວສານ CRI ລາຍງານວ່າ: ທ່ານ ອັນໂດນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດຈະເດີນທາງໄປຢ້ຽມຢາມຣັດເຊຍແລະອູແກຣນໃນອາທິດໜ້າ ໂດຍຈະພົບປະກັບທ່ານວະລາດີເມຍ ປູຕີນ ປະທານາທິບໍດີຣັດເຊຍ ຢູ່ນະຄອນຫຼວງມົສກູຂອງຣັດເຊຍໃນວັນທີ 26 ເມສາ 2022 , ຫຼັງຈາກນັ້ນຍັງຈະຈັດກອງປະຊຸມວຽກງານກັບທ່ານ ເຊີເກ ລາຟລົຟ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍ .
ກະຊວງການຕ່າງປະເທດຣັດເຊຍໄດ້ຢືນຢັນຂ່າວດັ່ງກ່າວວ່າ:
ຫວ່າງກ່ອນນີ້ບໍ່ດົນ ທ່ານກູເຕີເຣັສໄດ້ສົ່ງສານໄປຍັງຄະນະຜູ້ຕາງໜ້າຖາວອນຂອງຣັດເຊຍແລະອູແກຣນປະຈຳອົງການສະຫະປະຊາຊາດ ໂດຍລະບຸວ່າ, ຫວັງຢາກໄປຢ້ຽມຢາມສອງປະເທດ ທັງຈະແຍກກັນພົບປະກັບທ່ານປູຕິນ ປະທານາທິບໍດີຣັດເຊຍ ແລະ ທ່ານ ວະລາດີເມຍ ເຊເລັນສະກີ ປະທານາທິບໍດີຢູເຄຣນ ເພື່ອປຶກສາຫາລືແບບໜ້າຕໍ່ໜ້າກ່ຽວກັບການບັນລຸສັນຕິພາບ ແລະເລື່ອງອື່ນໆໃນວັນທີ 28 ເມສາ 2022 ນີ້.